ຂົນຫົວລຸກ ນຳ້ທະເລກາຍເປັນສີແດງສົດເຕັມໜ້ານຳ້ ພໍແຕ່ເຂົ້າໄປເບິ່ງໃກ້ໆເຖິງກັບເສົ້າໃຈ
ຖ້າໃຜເຫັນຮູບພາບເຫຼົ່ານີ້ກໍ່ຄົງຈະຕິດວ່າໜ້າປະຫຼາດໃຈແທ້ໆວ່າເປັນຫຍັງທະເລຄ່ອຍກາຍເປັນສີແດງສົດ ແຕ່ພໍໄດ້ຮູ້ສາເຫດແລະທີ່ມາ ເຊິ່ງເຊື່ອວ່າໜ້າຈະເປັນສິງທີ່ສະເທືອນອາລົມແລະຈິດໃຈຂອງໃຜຫຼາຍຄົນຢ່າງແນ່ນອນ ແລະພ້ອມກັບຕັ້ງຄຳຖາມວ່າ ພວກເຂົາເຮັດໄປເພື່ອຫຍັງ
ທີ່ນີ້ແມ່ໝູ່ເກາະ ແຟໂຮ ໃນທຸກປີເຫຼົ່າປາວານນຳຮ່ອງຈະຕ້ອງລອຍນຳ້ໄປທີ່ເດັນມາກ ໃນເວລາການອົບພະຍົບຂອງປາວານແຕ່ໃນຊ່ວງເວລາດຽວກັນນັ້ນເອງທີ່ເຫຼົ່າປາວານສະລໍໂຕ ພວກຊາວບ້ານແລະຊາວປະມົງກໍ່ຈະລົງເຮືອຫາງຍາວເພື່ອເຂົ້າໄປໃກ້ພວກມັນແລະເຮັດໃນສິ່ງທີ່ບໍ່ຄາດຄິດ
ພວກເຂົາລຸຍນຳ້ແລະລາກສັດທີ່ລ້ຽງລູກດ້ວຍນຳ້ນົມທີ່ບໍ່ມີທາງສູ້ ແລະບໍ່ຮູ້ອີ່ໂໜ້ອີ່ເໜ່ໃນສະຕາກຳຂອງຕົນເອງໄປທີ່ຫາດຊາຍກ່ອນຈະລົງມືຂ້າພວກມັນ ເຊິ່ງບໍ່ມີພຽງແຕ່ໜຶ່ງເຖິງສອງໂຕ ແຕ່ພວກເຂົາຂ້າປາວານເປັນຈຳນວນຫຼວງຫຼາຍ ເບິ່ງໄດ້ຈາກນຳ້ທະເລທີ່ປ່ຽນເປັນສີແດງກໍ່ຈະຈິນຕະນາການພາບໄດ້ຊັດເຈນ
ຊຶ່ງສິ່ງທີ່ພວກເຂົາໄດ້ກະທຳລົງໄປນັ້ນເອີ້ນວ່າເປັນເທດສະການປະຈຳປີກໍ່ວ່າໄດ້ ທີ່ທຸກປີຈະມີການຂ້າປາວານນຳຮ່ອງ ປະຈຳປີໃນຊ່ວງເວລາທີ່ມັນອົບພະຍົບແລະເຂົ້າໃກ້ເກາະນີ້ ຊຶ່ງໄດ້ເຮັດສືບທອດກັນມາຢ່າງຍາວນານ ນັບວ່າເປັນເທດສະການທີ່ໂຫດຮ້າຍແລະທາລຸນຫຼາຍທີ່ຂ້າຜູ້ບໍລິສຸດສັງເວີຍຄວາມສຸກສະໜານຂອງຕົນເອງ
ໃນປັດຈຸບັນທົ່ວໂລກມີປາວານນຳຮ່ອງຄີຍາວປະມານ 1,000,000ໂຕ ແລະປາວານນຳຮ່ອງຄີສັ້ນປະມານ 200,000ໂຕ ຊຶ່ງເປັນໂຕເລກທີ່ໜ້າເປັນຫ່ວງທີ່ສຸດ ສຳຫຼັບປະເທດເພື່ອນບ້ານເຮົາຄືດັ່ງ ປະເທດໄທ ປາວານນຳຮ່ອງຄີສັ້ນຖືວ່າເປັນສັດປ່າສະຫງວນຕາມ ພ.ຮ.ບ ສະຫງວນແລະຄຸ້ມຄອງສັດປ່າຄຸ້ມຄອງ ພ.ສ 2535
ໝູ່ເກາະແຟໂຮເປັນເຂດການປົກຄອງຕົນເອງຂອງເດນມາກ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments
Post a Comment