ທ່ານ ທອງລຸນ ຢ້ຽມຢາມ ແລະ ກວດການໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນຢູ່ແຂວງພາກເໜືອຂອງລາວ
ທ່ານ ທອງລຸນ ສີສຸລິດ ເດີນທາງຢ້ຽມຢາມ ແລະ ກວດກາພື້ນທີ່ກໍ່ສ້າງທາງລົດໄຟລາວ-ຈີນທີ່ແຂວງອຸດົມໄຊ ແລະ ຫຼວງພະບາງ
ໜ່ວຍງານຄຸ້ມຄອງການກໍ່ສ້າງທາງລົດໄຟລາວ-ຈີນ ເຊິ່ງເປັນໜ່ວຍພາຍໃຕ້ບໍລິສັດ ໄຊນາເຣລເວ ກຣຸບ ຈຳກັດໄດ້ໃຫ້ສຳພາດຕໍ່ສື່ວ່າ ນາຍົກລັດທະມົນຕີທອງລຸນ ໄດ້ຢ້ຽມຢາມພື້ນທີ່ກໍ່ສ້າງອຸໂມງ ແລະ ຂົວບາງແຫ່ງໃນບັນດາແຂວງພາກເໜືອຂອງລາວ ພ້ອມທັງຮັບຟັງການນຳສະເໜີໂດຍຫຍໍ້ກ່ຽວກັບຄວາມຄືບໜ້າຂອງໂຄງການກໍ່ສ້າງດັ່ງກ່າວ
ຕາມຂໍ້ມູນຂອງຜູ້ຮັບເໝົາໂຄງການ ການກໍ່ສ້າງຈະແລ້ວສຳເລັດພາຍໃນວັນທີ 31 ທັນວາ 2021 ເຊິ່ງທ່ານທອງລຸນໄດ້ຖາມວ່າສາມາດເປີດໃຫ້ບໍລິການວັນທີ 2 ທັນວາ 2021 ໄດ້ ຫຼື ບໍ່? ເພາະວັນທີ 2 ທັນວາ ເປັນວັນຊາດຂອງລາວ
ຜູ້ຮັບເໝົາໂຄງການໄດ້ຕອບຄຳຖາມຂອງທ່ານນາຍົກລັດທະມົນຕີແຫ່ງ ສປປ ລາວ ວ່າ ຈະພະຍາຍາມສຸດຄວາມສາມາດເພື່ອໃຫ້ສາມາດເປີດໃຫ້ບໍລິການໃນວັນທີ 2 ທັນວາ 2021
ທ່ານທອງລຸນ ລະບຸວ່າ ໂຄງການສ້າງທາງລົດໄຟລາວ-ຈີນ ເປັນໂຄງການຮ່ວມມືຍຸດທະສາດສອງຝ່າຍ ແລະ ຈະເສີມສ້າງສາຍພົວພັນມີມິດຕະພາບທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະພັດທະນາຮ່ວມກັນຂອງທັງສອງປະເທດ
ການກໍ່ສ້າງທາງລົດໄຟນີ້ ເລີ່ມຕົ້ນຕັ້ງແຕ່ປີ 2016 ເຊິ່ງຄາດວ່າຈະໃຊ້ເວລາກໍ່ສ້າງ 5 ປີ ດ້ວຍທຶນກໍ່ສ້າງກວ່າ 5.8 ຕື້ໂດລາສະຫະລັດ ໃນນັ້ນ 70% ເປັນການລົງທຶນຈາກຈີນ ແລະ ອີກ 30% ເປັນທຶນຂອງລັດທະບານລາວ
ແຫຼ່ງຂ່າວລາຍງານຕື່ມອີກວ່າ ທ່ານ ທອງລຸນ ສີສຸລິດ ພໍໃຈກັບຄວາມຄືບໜ້າຂອງໂຄງການກໍ່ສ້າງທາງລົດໄຟນີ້ເປັນຢ່າງສູງ
cr:muan.sanook.com
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.






Comments
Post a Comment