ຕ້ອງ​ເຂັ້ມ​ງວດ​ການ​ບໍ­ລິ­ໂພກ ສື່​ສັງ­ຄົມ​ອອນ​ລາຍ

ນັບ​ແຕ່​ສັງ­ຄົມ​ອອນ​ລາຍ ຫຼື ສັງ­ຄົມ​ກົ້ມ​ໜ້າ​ກຳເນີດ​ເກີດ​ຂຶ້ນ​ມາ​ນີ້ ມັນ​ໄດ້​ບົ່ມ​ເພາະ ແລະ ຂະຫຍາຍ​ພັນ​ເຕີບ​ໃຫຍ່​ຂຶ້ນ​ເລື້ອຍ​ມາ ບໍ່​ວ່າ​ຢູ່​ຕົວ ເມືອງ ກໍ່​ຄື ຊົນ­ນະ­ບົດ ທະ­ແນມ­ແຕ່​ມີ​ໄຟ­ຟ້າ ແລະ ເສົາ​ຕາ​ຄ່າຍ​ເຄື່ອງ­ຮັບŒສົ່ງ​ສັນ­ຍານ​ໂທລະ­ສັບ​ໄປ ເຖິງ ແນ່­ນອນ​ທຸກໆ​ເມືອງ ທຸກໆ​ບ້ານ​ທີ່​ມີ​ການ​ຕິດ ຕັ້ງ​ກໍ່​ຕ້ອງ​ມີ​ເຄື່ອງ­ຮັບ​ໂທລະ­ສັບ ໂດຍ​ສະ­ເພາະ ໂທລະ­ສັບ​ມື​ຖື ເນື່ອງ​ຈາກ​ເປັນ­ຄວາມ​ຮຽກ­ຮ້ອງ  ຕ້ອງ­ການ​ຂອງ​ຊີ­ວິດ​ໄດ້​ກະ­ໂດດ​ຂຶ້ນ​ເພິ່ມ​ເຕີມ ສິ່ງ ທີ່​ມະ­ນຸດ​ຕ້ອງ­ການ​ພື້ນ­ຖານ​ຈາກ​ປັດ​ໄຈ 4 ກາຍ ມາ​ເປັນ​ປັດ​ໄຈ 5 ຄື: ຂໍ້​ມູນ​ຂ່າວ­ສານ​ຈາກ​ການ ສື່­ສານ ຫຼື ການ​ຕິດ­ຕໍ່​ກັບ​ໂລກ​ພາຍ​ນອກ​ທາງ​ໂທ ລະ​ສັບ ອິນ​ເຕີ​ແນັດ ຊຶ່ງ​ມາ​ພ້ອມ​ກັບ​ສິ່ງ​ເອື້ອ​ອຳ ນວຍ​ເພື່ອ​ການ​ພົວ­ພັນ​ຕ່າງໆ ເຊັ່ນ: ເຟ​ສ​ບຸກ ອິນສະ​ຕາກ​ຣາມ ໄລ ແລະ ອື່ນໆ ເພື່ອຕິດ­ຕໍ່​ສົ່ງ​ຂໍ້​ມູນຂ່າວ­ສານ​ຊຶ່ງ​ກັນ ແລະ ກັນ​ລະ­ຫວ່າງ​ຄົນ​ກັບ​ຄົນ ນອກ​ຈາ​ນີ້ ເຄື່ອງ­ຮັບ​ໂທລະ­ສັບ​ນ້ອຍໆ​ນັ້ນ​ຍັງ​ໃຫ້ຄວາມບັນ­ເທີງ ການ​ຮ້ອງ​ລຳ​ທຳ​ເພງ ຂໍ້​ມູນ​ດ້ານຕ່າງໆ​ທີ່­ຢູ່​ພຽງ​ປາຍ​ນິ້ວ​ມື​ຊີ້​ເອົາ​ເທົ່າ​ນັ້ນ.






ການ​ຮັບ​ໃຊ້​ສັງ­ຄົມ​ມະ­ນຸດ​ທີ່​ໄຮ້​ຂີດ​ຈຳ­ກັດ​ດັ່ງກ່າວ​ມັນ​ໄດ້​ລາມ​ໄປ​ເຖິງ​ຮຸ່ນ​ຄົນ​ໄວ​ຕ່າງໆ ໂດຍ​ສະເພາະໄວ​ເດັກ​ກໍ່​ມີ​ສິ່ງ​ຮັບໃຊ້​ເຊັ່ນ​ກັນ ໂດຍ​ຜ່ານ​ໂປແກຣມ​ຕ່າງໆ ເປັນ­ຕົ້ນ: ຢູ​ທູບ ຊຶ່ງ​ມີຮູບ­ເງົາ ເພງ ກາ​ຕູນ ເກມ... ສິ່ງ​ດັ່ງ­ກ່າວ​ມັນ​ຍົວະ​ຍວນ​ກວນໃຈໃຫ້​ເດັກ​ມີ​ຄວາມ​ຕ້ອງ­ການ​ຄອບ​ຄອງ​ໂທລະ­ສັບ​ມືຖື​ລຸ້ນ​ດີ​ລາ­ຄາ​ແພງ​ໄວ້​ເປັນ​ສ່ວນ​ຕົວ ດ້ວຍ​ຮູບ​ແບບຮ້ອງ​ຂໍ​ໂດຍ​ດີ​ໄປ​ຫາຂັດລັງ-ສໍ້​ສົນ ຊື່ງ​ເບື້ອງ​ຕົ້ນບາງ­ເທື່ອ​ກໍ່​ແມ່ນ​ພໍ່​ແມ່​ຜູ້​ປົກ­ຄອງ​ນີ້​ແຫຼະ​ໃຫ້​ທ້າຍຖື­ຫາງ ຫັດ​ແອບ​ບອກ­ສອນ​ໃຫ້​ເຂົ້າເຖິງ​ຂໍ້​ມູນ ຫຼື ອີກ​ທາງ​ໜຶ່ງ​ກໍ່​ແມ່ນ​ໝູ່​ເຂົາ­ເຈົ້າ​ໃນ​ບ້ານ ໃນ​ໂຮງຮຽນ​ດຽວ​ກັນ​ເຝິກ­ແອບ​ໃຫ້​ກັນ​ຕໍ່ໆກັນ​ມາ ປາ­ກົດການ​ດັ່ງ­ກ່າວ ​ໃນ​ບາງ​ໂຮງ­ຮຽນ​ກໍ​ສາ­ມາດ​ຄວບ​ຄຸມຄຸ້ມ​ຄອງ​ໄດ້ ແຕ່​ໃນ​ບາງ​ບ່ອນ​ກໍ່​ຄວບ​ຄຸມ​ແດ່​ບໍ່ ແຖມ​ພວກ​ນັກ­ຮຽນ​ຫ້ອງ​ໃຫຍ່ສອບ­ເສັງ​ຂຶ້ນ​ຫ້ອງຈົບ​ຊັ້ນ​ ຍັງ​ໃຊ້​ເປັນ​ພາ­ຫະ­ນະ​ໃນ​ການ​ຂີ້​ຫຼັກ​ເວ­ລາສອບ­ເສັງ ຄື: ໃຫ້​ນັກ­ຮຽນ​ຜູ້​ອື່ນ​ທີ່​ເກ່ງ​ສົ່ງ​ຜົນ​ຕອບ ໂຈດ​ຈາກ​ທາງ​ນອກ​ໃຫ້​ໃນ​ເວ­ລາ​ເສັງ ມາ­ໄລ​ຍະຫຼັງໆ​ປາ­ກົດ­ການ​ດັ່ງ­ກ່າວ​ຖືກ​ສະ­ກັດ​ກັ້ນ​ໄດ້ ເພາະມີ​ບົດ­ຮຽນ​ຈາກ​ຂອງຕ່າງ­ປະ­ເທດ.



ຕາມ​ຫຼາຍໆ​ສື່​ບໍ່​ວ່າ​ທັງ​ພາຍ​ໃນ ແລະ ຕ່າງ​ປະເທດ ກໍ່​ຄື ຊ່ຽວ­ຊານ​ກ່ຽວ​ກັບ​ຈິດ­ຕະ­ສາດ​ເດັກເວົ້າ​ວ່າ ການ​ປ່ອຍ­ປະ​ລະ­ເລີຍໃຫ້​ເດັກ­ນ້ອຍ​ນຳ​ໃຊ້ເຟ​ສ​ບຸກ ຫຼື ໂປຣ​ແກຣມ​ຕ່າງໆ​ກ່ອນ​ໄວ​ອັນ​ຄວນ ມັນ​ຈະ​ມີ​ຜົນ​ກະ­ທົບ​ຕໍ່​ສະ­ໝອງ​ເດັກ​ເອງ ເຮັດ​ໃຫ້ການ​ຮ່ຳ­ຮຽນ​ອ່ອນ ນິດ​ໄສ​ໃຈ­ຄໍ​ປ່ຽນ​ໄປ​ສູ່​ກ້າວລ້າວ ບອກ​ບໍ່​ຟັງ​ຄວາມ ປະ­ລະ​ການ​ຮ່ຳ­ຮຽນ ດັ່ງນັ້ນ​ ໃນ​ໄວ​ຮຽນ​ຫຼັງ​ຈາກສິ້ນ​ສຸດ​ຊົ່ວ­ໂມງ​ການ​ຄວບຄຸມ​ຂອງ​ຄູ-ອາ­ຈານ ເຂົາ​ກໍ​ເຂົ້າ​ສູ່​ສັງ­ຄົມ​ກົ້ມ​ໜ້າ ຊຶ່ງ​ເລື່ອງ​ດັ່ງ­ກ່າວ​ຈຳ­ເປັນ​ຕ້ອງ​ສົ່ງ​ໄມ້​ຕໍ່­ໃຫ້​ພໍ່ແມ່ຜູ້​ປົກ­ຄອງ​ ໃຫ້­ການ​ຮ່ວມ​ມື​ຄຸ້ມ​ຄອງ​ບອກ­ສອນ ສຶກ​ສາ​ອົບ­ຮົມ​ນຳ​ເຊັ່ນ​ກັນ ແລະ ຢ່າງ​ພິ­ຖີ​ພິ​ຖັນຈິງ​ຈັງ.
ຄູ-ອາ­ຈານ​ເຫັນ​ນັກ­ຮຽນ​ຂອງ​ຕົນ​ມີ​ແຕ່​ກົ້ມ​ໜ້າເຂ່ຍ​ກັບ​ເຂ່ຍ​ເວ­ລາ​ພັກ​ຮຽນ​ ແທນ​ທີ່​ຈະ​ໃຊ້​ເວ­ລາຄົ້ນ­ຄວ້າ​ຮ່ຳ­ຮຽນ​ເພິ່ມ​ເຕີມ​ໃຫ້​ກາຍ­ເປັນ​ນິດ​ໄສ ຫົວ­ໜ້າ​ເຫັນ​ເພື່ອນ​ຮ່ວມ​ງານ ຫຼື ສັບ​ພື້ນ­ເມືອງ ວ່າ​ເຫັນ “ລູກ​ນ້ອງ​ຕົນ” ມີ​ແຕ່​ເຂ່ຍ​ກັບ​ເຂ່ຍ​ໜ້າ​ຈໍ ເໝືອນ​ຈະ​ຫາ​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ປະ­ເສີດ​ເລີດ​ລ້ຳ​ຢ່າງສະ­ຫງ່າ​ຜ່າ­ເຜີຍ​ເໜືອກ​ວ່າ​ວຽກ​ງານ ໂດຍ​ບໍ່​ຄຳ­ນຶງເຖິງ​ກົດ​ລະ­ບຽບ ພາ­ລະບົດ­ບາດ ຫຼື ຕຳ­ແໜ່ງ​ງານທີ່​ມອບ​ໝາຍ​ໃຫ້ ແປ​ວ່າ​ກັນ​ແນວ­ໃດ ສິ່ງ​ນີ້​ມັນຮຽກ­ຮ້ອງ​ຕ້ອງ­ການ​ການ​ປະ­ຕິ­ບັດ​ລະ­ບຽບ​ຢ່າງ​ມີ ຄວາມ​ເຂັ້ມ​ງວດ​ກວດ​ຂັນ ແລະ ສະ­ຕິ​ຕື່ນ​ຕົວ​ຂອງບຸກ­ຄົນ ກໍ່​ຄື​ແຕ່­ລະ­ຄົນ​ໃນ​ຕ່າງ­ປະ­ເທດ​ທີ່​ເຂົາ ເປັນ­ຕົ້ນ​ສະ­ບັບ​ຄົ້ນ​ພົບ ແລະ ນຳ​ໃຊ້​ກ່ອນ​ກໍ່​ບໍ່​ໃສ່ວ່າ​ຈະ​ເສບ​ກົ້ມ​ເງີຍ​ເອົາ­ແທ້­ເອົາ­ວ່າ ຈົນ​ລືມ​ໜ້າ­ທີ່ ທີ່​ຕົນ​ເອງ​ຮັບ­ຜິດ­ຊອບ ​ວ່າ​ເວ­ລາ​ນີ້​ຕົນ​ເຮັດ​ຫຍັງ ສິ່ງ​ທີ່​ກຳ­ລັງ​ເຮັດ​ມັນ​ຜິດ ຫຼື ແຕະ­ຕ້ອງ​ເຖິງ​ການ​ຮ່ຳຮຽນ ຫຼື ໜ້າ­ທີ່​ວຽກ​ງານ​ບໍ? ຖ້າ​ຫາກ​ການ​ນຳ​ໃຊ້ຢ່າງ​ໄຮ້​ກາ­ລະ​ເທ­ສະ ມັນ​ກໍ່​ກາຍ­ເປັນ​ການ​ເສບ​ຕິດຢ່າງ​ດ້ອຍ​ພັດ­ທະ­ນາ ຄື: ເຂ່ຍ​ແລ້ວ​ເຂ່ຍ​ອີກ ເຂ່ຍແບບ​ໄຮ້​ດຽງ­ສາ ມັນ​ຈະ​ມີ​ຜົນ​ກະ­ທົບແນວ­ໃດ​ຕໍ່​ສັງຄົມ ແລະ ລະ­ບົບ​ການ​ປົກ­ຄອງ​ໃນ​ຍຸກ​ປັດ­ຈຸ­ບັນ

 (ສະ­ເໜີ​ບັນ­ຫາ​ນີ້​ກໍ່​ເພື່ອ​ແລກ­ປ່ຽນ​ບົດ­ຮຽນ).

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.






Comments