ມັນບໍ່ແມ່ນສະໄຕຣ໌!!!....ທຣັມຈັບມືອົງຈັກກະພັດແບບຊິວໆ ສື່ງັດພາບ ໂອບຣາມາ ທຽບທັນທີ
ເມື່ອວັນທີ່ 7 ພະຈິກ ມີລາຍງານເຖິງສີສັນການຢ້ຽມຢາມອາຊ້ຽນຢ່າງເປັນທາງການຂອງ ທ່ານໂດນັດ ທຣັມ ປະທານນາທິບໍດີສາຫະລັດ ວ່າທ່ານທຣັມ ເດີນທາງຈາກຢີ່ປຸ່ນໄປເຖິງເກົາຫຼີໃຕ້ແລ້ວ ແຕ່ຍັງມີຄວັນຫຼົງໃນຢີ່ປຸ່ນໃຫ້ເວົ້າຫາກັນຢູ່ ຈາກຊ່ວງທີ່ ທ່ານທຣັມເຂົ້າເຝົ້າສົມເດັດພຣະຈັກກະພັດອາກິຣິໂຕະແລະຈັກກະພັດດີນີມິຊິໂກະ ຕາມທຳນົບທຳນຽມການມາຢ້ຽມຢາມຢ່າງເປັນທາງການ
ຮັບຊົມຄລິບ
ທ່ານທຣັມ ຈັບມືອົງຈັກກະພັດປຽບສະເໝືອນການພົບແຂກທົ່ວໄປ ແລະກົ້ມຫົວພຽງນ້ອຍດຽວ ສື່ຈຶ່ງບໍ່ລໍຊ້າໄປຢິບຮູບພາບ ທ່ານບາຣັກ ໂອບາມາ ສະໄໝເປັນຜູ້ນຳ ແລະເຂົ້າເຝົ້າປຣະມູກຢີ່ປຸ່ນດ້ວຍການໂຄ້ງຄຳນັບ ເມື່ອເດືອນພະຈິກ 2009 ສ້າງຄວາມຕື່ນຕັນໃຫ້ຊາວຢີ່ປຸ່ນວ່າ ທ່ານໂອບາມາ ພະຍາຍາມຮຽນຮູ້ວັດທະນາທຳຊາດອື່ນ
ບໍ່ພຽງເທົ່ານັ້ນ ທ່ານໂອບາມາ ຍັງເຮັດໃນລັກສະນະດຽວກັນກັບການພົບປະ ກະສັດອັບດຸຣເລາະ ຂອງຊາອຸດີອາຣະເບຍ ລະຫວ່າງການປະຊຸມກຸ່ມ 20 ຫຼື ຈີ-20 ທີ່ກຣຸງລອນດອນ ໃນປີ 2009 ອີກດ້ວຍ
ດ້ານຂະນະ ທ່ານທຣັມ ກ່າວເຖິງສຽງວິຈານນີ້ວ່າ ການໂຄ້ງຄຳນັບບໍ່ແມ່ນ ແລະບໍ່ເຄີຍເປັນສະໄຕຣ໌ຂອງທ່ານທຣັມ
ທັ້ງນີ້ ທ່ານທຣັມໃຊ້ເວລາໃນພະຣາດສະຫຼວງໂຕກຽວ ແລະໂອ້ລົມກັບສົມເດັດພະຈັກກະພັດເປັນເວລາເຖິງເຄິ່ງຊົ່ວໂມງ
Cr: Khaosod
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.





Comments
Post a Comment