ວິທີເຮັດ CPR ປະຕິບັດການຊ່ວຍຊີວິດຜູ້ປ່ວຍສຸກເສີນ ຫຼື ຢຸດຫາຍໃຈ


ຈາກ​ເຫດການ​ "ໂຈ​ ບອຍ​ສະ​ເກົ້າ​" ສິລະປິນທີ່ມີຊື່ສຽງຂອງໄທ ເສຍຊີວິດ​ ພາຍ​ຫຼັງ​ຈາກ​ການ​ໝົດ​ສະຕິ​ຂະນະ​ກຳ​ລັງ​ຮ້ອງ​ເພງ​ທີ່​ສະຖານ​ບັນ​ເທີງ​ແຫ່ງ​ໜຶ່ງ​ ເຮັດໃຫ້ສັງຄົມມີຄວາມສົນໃຈໃນການເຮັດ CPR ເພື່ອຊ່ວຍຊີວິດຜູ້ປ່ວຍສຸກເສີນຫຼາຍຂຶ້ນ ເຊິ່ງ​ຄວາມ​ຜິດ​ປົກກະຕິ​ຂອງ​ຫຼອດ​ເລືອດ​ຫົວ​ໃຈ​ເປັນ​ໄພງຽບ​ທີ່​ອາດ​ນຳ​ມາສູ່​ອາການ​ພາ​ວະ​ຫົວ​ໃຈ​ຢຸດ​ເຕັ້ນ​ຮຸນແຮງ​ເຊິ່ງ​ອາດ​ເກີດ​ຂຶ້ນ​ກັບ​ຜູ້​ທີ່​ມີ​ຄວາມ​ສ່ຽງ​ໄດ້​ຕະຫຼອດ​ເວລາ​

ໃນ​ຜູ້​ປ່ວຍ​ທົ່ວ​ໄປ​ກ່ອນ​ທີ່​ຫົວ​ໃຈ​ຈະ​ຢຸດ​ເຕັ້ນ​ຮຸນແຮງ,​ ຫົວ​ໃຈ​ຈະ​ມີ​ພາ​ວະ​ເຕັ້ນ​​ບໍ່​ເປັນ​ຈັງ​ຫວະ​ເຮັດໃຫ້​ເລືອດ​ໄປ​ລ້ຽງ​ສ່ວນ​ຕ່າງ​ໆ​ຂອງ​ຮ່າງກາຍ​ບໍ່​ສົມບູນ​ ເຮັດໃຫ້​ເກີດ​ພາ​ວະ​ໝົດ​ສະຕິ​ ບໍ່​ຮູ້ສຶກ​ຕົວ​ ແຕ່​ສະໝອງ​ຍັງ​ຄົງ​ສັ່ງ​ການ​ໃຫ້​ຮ່າງກາຍ​ພະຍາຍາມ​ຫາຍ​ໃຈ​ ທີ່​ເອີ້ນວ່າ​ Gasping breathing ຫຼື ​ການ​ຫາຍ​ໃຈ​ເຮືອກ​ ເຊິ່ງ​ຜູ້​ປ່ວຍ​ຈະ​ຫາຍ​ໃຈ​ແບບ​ອ້າ​ປາກ​ພະ​ງາບ​ ເຮັດໃຫ້​ຄົນ​ຮອບ​ຂ້າງ​ເຂົ້າໃຈ​ຜິດ​ວ່າຍັງ​ຫາຍ​ໃຈ​ເປັນ​ປົກກະຕິ​ ແລະ​ເຮັດໃຫ້​ການ​ຕັດ​ສິນ​ໃຈ​ຊ່ວຍ​ເຫຼືອ​ດ້ວຍ​ການ​ກົດ​ໜ້າ​ເອິກ​ CPR ນັ້ນ​ຊ້າລົ​ງ​ ເຊິ່ງ​ຈາກ​ການ​ວິ​ໄຈ​ທາງ​ການ​ແພດ​ນັ້ນ​ຜູ້​ປ່ວຍ​ຈຳ​ເປັນ​ຕ້ອງ​ໄດ້ຮັບ​ການ​ກົດ​ໜ້າເ​ອິກ​ຊ່ວຍ​ພາຍ​ໃນ​ເວລາ​ 4 ນາ​ທີພາຍ​ຫຼັງ​ຈາກ​ທີ່​ຫົວ​ໃຈ​ຢຸດ​ເຕັ້ນ​ຮຸນແຮງ​ຈຶ່ງ​ຈະ​ສາມາດ​ເພີ່ມ​ໂອ​ກາດ​ລອດ.​

ສຳລັບ​ຂັ້ນ​ຕອນ​ການ​ຊ່ວຍ​ຊີວິດ​ສຳລັບ​ປະຊາຊົນ​ທົ່ວ​ໄປ​ແມ່ນ​ ເມື່ອພົ​ບ​ຜູ້​ໝົດ​ສະຕິ​ໃຫ້​ເອີ້ນປຸກ​,​ ຖ້າ​ບໍ່​ຕອບສະໜອງ​ ໃຫ້​ສັງເກດ​ການ​ຫາຍ​ໃຈ​ ຫາກ​ບໍ່​ຫາຍ​ໃຈ​ ຫຼ ື​ຫາຍ​ໃຈ​ເປັນ​ເຮືອກ​ ຫຼື ​ສົງ​ໄສ​ວ່າ​ບໍ່​ຫາຍ​ໃຈ​ໃຫ້​ໂທແຈ້ງໂຮງໝໍ ຫຼື ໜ່ວຍກູ້ໄພ​​. ຈາກ​ນັ້ນ​ໃຫ້​ເລີ່ມ​​ກົດ​ໜ້າເ​ອິກ​ CPR ໂດຍ​ປະ​ສານ​ມື​ຢູ່​ເຄິ່ງ​ກາງ​ໜ້າ​ເອິກ​ລະຫວ່າງ​ຫົວ​ນົມ​ສອງ​ຂ້າງ​ ກົດ​ເລິກ​ 5-6 ຊັງ​ຕີ​ແມັດ​ ກົດ​ຕໍ່​ເນື່ອງ​ດ້ວຍ​ຈັງ​ຫວະ​ 100-120 ເທື່ອ​ຕໍ່​ໜ້າ​ທີ​ ຈົນ​ກວ່າ​ໜ່ວຍ​ກູ້​ຊີບ​ມາ​ເຖິງ​ ຫຼື ຈົນ​ກວ່າ​ຜູ້​ປ່ວຍ​ຈະ​ມີ​ການ​ຕອບສະໜອງ.​
ແລະ ​ຫາກ​ສະຖານ​ທີ່​ນັ້ນ​ມີ​ເຄື່ອງ​ຟື້ນ​ຄືນ​ຄື້ນ​ຫົວ​ໃຈ​ດ້ວຍ​ໄຟ​ຟ້າ​ອັດ​ຕະໂນ​ມັ​ດ​ ຫຼືື​ AED ໃຫ້​ຮ້ອງ​ຂໍ​ເພື່ອ​ນຳ​ມາ​ໃຊ້​ໂດຍ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ເຄື່ອງ​ AED ຂະນະລໍ​ຖ້າ​ຊຸດ​ປະຕິບັດການ​ສຸກ​ເສີນ​ການ​ແພດ​ຈະ​ມາ​ເຖິງ.​ ເຊິ່ງ​ໃນ​ກໍລະນີ​ລັກສະນະ​ເຊັ່ນ​ນີ້ເອີ້ນວ່າ​ຜູ້​ປ່ວຍ​ສຸກ​ເສີນ​ວິກິດ​.



ຂໍຂອບໃຈ
ຂໍ້ມູນ: muan.sanook.com

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments