ນັກກິລາແລ່ນ-ລານລາວ ສາວ ລົດແກ້ວ ອິນທະກຸມມານ ໄດ້ເຮັດໃຫ້ຄົນລາວພູມໃຈ ລ່າສຸດໄດ້ຄວ້າຫຼຽນທອງມາຈາກຈີນ


ນັກກີລາແລ່ນ-ລານຍິງທີມຊາດລາວ ລົດແກ້ວ ອິນທະກຸມມານ ຄວ້າໄດ້ຫຼຽນທອງ (ອັນດັບ 3) ຈາກລາຍການແຂ່ງຂັນແລ່ນທົນ China-ASEAN Marathon 2017 ເຊິ່ງຈັດຂຶ້ນທີ່ປະເທດຈີນ ໂດຍມີນັກກີລາມືອາຊີບຈາກນານາປະເທດເຂົ້າຮ່ວມກວ່າ 10 ພັນຄົນ.


ລົດແກ້ວ ອິນທະກຸມມານ ອາຍຸ 22 ປີ ເປັນນັກສຶກສາຈົບໃໝ່ຈາກພາກວິຊາທ່ອງທ່ຽວອະນຸລັກ ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ.
ຄວາມພຽນພະຍາຍາມກ່ອນທີ່ຈະມາຮອດຈຸດນີ້ຂອງ ລົດແກ້ວ ກໍບໍ່ແມ່ນເລື່ອງງ່າຍ. ລົດແກ້ວ ເຄີຍໃຫ້ສຳພາດກັບສື່ທ້ອງຖິ່ນຂອງລາວເມື່ອຕົ້ນປີວ່າ ຫຼັງຈາກເລີກຮຽນໃນແຕ່ລະມື້ຕ້ອງໄດ້ຝຶກຊ້ອມແລ່ນໄລຍະທາງ 17-18 ກິໂລແມັດພາຍໃນເວລາປະມານ 1 ຊົ່ວໂມງ 20 ນາທີ ເພື່ອກຽມຄວາມພ້ອມກ່ອນເຂົ້າຮ່ວມການແຂ່ງຂັນແລ່ນມາຣາທອນຢູ່ທີ່ຂອນແກ່ນປະເທດໄທ ເມື່ອທ້າຍເດືອນມັງກອນປີນີ້.

ທີ່ຜ່ານມາ ລົດແກ້ວ ປະສົບຄວາມສຳເລັດ ແລະ ຍາດໄດ້ລາງວັນທີ່ສ້າງຄວາມພາກພູມໃຈໃຫ້ແກ່ຊາດຫຼາຍລາຍການ ບໍ່ວ່າຈະເປັນລາຍການແຂ່ງຂັນພາຍໃນປະເທດ ແລະ ລະດັບພາກພື້ນ ເຊັ່ນ: ໄດ້ລາງວັນຈາກລາຍການແຂ່ງຂັນມະຫະກຳກີລາມະຫາວິທະຍາໄລອາຊຽນຄັ້ງທີ 16, 17 ແລະ 18, ໄດ້ຫຼຽນທອງຈາກລາຍການແລ່ນ 10,000 ແມັດໃນມະຫະກຳກີລາອາຊຽນເກມຄັ້ງທີ 27 ແລະ ໄດ້ຫຼຽນທອງໃນລາຍການແລ່ນ 1,500 ແມັດ ໃນມະຫະກຳກີລາຊີເກມຄັ້ງທີ 29 ຢູ່ມາເລເຊຍ.
ນອກຈາກນັ້ນ ໃນປີ 2018 ນີ້ ລົດແກ້ວ ກໍຍັງຈະເຂົ້າຮ່ວມໃນການແຂ່ງຂັນກີລາແຫ່ງຊາດຄັ້ງທີ 11 ຢູ່ແຂວງຊຽງຂວາງ ພ້ອມທັງຈະສືບຕໍ່ຝຶກຊ້ອມ ແລະ ເຮັດຜົນງານໃນການແຂ່ງຂັນລະດັບພາກພື້ນ ແລະ ສາກົນອອກມາໃຫ້ດີທີ່ສຸດ ເພື່ອກຽມຄວາມພ້ອມເຂົ້າຮ່ວມໃນການແຂ່ງຂັນໂອລິມປິກເກມປີ 2020 ຢູ່ປະເທດຍີ່ປຸ່ນ.











ຂໍຂອບໃຈ
ຂໍ້ມູນ: muan.sanook

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments