5 ຂໍ້ຄວາມຄວນຮູ້ ຫຼັງເກມ ຫົງແດງ ຟອມຫົດ ຖືກໄກ່ຈິກ ກັບຮັງ 4-1
ຫຼັງຈາກດີອົກ ດີໃຈຢືດຄໍກັນໃຫ້ຫົງທົ່ວເມືອງຈາກສະກໍລ 7 ປະຕູຕໍ່ 0 ທີ່ເອົາຊະນະມາລິບໍ ມາໄດ້ໃນລາຍການຢູຟາ ແຊມປ້ຽນລີກ ລ່າສຸດ ກໍ່ຕ້ອງມານັ່ງຄໍພັບເຮັດໜ້າເສົ້າກັນອີກແລ້ວ
ຖ້າຈະເວົ້າກັນແບບໂລກສວຍກໍ່ຄົງປະມານວ່າ ເກມກິລາກໍ່ແບບນີ້ ມີແພ້ ມີຊະນະ ຄືປອບໃຈໂຕເອງໄປທຸກມື້ໆ ຕວັະໂຕເອງແທ້ໆ ເຮົາ
ຕາມມາເບິ່ງ 5 ຂໍ້ທີ່ຄວນຈະຮູ້ເອົາໄວ້ກັນດີກວ່າ ວ່າມີຫຍັງແດ່ທີ່ໜ້າສົນໃຈ
ຂອບໃຈຂໍ້ມູນສະຖິຕິຈາກ WhoScored.Com
5. ຊ່ອງສະຖິຕິໜ້າສົນໃຈ
ເກມທື້ນີ້ ລີເວີພູ ມີໂອກາດຍິງ 12 ຄັ້ງ ເຂົ້າກອບ 7 ຄັ້ງ ເຮັດໄດ້ 1 ປະຕູ ຍໍລິສ ເຊຟ ໄປ 6 ຄັ້ງ
ດ້ານ ສະເປີ ມີໂອກາດຍິງ 14 ຄັ້ງ ເຂົ້າກອບ 6 ຄັ້ງ ເຮັດໄດ້ 4 ປະຕູ ມິນໂຍເລດ ເຊຟ ໄປ 1 ຄັ້ງ
ແຮດລີເຄນ ຄືຜູ້ຫຼິ້ນທີ່ມີໂອກາດຍິງຫຼາຍທີ່ສຸດໃນເກມນີ້ທີ່ 7 ຄັ້ງ
ເປີເຊັນການຄອງບານ
ສະເປີ 36.2
ລິເວີພູ 63.8
ເປີເຊັນການຜ່ານບານສຳເລັດ
ສະເປີ 77
ລີເວີພູ 87
ລ້ຽງຜ່ານສຳເລັດ
ສະເປີ 6 ຄັ້ງ
ລີເວີພູ 10 ຄັ້ງ
ຄູຕິນໂຍ ຄືຜູ້ຫຼິ້ນທີ່ມີສະຖິຕິລ້ຽງຜ່ານສູງທີ່ສຸດໃນເກມນີ້ທີ 4 ຄັ້ງ
ເຈມ ມິວເນີ້ ຄືຜູ້ຫຼິ້ນທີ່ມີສະຖິຕິເຂົ້າແທັດເກີ້ສຳເລັດສູງທີ່ສຸດໃນເກມນີ້ທີ່ 7 ຄັ້ງ
4. ປ່ຽນໄປ
ທີ່ຕ້ອງບອກວ່າປ່ຽນໄປເພາະວ່າເມື່ອລະດູການທີ່ແລ້ວ ເວລາເຮົາປະຊັນແຂ່ງກັບທີມລະດັບແຖວໜ້າ ບອກໄດ້ເລີຍວ່າ 3 ແຕ້ມລອຍມາແບບມີລຸ້ນເອົາຫຼາຍໆ ຮູບເກມດູດີກວ່າຕະຫຼອດ ຫຼິ້ນໄດ້ສູສີດຸເດືອດ ສຸດໆ
ມາໃນລະດູການນີ້ພົບທີມແຖວໜ້າກໍ່ສຽວໄດ້ຕະຫຼອດ ແພ້ຍັບເລີຍ ແຕ່ກໍ່ຍັງດີທີ່ບໍ່ແພ້ວັນແດງເດືອດ ໃນອະນາຄົດ ຖ້າບໍ່ພ້າວປັບເລື່ອງເກມຮັບ ເກມໃຫຍ່ໆ ກໍ່ຄົງຕ້ອງມານັ່ງເບິ່ງອະຫຍັງເຊັງໆ ແບບນີ້ອີກແນ່ນອນ
ສ່ວນເລື່ອງທີ່ຍັງບໍ່ປ່ຽນຄືລະບົບທີບເກົ່າໆ ບໍ່ປັບປ່ຽນອະຫຍັງຫຼາຍເກມບຸກໜ້າເກົ່າ ເກມຮັບປັນຫາເກົ່າແກ້ບໍ່ເຊົາຈັກເທື່ອ
3. ກອງຫຼັງ
ແນວຮັບຄືປັນຫາທີ່ມີມາຊະນິດທີ່ແກ້ບໍ່ເຊົາຈັກເທື່ອ 2 ລະດູການໃຫ້ຫຼັງມານີ້ ແນວຮັບ ຫົງແດງ ຫຼິ້ນແບບ ທຸກເທື່ອ
