ໄປບໍ່ໄດ້ແຕ່ກະພະຍາຍາມໄປ ຈຶ່ງເຮັດເກີດເຫດນີ້ມາ ຂົວຫັກຍ້ອນນຳ້ໜັກເກີນ



ເບິ່ງແຕ່ຮູບກໍ່ຮູ້ຄຳຕອບ ເຫດເກີດຕອນຄ່ຳປະມານ 20:00 ໂມງຂອງວັນທີ 11/11/2017 ຢູ່ເຂດບ້ານນໍ້າແພດ ທາງໄປເມືອງເຟືອງ ແຂວງວຽງຈັນ , ລົດບັນຄັນສີແດງນີ້ບັນທຸກໜັກເກີນຂົວຮັບໂພນພຸກ ຈຸດ 10 ໄດ້ກໍ່ເລີຍຍຸບລົງຄາທີ່ ສ່ວນຜູ້ຄົນທີ່ຢູ່ໃນລົດປອດໄພ ແຕ່ທີ່ໜັກໃຈຄືຜູ້ຕ້ອງການນຳໃຊ້ທາງເສັ້ນນີ້ ຄົງລໍຖ້າເຮັດທາງເວັ້ນສຳເລັດ ແລະຕ້ອງເຮັດຂົວໃໝ່ແທນ.



ໜ້າເຫັນໃຈກັນທຸກຝ່າຍ, ລົດບັນທຸກກໍ່ຢາກໄປ, ປະຊາຊົນກໍ່ຢາກໃຊ້ ແຕ່ຄວາມຈິງແລ້ວລົດທີ່ບັນທຸກນຳ້ໜັກເກີນຄວນຄຳນຶງເຖິງຄວາມປອດໄພໄວ້ກ່ອນ ຢ່າງນ້ອຍກໍ່ຄວນຄິດເຖິງຄວາມປອດໄພຂອງຕົນເອງ, ຕໍໄປເຈົ້າໜ້າທີ່ກ່ຽວຂ້ອງຕ້ອງໄດ້ເອົາເຄື່ອງຊັ່ງນຳ້ໜັກໄປຕັ້ງໄວ້ຖ້າລົດຄັນໃດນຳ້ໜັກເກີນໃຫ້ມີວິທີແກ້ໄຂກ່ອນຈິ່ງໃຫ້ຜ່ານ ເພາະຜ່ານມາຂົວຫັກຕະຫຼອດຍ້ອນນຳ້ໜັກເກີນບາງຄົນຮູ້ແລ້ວຕັ້ງພາໂລເຮັດ ບາງຄົນບໍ່ຮູ້ແຕ່ສຸດທ້າຍຄືເກີດຜົນເສຍຫາຍທັງນັ້ນ.


ຂອບໃຈຂໍ້ມູນຈາກ : laosupdate.com
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments