ເປີດໂຕ "ໝູ່ເຈົ້າບ່າວ" ໃນງານແຕ່ງຂອງ ຊົງຈຸກິ-ຊອງເຮຄຽວ
ມື້ນີ້ແອັດມິ້ນຈະພາໄປສ່ອງເບິ່ງໝູ່ເຈົ້າບ່າວປ້າຍແດງ ຊົງຈຸກິ ສາມີແຫ່ງຊາດທີ່ສົ່ງຕົງຈາກປະເທດເກົາຫຼີ ທີ່ໄດ້ຈັດງານແຕ່ງກັບນາງເອກຂວັນໃຈຂອງຫຼາຍຄົນ ຊອງເຮຄຽວ ຊຶ່ງໄດ້ຈັດຂຶ້ນໃນວັນທີ 31 ຕຸລາ 2017 ທີ່ຜ່ານມານັ້ນເອງ ຊຶ່ງໃນງານແຕ່ງຂອງ ຊົງຈຸກິ-ຊອງເຮຄຽວ ກໍ່ມີໝູ່ເຈົ້າບ່າວທີ່ຕ້ອງສະດຸດສາຍຕາຂອງຫຼາຍໆຄົນກໍ່ວ່າໄດ້ ແລະແອັດມິ້ນຫກໍ່ໄດ້ນຳຮູບພາບຂອງ ໝູ່ເຈົ້າບ່າວທັງ7ຄົນມາໃຫ້ໄດ້ຊື່ນຊົມ ດູດດື່ມ ກັນໄປເຕັມໆຕາ
ຕາມມາສ່ອງໝູ່ຈ່າວບ່າວນຳກັນເລີຍ
ມາເບິ່ງເລີຍວ່າມີໃຜແດ່
ໝູ່ເຈົ້າບ່າວຄົນທີ 1 ໂຈອິນຊອນ
ໝູ່ເຈົ້າບ່າວຄົນທີ 2 ຄິມອູບິນ
ໝູ່ເຈົ້າບ່າວຄົນທີ 3 ພັດໂບກອມ
ໝູ່ເຈົ້າບ່າວຄົນທີ 4 ອີກວາງຊູ
ໝູ່ເຈົ້າບ່າວຄົນທີ 5 ຍູອາອິນ
ໝູ່ເຈົ້າບ່າວຄົນທີ 6 ໂດຍອງຊູ
ໝູ່ເຈົ້າບ່າວຄົນທີ 7 ອິມຈູຮວານ
ຍິນດີນຳທັງສອງຄົນຫຼາຍໆເດີ້ ຂໍໃຫ້ມີຄວາມສຸກກັບການສ້າງຄອບຄົວໃໝ່
ເປັນຈັ່ງໃດນໍ້ກັບໝູ່ເຈົ້າບ່າວທັງ 7ຄົນ ງານດີ ງານລະອຽດ ງານຊ້າງ ເລີຍກໍ່ວ່າໄດ້ ເຖິງວ່າ ຊົງຈຸກິ ສິສະລະໂສດໄປແລ້ວກໍ່ຕາມແຕ່ເຮົາກໍ່ມີໝູ່ເຈົ້າບ່າວທີ່ໜ້າຕາດີມາແຍງຕັ້ງວ່າ 7ຄົນ ຮະຮະ
ລາວຮ໋ອດຮິດ See New. Hear New. Feel New.











Comments
Post a Comment