ເອີ້ນໄດ້ວ່າເປັນເຫດການທີ່ບໍ່ເກີດຂຶ້ນກັບໃຜ ກໍ່ຄົງຈະເປັນຕ້ອງຊ໋ອກທຸກລາຍແນ່ນອນ ສຳລັບເລື່ອງຂອງສາວນ້ອຍຄົນນີ້ ທີ່ຕ້ອງມາພົບເຈີກັບປະສົບການຫຼອນຕັ້ງແຕ່ຍັງນ້ອຍ ເມື່ອລາວຕ້ອງໄດ້ຢູ່ພາຍໃນເຮືອນກັບພະລົງງານບາງຢ່າງທີ່ບໍ່ສາມາດພິສູດໄດ້ ພາຍຫຼັງພໍ່ຂອງລາວໄດ້ເອົາກ້ອງວົງຈອນປິດມາຕິດຕັ້ງໃສ່ໃນແຕ່ລະຫ້ອງພາຍໃນບ້ານ ເພື່ອເຝົ້າເບິ່ງລູກສາວຂອງລາວ ແຕ່ເມື່ອໄດ້ມານັ່ງເຊັກຮູບພາບທີ່ກ້ອງໄດ້ບັນທຶກໄວ້ກໍ່ເຫັນຄວາມຜິດປົກກະຕິທີ່ເຮົດໃຫ້ຊ໋ອກຫຼາຍຂອງ 2 ເຫດການ ເຊິ່ງເຫດການທຳອິດແມ່ນເກີດຂຶ້ນໃນຂະນະທີ່ລູກສາວທີ່ກຳລັງນັ່ງຫຼິ້ນຕຸກກະຕາຢູ່ ແລ້ວປະກົດວ່າຕຸກກະຕາທີ່ນັ່ງຢູ່ທາງຂ້າງໄດ້ກະທຳຄືສິ່ງທີ່ມີຊີວິດເພາະມັນໄດ້ປິ່ນຫົວໄປມາໄດ້ເອງ ແລະໃນຂະນະທີ່ສາວນ້ອຍໄດ້ຢ່າງໄປອີກຫ້ອງ ກໍ່ຍັງພົບເຈີກັບເຫດການສຸດຊ໋ອກເກີດຂຶ້ນອີກ ແລະຄັ້ງນີ້ໄດ້ເຮັດໃຫ້ສາວນ້ອຍແລ່ນຕະເລີດອອກຈາກຫ້ອງນັ້ນຢ່າງໄວວາ
ແລະນີ້ແມ່ນເຫດການທີ່ເກີດຂຶ້ນ!!!
ຂໍຂອບໃຈທີ່ເຂົ້າມາຕິດຕາມ Facebook.com/Laohothit
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.
Comments
Post a Comment