Kingston ໄດ້ເປີດໂຕ Flash Drive USB 3.0 ຄວາມຈຸມະຫາໂຫດ 2TB
ຮຽກໄດ້ວ່າຈະເປັນເລື້ອງທໍາມະດາໄປແລ້ວສໍາຫລັບ Kingston ກັບການຕົກເປັນຂ່າວທີ່ໜ້າຕົກໃຈ ໃນເລື້ອງການພັດທະນາປະສິດທິພາບຂອງແຟັດໄດ້ມາໃຫ້ເຫັນກັນຢູ່ເລື້ອຍໆ ແລະ ລ່າສຸດພວກເຂົາໄດ້ເປີດໂຕ Flash Drive USB 3.0 ທີ່ມາພ້ອມກັບຄວາມຈຸສູງສຸດໃນໂລກເຖິງ 2TB
ສໍາຫລັບເຈົ້າ Flash Drive ນີ້ມີຊື່ລຸ່ນວ່າ Kingston DataTraveler Ultimate Generation Terabyte (GT) ໂດຍມີການປັບວັດສະດຸມາເປັນໂລຫະສັງກະສີອັດລ່ອຍເພື່ອເພີ່ມຄວາມທົນທານໃນການໃຊ້ງານ ແລະ ປ້ອງກັນຄວາມເສຍຫາຍເວລາທໍາຕົກພື້ນໄດ້ດີຂຶ້ນ ມີໃຫ້ເລືອກຊື້ຢູ່ 2 ລຸ່ນຄືລຸ່ນຄວາມຈຸ 1 TB ແລະ 2TB ສາມາດໃຊ້ງານຮ່ວມກັບ OS ຕ່າງໆ ບໍ່ວ່າຈະເປັນ macOS, Windows, Chrome OS ແລະ Linux ຊຶ່ງໂຕ DataTraveler Ultimate GT ຈະວາງຂ່າຍຢ່າງເປັນທາງການໃນເດືອນ ກຸມພາ ນີ້ ແລະ ຍັງບໍ່ມີການເປີດເຜີຍລາຍລະອຽດຂອງລາຄ່າອອກມາ ແຕ່ຄາດວ່າລາຄາກໍໜ້າຈະເອົາເລື້ອງຢູ່ເພາະວ່າເບິ່ງຈາກຄວາມຈຸ USB Flash Drive ທີ່ມະຫາໂຫດແບບນີ້



Comments
Post a Comment