ລັດຖະບານຊີ້ແຈ້ງ-ຕອບຂໍ້ຊັກຖາມຂອງ ສສຊ
ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 23 ຕຸລາ 2017 ຢູ່ທີ່ຫ້ອງວ່າການສູນກາງພັກ ໂດຍເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ມີທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາລັດຖະມົນຕີ ສະມາຊິກສະພາແຫ່ງຊາດ (ສສຊ) ເຂົ້າຮ່ວມ.
ການດຳເນີນກອງປະຊຸມໃນພາກເຊົ້າ ບັນດາລັດຖະມົນຕີໄດ້ຜັດປ່ຽນກັນຂຶ້ນຊີ້ແຈງຂໍ້ຊັກຖາມຂອງ ສສຊ ໂດຍເລີ່ມຈາກທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ຕາມມາດ້ວຍກະຊວງພະລັງງານ ແລະ ບໍ່ແຮ່ ໂດຍທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຫຼັງຈາກນັ້ນ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ໄດ້ຂຶ້ນຊີ້ແຈງຕໍ່ຄຳຖາມເຈາະຈິ້ມຕໍ່ກັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແຮງງານລາວຢູ່ພາຍໃນ ຕ່າງປະເທດ ແລະ ແຮງງານຕ່າງປະເທດຢູ່ ສປປ ລາວ ໂດຍທ່ານໄດ້ຍົກໃຫ້ເຫັນທາງດ້ານນິຕິກຳກ່ຽວກັບການຄຸ້ມຄອງ ແລະ ກົນໄກການຄຸ້ມຄອງແຮງງານ ໃນ 9 ເດືອນຕົ້ນປີ 2017 ຜ່ານມາ ສາມາດລົງຕິດຕາມກວດກາ ຫົວໜ່ວຍແຮງງານທົ່ວປະເທດໄດ້ທັງໝົດ 2.778 ຫົວໜ່ວຍ ລວມມີແຮງງານລາວ ແລະ ແຮງງານຕ່າງປະເທດ 47.162 ຄົນ ຍິງ 16.831 ຄົນ ເງິນເດືອນສະເລ່ຍ ຫຼື ຄ່າແຮງງານຂອງຜູ້ອອກແຮງງານຂະແໜງກະສິກຳ 1 ລ້ານກວ່າກີບຕໍ່ຄົນຕໍ່ເດືອນ ຂະແໜງອຸດສາຫະກຳ 1,2 ລ້ານກີບຕໍ່ຄົນຕໍ່ເດືອນ ຂະແໜງບໍລິຫານ 2,5 ລ້ານກວ່າກີບຕໍ່ຄົນຕໍ່ເດືອນ ຈາກນັ້ນ ທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ກໍ່ໄດ້ຂຶ້ນຊີ້ແຈງຕໍ່ຂໍ້ຊັກຖາມ ປິດທ້າຍໃນພາກເຊົ້າດ້ວຍ ທ່ານ ບຸນທອງ ຈິດມະນີ ປະທານອົງການກວດກາລັດຖະບານ.
