1 ມື້ 1 ລ້ານວິວ! ວົງ SLOW ໂຊເພງ "หมอกหรือควัน" ເວີຊັ້ນພາສາໃຕ້ຂອງໄທ
ຫຼັງຈາກທີ່ເຮັດໃຫ້ແຟນເພງຊື່ນຊອບຈາກການຖ່າຍທອດເພງ มือลั่น ໃນຮອບອໍດີຊັ້ນ The X Factor Thailand ໄປແລ້ວລ່າສຸດສອງໜຸ່ມວົງ SLOW ต๋อง - วัฒนา ชลสงคราม ແລະ ไอช์ - รัชกร ชูประดัษฐ์ ກໍ່ໄດ້ກັບມາພ້ອມການສະແດງໃນຮອບ 4 Chair Challenge ທີ່ພວກເຂົາໄດ້ເອົາເພງຮິດຂອງ เบิร์ด ธงไชย ມາຮ້ອງໃນສະໄຕລພວກເຂົາເອງ
ໂດຍວົງ SLOW ໄດ້ເອົາບົດເພງ หมอกหรือควัน ມາຖ່າຍທອດໃນຮອບ 4 Chair Challenge ເຊິ່ງນອກຈາກຈະຮ້ອງເພງນີ້ໃນພາສາກາງແລ້ວ ไอช์ກໍ່ໄດ້ໂຊແຣັບໃນເພງ ສ່ວນ ต๋อง ກໍ່ໄດ້ແປງເນື້ອຮ້ອງຊ່ວງທ້າຍເພງເປັນພາສາໃຕ້ໃຫ້ແຟນໆ ໄດ້ເຊີ້ໄພ້ກັນ ຈົນເຮັດໃຫ້ຍອດວິວການສະແດງຂອງສອງໜຸ່ມໃນ Facebook ນັ້ນທະລຸລ້ານວິວເປັນທີ່ຮຽບຮ້ອຍແລ້ວ
ເຖິງວ່າວົງ SLOW ຈະບໍ່ໄດ້ມີພະລັງສຽງ ແລະ ເທັກນິກທີໂຫດຄືສິນລະປິນກຸ່ມອື່ນໃນຮອບນີ້ ແຕ່ຫຼາຍຄົນກໍ່ແນມວ່າພວກເຂົາມີສະເນ່ ແລະ ໜ້າຈະສາມາດພັດທະນາຕໍ່ໄປໄດ້ເມື່ອຢູ່ໃນໂປຣດິວເຊີ້ແບບ เบน - ชลาทิศ ตันติวุฒิ ທີ່ມີປະສົບການຫຼາກຫຼາຍໃນຖານະສິນລະປິນແນວໜ້າ

เบน ชลาทิศ ตันติวุฒิ ແລະ ຜູ້ເຂົ້າແຂ່ງຂັນປະເພດທີມທັງໝົດ
ໃນຮອບຕໍ່ໄປຂອງການແຂ່ງ 4 Chair Challenge ນັ້ນຈະເປັນການແຂ່ງຂັນຂອງສິນລະປິນທີ່ມີອາຍຸ 30 ປີຂຶ້ນໄປໃນທີມຂອງໂປຣດິວເຊີ້ ดี้ – นิติพงษ์ ห่อนาค ເຊິ່ງຈະມີຜູ້ເຂົ້າແຂ່ງຂັນທີ່ໂດດເດັ່ນໃນກຸບນີ້ຈະແມ່ນໃຜຕ້ອງຕິດຕາມຮອບຕໍ່ໄປ
cr:www.sanook.com
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.







Comments
Post a Comment