ລັດຖະບານຕັ້ງເປົ້າ ປີ 2018 ສູ້ຊົນ ດຶງດູດນັກທ່ອງທ່ຽວ 5 ລ້ານເທື່ອຄົນ
ໃນປີ 2018 ຊຶ່ງເປັນປີ ທ່ອງທ່ຽວລາວ, ລັດຖະບານ ໄດ້ຕັ້ງເປົ້າສູ້ຊົນດຶງດູດນັກທ່ອງ ທ່ຽວເຂົ້າມາທ່ອງ ທ່ຽວ ໃນ ສປປ ລາວ ບໍ່ຫຼຸຸດ 5 ລ້ານ ເທື່ອຄົນ, ຄາດຄະເນສ້າງລາຍຮັບ ໃຫ້ໄດ້ ປະມານ 900 ລ້ານໂດລາສະ ຫະລັດ, ຂະນະທີ່ສະມາຊິກສະ ພາແຫ່ງຊາດ (ສສຊ) ໄດ້ ພ້ອມ ກັນປະກອບຄຳຄິດຄຳເຫັນ ໃສ່ແຜນພັດທະນາທ່ອງທ່ຽວ ສຳລັບປີ 2018 ເພື່ອເຮັດໃຫ້ ການໄຂປີທ່ອງທ່ຽວລາວ ປະສົບ ຜົນສຳເລັດຕາມເປົ້າໝາຍທີ່ ວາງໄວ້. ໃນວັນທີ 24 ຕຸລານີ້, ທີ່ ກອງປະຊຸມສະໄໝສາມັນເທື່ອ ທີ 4 ຂອງ ສະພາແຫ່ງຊາດ ຊຸດທີ VIII, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ສະເໜີ ບົດລາຍງານການຈັດຕັ້ງປະຕິ ບັດວຽກງານທ່ອງທ່ຽວໃນຊຸມ ປີຜ່ານມາ ແລະ ທິດທາງແຜນ ພັດທະນາປີ 2018.
ທ່ານ ບໍ່ແສງຄຳ ວົງດາລາ ກ່າວບາງຕອນວ່າ: ລັດຖະບານ ແຫ່ງ ສປປ ລາວ ຖືເອົາການ ທ່ອງທ່ຽວເປັນໜຶ່ງໃນຂະແໜງ ຍຸດທະສາດທີ່ສຳຄັນໃນການ ພັດທະນາເສດຖະກິດສະເພາະ ໜ້າ ແລະ ຍາວນານ ຍ້ອນວ່າ ເປັນຂະແໜງທີ່ສ້າງຜົນປະ ໂຫຍດແບບທະວີຄູນ ແລະ ສາ ມາດນຳລາຍໄດ້ ໂດຍທາງກົງ ແລະ ທາງອ້ອມໃຫ້ແກ່ປະຊາ ຊົນບັນດາເຜົ່າ ໃນເຂດຕົວ ເມືອງ ແລະ ຊົນນະບົດ. ດ້ວຍ ເຫດນີ້ ການທ່ອງທ່ຽວ ຈຶ່ງໄດ້ ຕິດພັນກັບການປັບປຸງ ແລະ ພັດທະນາ ໂດຍສະເພາະ ແຫຼ່ງ ທ່ອງທ່ຽວທຳມະຊາດໄປຕາມ ທິດ “ທ່ອງທ່ຽວສີຂຽວ” ທົ່ວ ປະເທດມີສະໜາມບິນສາກົນ 4 ແຫ່ງ, ມີດ່ານສາກົນ 27 ແຫ່ງ, ມີບໍລິສັດທ່ອງທ່ຽວຈຳ ນວນ 432 ບໍລິສັດ ໃນນັ້ນ ບໍລິສັດແມ່ນມີ 381 ບໍລິສັດ ແລະ ສາຂາບໍລິສັດ 51 ບໍລິສັດ, ມີພະນັກງານນຳທ່ຽວ 1.275 ຄົນ, ໂຮງແຮມ 545 ແຫ່ງ, ຣີ ສອດ ແລະ ເຮືອນພັກມີ 2.452 ແຫ່ງ. ໃນປີ 2011 ມີນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວລາວຈຳນວນ 2,7 ລ້ານກ່ວາເທື່ອຄົນ ແຕ່ປີ 2015 ເພີ່ມຂຶ້ນເປັນ 4,6 ລ້ານ ກ່ວາເທື່ອຄົນ ເພີ່ມຂຶ້ນ 14%, ສ້າງລາຍຮັບໄດ້ 725 ລ້ານ ກ່ວາໂດລາ ແຕ່ຕົກມາໃນປີ 2016 ຈຳນວນນັກທ່ອງທ່ຽວ ເຂົ້າມາທ່ຽວລາວມີພຽງ 4,2 ກ່ວາເທື່ອຄົນ ຫຼຸຸດລົງ 10% ເມື່ອ ທຽບກັບປີ 2015, ນັກທ່ອງ ທ່ຽວທີ່ເຂົ້າມາທ່ອງທ່ຽວລາວ ໃນປີ 2016 ສ່ວນຫຼາຍແມ່ນ ມາຈາກອາຊີ - ປາຊີຟິກຈຳ ນວນ 3,9 ລ້ານເທື່ອຄົນ. ການຫຼຸຸດລົງຂອງນັກທ່ອງ ທ່ຽວສາກົນ ປີ 2016 ແມ່ນມາ ຈາກປັດໄຈພາຍນອກ; ບັນດາ ປະເທດໃກ້ຄຽງທີ່ເປັນຕະຫຼາດ ນັກທ່ອງທ່ຽວຕົ້ນຕໍຂອງ ສປປ ລາວ ໄດ້ມີການໂຄສະນາສົ່ງ ເສີມການທ່ອງທ່ຽວພາຍໃນ ຢ່າງແຂງແຮງດ້ວຍຫຼາຍຮູບ ແບບ, ສ່ວນປັດໄຈພາຍໃນ; ການເອື້ອອຳນວຍຄວາມສະ ດວກເຂົ້າ - ອອກເມືອງຍັງມີ ຫຼາຍຂັ້ນຕອນ, ບໍ່ທັນສະດວກ ເທົ່າທີ່ຄວນ, ລາຄາສິນຄ້າ ແລະ ຄ່າບໍລິການຕ່າງໆມີລາ ຄາແພງ ຖ້າທຽບກັບປະເທດ ອ້ອມຂ້າງ; ສ່ວນໂຄງລ່າງພື້ນ ຖານ ແລະ ສິ່ງອຳນວຍຄວາມ ສະດວກ, ເປັນຕົ້ນແມ່ນສາຍ ການບິນໂດຍກົງ ຈາກປະເທດ ຕະຫຼາດເປົ້າໝາຍ, ເສັ້ນທາງ ເຂົ້າສູ່ແຫຼ່ງທ່ອງທ່ຽວຍັງບໍ່ທັນ ໄດ້ປັບປຸງເທົ່າທີ່ຄວນ, ກິດຈະ ກຳທ່ອງທ່ຽວໃໝ່ໆຍັງບໍ່ທັນ ຫຼາກຫຼາຍ, ຄວາມປອດໄພ ສຳລັບນັກທ່ອງທ່ຽວຍັງບໍ່ທັນ ຮັບປະກັນເທົ່າທີ່ຄວນ ຊຶ່ງເປັນ ສາເຫດພາໃຫ້ນັກທ່ອງທ່ຽວ ເສຍຊີວິດຈຳນວນໜຶ່ງ, ເປັນ ຕົ້ນແມ່ນຄວາມປອດໄພໃນ ສະຖານທີ່ທ່ອງທ່ຽວ, ການ ຄວບຄຸມເຄື່ອງດື່ມ, ສິ່ງເສບ ຕິດ, ມຶນເມົາ, ການພະຍາ ບານສຸກເສີນຕາມແຫຼ່ງທ່ອງ ທ່ຽວທີ່ນັກທ່ອງທ່ຽວໄປເຖິງ, ການໂຄສະນາລາວທ່ຽວລາວ ຍັງບໍ່ທັນໄດ້ຮັບການປະຕິບັດ ເທົ່າທີ່ຄວນ, ການພັດທະນາ ຂະແໜງທີ່ປິ່ນອ້ອມການທ່ອງ ທ່ຽວຍັງອ່ອນນ້ອຍ
ແຕ່ເຖິງ ຢ່າງໃດກໍຕາມ ຈຳນວນນັກ ທ່ອງທ່ຽວກຸ່ມເປົ້າໝາຍຂອງ ສປປ ລາວ ທີ່ເປັນນັກທ່ອງ ທ່ຽວຄຸນນະພາບຍັງສືບຕໍ່ເພີ່ມ ຂຶ້ນຢ່າງຕໍ່ເນື່ອງ ເຊັ່ນ: ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ເຢຍລະມັນ ເປັນຕົ້ນ. ສຳລັບແຜນຈຸດສຸມ ເພື່ອ ເຮັດໃຫ້ປີທ່ອງທ່ຽວລາວປີ 2018 ມີບັນຍາກາດຟົດຟື້ນ ຈະສຸມໃສ່ນະໂຍບາຍການ ທ່ອງທ່ຽວທຳມະຊາດ, ວັດທະ ນະທຳ ແລະ ປະຫວັດສາດໃຫ້ ໄປຄຽງຄູ່ກັບການຈັດຕັ້ງປະຕິ ບັດແຜນພັດທະນາປະຈຳປີໃຫ້ ສຳເລັດຕາມຄາດໝາຍສູ້ຊົນ ດຶງດູດນັກທ່ອງທ່ຽວເຂົ້າມາ ທ່ອງທ່ຽວລາວບໍ່ໃຫ້ຫຼຸຸດ 5 ລ້ານ ເທື່ອຄົນ, ສ້າງລາຍຮັບປະມານ 900 ລ້ານໂດລາ, ກະຊວງ ຖວທ ໄດ້ມີໜ້າວຽກສຳຄັນ, ເປັນຕົ້ນແມ່ນການຈັດພິທີໄຂ ປີທ່ອງທ່ຽວລາວ 2018 ຢ່າງ ເປັນທາງການ ໃນວັນທີ 28 ຕຸລາຈະມາເຖິງນີ້, ທີ່ເດີ່ນພະ ທາດຫຼວງ ພ້ອມດຽວກັບໄລຍະ ບຸນນະມັດສະການພະທາດ ຫຼວງ, ນອກຈາກນີ້ຍັງຊຸກຍູ້ໃຫ້ ບັນດາແຂວງຈັດກິດຈະກຳສະ ເຫຼີມສະຫຼອງປີທ່ອງທ່ຽວ ລວມ 18 ກິດຈະກຳ ພ້ອມທັງຈັດກິດ ຈະກຳປິ່ນອ້ອມທັງພາຍໃນ ແລະ ຕ່າງປະເທດ, ສຸມໃສ່ໂຄ ສະນາການທ່ອງທ່ຽວ ໂດຍໃຊ້ ສື່ຕ່າງໆທັງພາຍໃນ ແລະ ຕ່າງ ປະເທດ ນອກຈາກນີ້ຍັງມີມາດ ຕະການອື່ນໆອີກ. ຫຼັງຈາກນັ້ນ ບັນດາ ສສຊ ຕ່າງກໍໄດ້ຜັດປ່ຽນກັນປະກອບ ຄຳຄິດຄຳເຫັນ ເພື່ອໃຫ້ວຽກ ງານການທ່ອງທ່ຽວມີປະສິດທິ ພາບ ແລະ ປະສິດທິຜົນສູງ ເດັ່ນຂຶ້ນ, ເປັນຕົ້ນແມ່ນຢາກ ໃຫ້ສ້າງໄດ້ຜູ້ນຳທ່ຽວທີ່ເປັນມື ອາຊີບ, ເພື່ອໃຫ້ນັກທ່ອງທ່ຽວ ໄດ້ຮັບຮູ້ ແລະ ກຳໄດ້ບັນດາ ແຫຼ່ງທ່ອງທ່ຽວຕ່າງໆໃນລາວ, ໂຄສະນາທັງລະດົມການທ່ອງ ທ່ຽວ “ລາວທ່ຽງລາວ” ໃຫ້ຫຼາຍ ຂຶ້ນ, ຄຽງຄູ່ກັນກໍຕ້ອງໄດ້ມີ ການຄຸ້ມຄອງແຫຼ່ງທ່ອງທ່ຽວ, ຕ້ອງມີການຂຶ້ນບັນຊີແຫຼ່ງ ທ່ອງທ່ຽວ, ປະເມີນການທ່ອງ ທ່ຽວໃຫ້ຖືກຕ້ອງ, ການເຂົ້າ - ອອກດ່ານສາກົນຂອງນັກທ່ອງ ທ່ຽວ, ກຳນົດກົນໄກ ໃນການ ປະຕິບັດວຽກງານທ່ອງທ່ຽວ, ສ້າງຕັ້ງສະຖາບັນນັກນຳທ່ຽວ, ສະມາຄົມການທ່ອງທ່ຽວ, ລວມທັງສະເໜີໃຫ້ລັດຖະບານ ປັບປຸງພື້ນຖານໂຄງລ່າງ ເພື່ອ ອຳນວຍຄວາມສະດວກໃຫ້ແກ່ ນັກທ່ອງທ່ຽວ.
Cr: laophattananews (ຂ່າວ: ນ. ແສງຈັນ)
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.

















Comments
Post a Comment