ບັນຍາກາດຂອງການດຳເນີນກອງປະຊຸມພາກບ່າຍຍິ່ງມີຄວາມເຂັ້ມຂຸ້ນຂຶ້ນກວ່າເກົ່າ ໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຂຶ້ນຊີ້ແຈງຕໍ່ຂໍ້ຊັກຖາມ ເຊິ່ງມີຫຼາຍບັນຫາທີ່ໜ້າສົນໃຈ ໂດຍສະເພາະ ຂັ້ນຕອນໃນການອະນຸຍາດດຳເນີນທຸລະກິດໃນ ສປປ ລາວ ເຫັນວ່າມີຄວາມຫຍຸ້ງຍາກສັບສົນຫຼາຍຂັ້ນຕອນ ເມື່ອສົມທຽບໃສ່ບັນດາປະເທດໃນພາກພື້ນ ເຊິ່ງແກ່ຍາວເວລາເຖິງ 60-70 ວັນ ຈາກສະພາບຕົວຈິງໃນການປະຕິບັດ ເຫັນວ່າມີຫຼາຍບັນຫາທີ່ຈະຕ້ອງໄດ້ຮັບການປັບປຸງແກ້ໄຂຮີບດ່ວນ ລວມໄປເຖິງການຄຸ້ມຄອງບັນຫາທີ່ດິນ ໂດຍສະເພາະແມ່ນການຫັນຊັບສິນທີ່ດິນເປັນທຶນ ມີຫຼາຍບັນຫາທີ່ພົບເຫັນ ໂດຍສະເພາະ ບັນຫາການແບ່ງຂັ້ນຄຸ້ມຄອງຄວນມີການແບ່ງຂັ້ນຄຸ້ມຄອງລະອຽດກວ່າເກົ່າ ນອກນີ້ ບັນຫາໂຄງການພັດທະນາພື້ນຖານໂຄງລ່າງ ເປັນຕົ້ນ: ຖະໜົນຫົນທາງ ພົບກັບບັນຫາຄຸນະພາບຕ່ຳ ແລະ ເກີດການຢືມເງິນສາມແຈ ເຊັ່ນ: ລັດຖະບານຕິດໜີ້ຜູ້ປະກອບການ ຜູ້ປະກອບການຕິດໜີ້ທະນາຄານ ສະເພາະບັນຫາໂຄຕ້າພະນັກງານ-ລັດຖະກອນ 3.000 ຄົນ ຈະຕ້ອງມີການແບ່ງສ່ວນທີ່ເໝາະສົມ ໂດຍຈະເນັ້ນໃສ່ຄູ ແພດໝໍ ທີ່ຢູ່ຫ່າງໄກສອກຫຼີກ ຮອງລົງມາຈະແມ່ນສຳນັກງານ ອົງການທ້ອງຖິ່ນ ທີ່ເຫັນວ່າມີຄວາມຈຳເປັນ.
ຈາກນັ້ນ ບັນດາ ສສຊ ຫຼາຍເຂດໄດ້ຜັດປ່ຽນກັນຂຶ້ນຊັກຖາມເພີ່ມຕື່ມ ກ່ຽວກັບຫຼາຍບັນຫາທີ່ເຫັນວ່າລັດຖະບານຈະຕ້ອງໄດ້ເອົາໃຈໃສ່ ເຊັ່ນ: ບັນຫາໂຄງການລະດັບແຂວງເປັນຜູ້ອະນຸມັດ ການນຳໃຊ້ຊັບພະຍາກອນທຳມະຊາດ ແລະ ອີກຫຼາຍບັນຫາທີ່ບໍ່ທັນສອດຄ່ອງກັບລະບຽບກົດໝາຍ ຕໍ່ບັນຫາຂໍ້ຊັກຖາມ ຫຼາຍບັນຫາທີ່ທາງ ສສຊ ໃຫ້ຄວາມສົນໃຈນັ້ນ ທ່ານນາຍົກກໍ່ໄດ້ຕອບຄຳຊັກຖາມຢ່າງກົງໄປກົງມາ ເພື່ອນຳສູ່ການແກ້ໄຂບັນຫາດ້ວຍ 3 ເປີດ: ເປີດປະຕູ ເປີດສິ່ງກີດຂວາງ ແລະ ເປີດໃຈ ເຮັດໃຫ້ການດຳເນີນກອງປະຊຸມເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ມີຄວາມໝາຍ ເປັນທີ່ເພິ່ງພໍໃຈໃຫ້ແກ່ ສສຊ ເພື່ອນຳເອົາເນື້ອໃນຈິດໃຈດັ່ງກ່າວ ໄປສືບຕໍ່ຈັດຕັ້ງຜັນຂະຫຍາຍ ຮັກສາໄດ້ສິດຜົນປະໂຫຍດອັນຊອບທຳຂອງປວງຊົນລາວໃນທົ່ວປະເທດ.
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments
Post a Comment