ເດຍັນ ລອຟເລນ ຟອມມື້ນີ້ ອ່ອນຫຼາຍ ພາດແບບບໍ່ຄວນຈະຜິດພາດ ໜ້າເສຍດາຍອະຫຼີ
ມາຕິບ ເບິ່ງຄືຈະເພິ່ງພາໄດ້ ແຕ່ກໍ່ຍັງຂາດອະຫຍັງຈັກຢ່າງຄົງຈະເປັນຄູ່ຫູດີໆ ຈັກຄົນ ສ່ວນເລື່ອງນິໄສໃນສະໜາມລາວນິ້ງໄປແນ່ ເພີ່ມຄວາມດຸດັນໃຫ້ເປັນຕາຍ້ານຂຶ້ນມາຈັກໜ້ອຍໜຶ່ງກໍ່ຄົງຈະດີ
ໂມເລໂນ ແບັກຊ້າຍຄືປັນຫາຂອງລະດູການທີ່ແລ້ວ ຈົ່ມກັນໃຫ້ລະນາວໃນຊ່ວງທຳອິດໆ ມາໃນລະດູການນີ້ ເບິ່ງຄືແບັກຊ້າຍກຳລັງຈະກາຍມາເປັນຈຸດແຂງຂອງເຮົາຊະແລ້ວໃນແນວຮັບ ມີ ໂລເບິດສັນ ອີກຄົນຍ່າລືມ
ໂກເມບ ຕ້ອງໃຫ້ໂອກາດລົງຕະຫຼອດໆ ລອງຍັບມາຫຼິ້ນເຊັນເຕີ້ເພີ່ມກ້າມເນື້ອ ຄົງຈະເພິ່ງພາໄດ້ນຳ
2. ກອງກາງ
ເກັບບານກັນໄດ້ດີເຊັ່ນເຄີຍ ແຕ່ກໍ່ເຮັດຫຍັງກັນໄດ້ບໍ່ຫຼາຍສ້າງໂອກາດກັນໄດ້ໜ້ອຍໃນເກມໃຫຍ່ໆ ທີ່ມີພື້ນທີ່ຫຼິ້ນບໍ່ຫຼາຍ ເຈີບີບເຈີກົດດັນພາກັນດິ້ນລົນ ບໍ່ກ້າຈ່າຍບານຂຶ້ນໜ້າ ແປະຂ້າງແປະຫຼັງ ເນັ້ນຄອງບານກັນຢູ່ ລຳ້ໄປດົນໆ ທີ່ຈະໄດ້ເຫັນລູກຈ່າຍຂຶ້ນໜ້າງາມໆ ຫຼືພາບານຂຶ້ນບານງາມໆ
ມິວເນີ້ ເບິ່ງມີປະໂຫຍດເລື່ອງຄວາມດຸຫມັ່ນ ການໃຊ້ງານຄົງຫວັງໄດ້ບໍ່ຫຼາຍ ດ້ວຍອາຍຸທີ່ເພິ່ມຂິ້ນ ປະຊົບການພໍປະຄັບປະຄອງໄດ້ຢູ່ ຖາມວ່າໃຫ້ເລືອກລະຫວ່າງ ເຮນເດີສັນ ກັບ ມິວເນີ້ ຈະເລືອກໃຜ ຄົງເລືອກ ເຮນເດີສັນ
1. ກອງໜ້າ
ແນວລຸກຍັງບໍ່ນິ້ງພໍ ຟອມການຫຼິ້ນຜີເຂົ້າຜີອອກ ດີກໍ່ດີໃຈຫາຍ ນັດໃດດັບກໍ່ພາກັນດັບຍົກແຜງ
ໜ້າເປົ້າຄືປັນຫາຂອງເຮົາແທ້ໆ ເກມມື້ນີ້ຖ້າໃຜໄດ້ເຫັນ ແຮດລີ້ ເຄນ ຫຼິ້ນບໍ່ຄົງຮ້ອງ ໂອໂຫຢາກໄດ້ຫຼາຍຍອມຮັບວ່າໄດ້ແຕ່ຝັນ ແຕ່ຢ່າງໜ້ອຍໆ ກໍ່ຄວນມີສະໄຕລແບບນີ້ຢູ່ໃນທີມແນ່ ຫຼາຍຄົນບອກໃຫ້ລອງຍົກມາປຸກປັ້ນເປັນໂຕຫຼັກ ຖ້າເດັກເກີດສູນເສຍຄວາມໝັ້ນໃຈໄປຮັບຮອງໄດ້ເລີຍວ່າ ເສຍຄວາມໝັ້ນໃຈໄປຕະຫຼອດຊີວິດການຄ້າແຂ່ງແນ່ນອນ
ເອົາເປັນວ່າຊ່ວງຕະຫຼາດຊ່ວງເດືອນມັງກອນຍັງບໍ່ເສີມເຕິມແຕ່ງຄົງບອກລາ ເວທີ ແຊມປ້ຽນລີກ ກັນໄດ້ເລີຍ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.








Comments
Post a Comment