Lao Skyway ເປີດເສັ້ນທາງການບິນຮອບປະຖົມມະເລິກ ວຽງຈັນ-ປາກເຊ


ລາວສະກາຍເວ ໄດ້ອຳນວຍຄວາມສະດວກສະບາຍໃຫ້ກັບພໍ່ແມ່ພີ່ນ້ອງພາກໃຕ້ທີ່ຕ້ອງການເດີນທາງມາວຽງຈັນ-ປາກເຊ ແລະ ປາກເຊ-ວຽງຈັນ ແລະຈຸດພິເສດແມ່ນມີຄ່າບໍລິການພຽງແຕ່ 399,000ກີບ. ທາງສາຍການບິນ Lao Skyway ແມ່ນໄດ້ເປີດເສັ້ນທາງການບິນຮອບປະຖົມມະເລິກ ວຽງຈັນ-ປາກເຊ ກັບຮອບບິນທຳອິດໃນວັນທີ່ 29 ພະຈິກ 2017. ເປັນອີກທາງເລືອກໃຫມ່ໃຫ້ປະຊາຊົນລາວ ແລະນັກທ່ອງທ່ຽວອີກຫຼາຍທ່ານອີກດ້ວຍ.

ໄປທ່ຽວພາກໃຕ້ກັນດີກວ່າເພື່ອສົ່ງເສີມປີການທ່ອງທ່ຽວ 2018 ທີ່ຈະມາຮອດນີ້

ລາຄາ 399,000ກີບ


ຮູບພາບການເປີດເສັ້ນທາງການບິນໃໝ່ຂອງລາວສະກາຍເວ ວຽງຈັນ-ປາກເຊ-ວຽງຈັນ













ຂໍຂອບໃຈຮູບພາບງາມໆຈາກ: Facebook Pock Chaliya
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments