ນາງ ອາລີນ່າ ພິລາວົງ ສາວນ້ອຍລູກຊອດເຊື້ອສາຍ ຢູເຄນ ທີ່ງາມບາດໃຈ



ນາງ ອາລີນ່າ ພິລາວົງ ສາວນ້ອຍລູກຊອດເຊື້ອສາຍ ຢູເຄນ ອາຍຸ 17 ປີ ກຳລັງສຶກສາຢູ່ທີ່ໂຮງຮຽນ ມ.ສ ວຽງຈັນ. ອາລິນ່າກຳລັງໂດງດັ່ງ ແລະ ເປັນທີ່ສົນໃຈໃນວົງການບັນເທີງລາວໃນຕອນນີ້ ເຊິ່ງແຮງບັນດານໃຈທີ່ເຮັດໃຫ້ ອາລິນ່າ ມັກໃນວົງການກໍແມ່ນ ສາວ ລູກນໍ້າ ທິດາລັດ ວົງສິລິ ນາງສາວລາວ ປີ2011 ນ້ອງຈຶ່ງໄດ້ເລີ່ມຕົ້ນເຂົ້າໄປປະກວດໃນໂຄງການ Mr&Ms The Pizza ຕອນອາຍຸ 13 ປີ ແລ້ວໄດ້ເລີ່ມກ້າວເຂົ້າສູ່ວົງການກັບສັງກັດ ກ້າວຫນ້າ ແລ້ວກໍເລີ່ມຕົ້ນເດີນແບບໃນງານເດີນແບບແຟຊັ່ນຫລາຍໆງານ ຫລັງຈາກນັ້ນກໍເລີ່ມໄດ້໗່າຍແບບປົກວາລະສານອີກຫລາຍສະບັບ ຫລາຍໆສຳນັກ ສິ່ງທີ່ໂດດເດັ່ນທີ່ເຮັດໃຫ້ຄົນຮູ້ຈັກນ້ອງແມ່ນ ການເດີນແບບ ຖ່າຍແບບ ແລະ ທີ່ຜ່ານມາບໍ່ດົນນີ້ນ້ອງກໍໄດ້ສະແດງຊີຣີ່ ເລື່ອງ Until You ຈົນກວ່າຈະໄດ້ຮັກກັນ ແລະ ນ້ອງຍັງເປັນແບຮນແອມບາສະເດີ້ ໃຫ້ກັບ Samsung ລຸ້ນ Galaxy A 2017 ແລະ ກໍກຳລັງມີຊີຣີ່ເລື່ອງໃໝ່ທີ່ ຊື່ວ່າ Badfriend ທີ່ກຳລັງຈະມີໃນໄວໆນີ້. ສິ່ງທີ່ນ້ອງຢາກຝາກໃຫ້ຕິດຕາມແມ່ນ ການໄດ້ເປັນ Presenter ໂທລະສັບມືຖື Samsung Galaxy A 2017 ແລະ ຢາກຝາກຕິດຕາມຜົນງານໃຫມ່ທີ່ຈະອອກມາໃຫ້ຕິດຕາມຕະຫລອດ ລວມທັງຊີຣີໃຫມ່ທີ່ຈະອອກໃນໄວໆນີ້.





ຂອບໃຈຂໍ້ມູນຈາກ : ມ່ວນ

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments