ວົງບໍດີ້ສະແລມ!! ສະຫຼະລາຍໄດ້ ເພື່ອສະໜັບສະໜູນ ຕູນ ຮູ້ເຖິງລາຍໄດ້ຈົນວ່າອຶ້ງ




ເອີ້ນໄດ້ວ່າເປັນໂຄງການທີ່ນັກຮ້ອງດັງໜຸ່ມຕູນ ບໍດີ້ສະແລມ ໄດ້ນຳທີມຈັດຕັ້ງໂຄງການກ້າວຄົນລະກ້າວ ໂດຍເມື່ອວັນທີ່ 15 ພະຈິກທີ່ຜ່ານມານັ້ນ ທ່ານນິກ ວິຊຽນ ເທີກໄພສານ ຜູ້ບໍລິຫານຄ້ານຈີ່ນີເລັກຄອດ ເຊິ່ງເປັນຕົ້ນສັງກັດຂອງ ຕູນ ໄດ້ອອກມາເປີດເຜີຍຜ່ານສີ່ດັງກ່ຽວກັບວົງ ທີ່ຢຸດຮັບງານດົນເຖິງ 3ເດືອນ ເຊິ່ງປົກກະຕິນັ້ນ ວົງບໍດີ້ສະແລມຈະຮັບງານບໍ່ເກີນ 20 ຕໍ່ເດືອນ
 ເຊິ່ງສະມາສິກໃນວົງກໍ່ເຂົ້າໃຈ ແລະໃຫ້ຄວາມສະໜັບສະໜຸນຕໍ່ໂຄງການນີ້ ເຊິ່ງທາງດ້ານຕົ້ນສັງກັດເອງເບິ່ງວ່າ ເຖິງແມ່ນວ່າຈະເສຍລາຍໄດ້ ມະຫາສານ ເຊິ່ງລາຍໄດ້ຈາກການໂຊປະມານໂຊລະ 400,000-500,000ບາດ ອີກທັງເປັນສິ່ງທີ່ຕູນຕັ້ງໃຈເຮັດຫຼາຍ ຖືເປັນການເສຍສະລະຄັ້ງຍິ່ງໃຫຍ່ ເຊິ່ງສິ່ງທີ່ພວກເຂົາເຮັດ ບໍ່ແມ່ນເພື່ອການໂປຣໂມດໂຕເອງ ແຕ່ລາວເອົາຊີວິດໂຕເອງເຂົ້າແລກ ຜົນທີ່ກັບມາຄື ແຮງໃຫ້ ແຮງໄດ້













-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments