ພຣະອາຈານ ສົມນຶກ ພັນທະວົງ ພ້ອມດ້ວຍພາກສ່ວນທີ່ມີຈິດໃຈ ສັດທາ ແລະຊ່ວຍເຫຼືອຄອບຄົວຜູ້ທີ່ທຸກຈົນ ແລະດ້ອຍໂອກາດ



ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບວັດຖະນາ ຖາວອນ
ເມືອງໂພນໄຊ
ບ້ານທ່າໂພ
ໜັງສືສະເໜີ
ຮຽນ: ພຣະອາຈານ ສົມນຶກ ພັນທະວົງ ພ້ອມດ້ວຍພາກສ່ວນທີ່ມີຈິດໃຈ ສັດທາ ແລະຊ່ວຍເຫຼືອຄອບຄົວຜູ້ທີ່ທຸກຈົນ ແລະດ້ອຍໂອກາດ
ເລື່ອງ: ຊໍແຜ່ວັດຖຸ ປັດໃຈ ເພື່ອບັນເທົາທຸກໃຫ້ແກ່ຜູ້ທຸກຍາກ ແລະດ້ອຍໂອກາດ ຢູ່ພາຍໃນບ້ານຂອງພວກຂ້າພະເຈົ້າ
ອີງຕາມ: ການເກັບຂໍ້ມູນຄອບຄົວທຸກຍາກ ຢູ່ພາຍໃນບ້ານທ່າໂພ ຂອງພວກຂ້າພະເຈົ້າ ແມ່ນທີຈຳນວນຫຼວງຫຼາຍ ແຕ່ຈຳນວນທີ່ທຸກຍາກແທ້ໆ ແລະບໍ່ມີທາງອອກແມ່ນເປັນຕາໜ້າສົງສານ, ພວກເຂົາເຈົ້ສແມ່ນບໍ່ມີທີ່ຢູ່ອາໃສແບບຖາວອນ, ຂາດທາງດ້ານອຸປະກອນຮັບໃຊ້ ເປັນຕົ້ນແມ່ນ ເຄື່ອງນອນ, ຜ້າຫົ່ມ, ໂສ້ງເສື້ອ, ເກີບ, ອາຫານການກິນ, ດ້ອຍໂອກາດໃນສຶກສາ ຮຳ່ຮຽນ ເຊິ່ງມີຈຳນວນ 19ຄອບຄົວ 115ຄົນ. ພວກຂ້າພະເຈົ້າ ຕາງໜ້າການຈັດຕັ້ງບ້ານກໍ່ຄືຄອບຄົວທຸກຈົນ ຈຶ່ງໄດ້ຂຽນໜັງສືສະເໜີຂໍອຸປະກອນຕ່າງໆ ແລະອາຫານມາຊ່ວຍເພື່ອບັນເທົາທຸກນະ ພຣະອາຈານສົມນຶກ ພັນທະວົງ ແລະບັນດາທ່ານທັງຫຼາຍທີ່ມີຈິດໃຈສັດທາຊ່ວຍເຫຼືອ ເອົາບຸນຕາມຄວາມເໝາະສົມດ້ວຍ


ທ່ານສາມາດຕິດຕໍ່ເພື່ອບໍລິຈາກຜ່ານ 1624 ຫຼື ໂທ 020 96697373 ແລະ 02058857373 ກັບທ່ານ ນາງ Lamphanh Ouanmexay ດັ່ງຮູບພາບດ້ານລຸ່ມນີ້




ໜັງຊື່ສະບັບນີ້ແມ່ນໄດ້ມີກາຈຳ້ຢັ້ງຢືນຈາກບ້ານ




























ຂໍ້ມູນແລະຮູບຈາກ ພຣະອາຈານ ສົມນຶກ ພັນທະວົງ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments