ລົດຕູ້ຕົກແຫວເຂດພູພະບາດເຈັບຫຼາຍຄົນ


ໃນວັນທີ 17/11/2017 ຜ່ານມາ ເວລາປະມານ14:50ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີອຸບັດຕິເຫດ ລົດຕູ້ໂດຍສານຕົກແຫວ ເຂດພູພະ ເມືອງຫີນເຫີບ ແຂວງວຽງຈັນ ດັ່ງນັ້ນໜ່ວຍກູ້ໄພນະຄອນຫຼວງຈຶ່ງໄດ້ອອກກວດສອບເຫດຮ່ວມກັບໂຮງໝໍແຂວງວຽງຈັນ ແລ້ວພົບເຫັນ ລົດຕົກລົງໄປປະມານ60ແມັດ ແລະ ຜູ້ບາດເຈັບຈຳນວນຫຼາຍເຊິ່ງມີພົນລະເມືອງດີຊ່ວຍກັນເອົາຄົນເຈັບຂຶ້ນມາຈາກບ່ອນທີ່ຕົກ ລວມມີ6ຄົນເຊິ່ງ4ຄົນແມ່ນມີອາການ ບາດແຜຖະຫຼອກຕາມຕົນໂຕອີກ2ຄົນແມ່ນມີອາການສາຫັດດັ່ງນັ້ນໜ່ວຍກູ້ໄພນະຄອນຫຼວງຈຶ່ງໄດ້ປະຖົມພະຍາບານເບື້ອງຕົ້ນນຳສົ່ງໂຮງໝໍແຂວງວຽງຈັນ.
ເຊິ່ງທີມງານເຮົາໄດ້ຈັດທີມກູ້ໄພແລະເຈົ້າໜ້າທີ່ຕຳຫຼວດລົງກວດກາເພື່ອໃຫ້ແນ່ໃຈວ່າບໍ່ມີຜູ້ບາດເຈັບຕິດຢູ່ໃນລົດແລ້ວ ພົບວ່າລົດຄັນດັ່ງກ່າວແມ່ນຍັງຕົກບໍ່ຮອດພື້ນແຕ່ໄປຄ່າຢູ່ຕົ້ນໄມ້ໃຫ່ຍເຊິ່ງຫ່າງຈາກຖະໜົນປະມານ60ແມັດ ຕໍ່ກັບເຫດການດັ່ງກ່າວໂຊກດີບໍ່ມີຜູ້ເສຍຊິວິດ.


ຂໍ້ມູນ: ກູ້ໄພ1624
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments