ຊຳ່ຕາຍແລ້ວເກີດໃໝ່ ປ່ຽນໜຸ່ມໂຮງງານຄາງບ້ຽວໃຫ້ເປັນຄົນໃໝ່ Let Me In Thailand ຊີຊັ້ນ 3


“Let Me In Thailand Season 3 BIG CHANGE” ປ່ຽນໜຸ່ມຄາງບ້ຽວໃຫ້ເປັນຄົນໃໝ່ ຖືກໝູ່ເພື່ອນໄລ່ໃຫ້ໄປຕາຍແລ້ວເກີດໃໝ່ ກັບມາມີຊີວິດໃໝ່ອີກຄັ້ງ




ກະແສໂຊຊ້ຽວກໍ່ຮ້ອນລະອຸ ກັບເທບທຳອິດຂອງລາຍການ ໃນການປ່ຽນຊີວິດເກົ່າໃໝ່ເປັນຊີວິດໃໝ່ ຜູ້ຊາຍຄົນທຳອິດ  ໃນຊີຊັ້ນ 3 ນີ້ ຄື เอ็กซ์ นพจิต มลสิน  ໜຸ່ມໂຮງງານ ອາຍຸ 22 ປີ ນອກຈາກນີ້ໜ້າຕາເຂົາຈະລໍ່ແລ້ວ  ແຕ່ເລື່ອງຫົວໃຈຂອງເຂົາກໍ່ລໍ່ບໍ່ຕ່າງຫຍັງກັບໜ້າຕາເລີຍ ເພາະຖ້າໃຜທີ່ໄດ້ເບິ່ງ ກໍ່ຈະຮູ້ວ່າເຂົາຍື່ນເອິກ ຍອມຮັບແບບແມນໆ ວ່າເຂົາມີແັນເປັນສາວປະເພດສອງ


ດ້ວຍຄວາມທີ່ໜ້າຕາບໍ່ດີ ກ່ອນໜ້ານີ້ ໜຸ່ມເອັກມີຮັກແຕ່ລະເທື່ອກັບຜູ້ຍິງກໍ່ຈະຖືກຕວັະ ຖືກບອກເລີກ ມີແຟນກໍ່ບໍ່ມີໃຜກ້າຢ່າງນຳ ຈົນລ່າສຸດຖືກແຟນສາວຍົກຂົນຍ້າຍເຄື່ອງໄປໝົດ  ຖິ້ມໄວ້ແຕ່ຕູ້ເຢັນ ແລະເງິນ 500 ບາດ ທີ່ວາງໄວ້ເທິງຫຼັງຕູ້ເຢັນນັ້ນ ເຮັດໃຫ້ເອັກຮູ້ສືກເສຍໃຈຫຼາຍ  ຫຼັງຈາກເຫດການຄັ້ງນັ້ນ ເອັກໄດ້ມາພົບກັບ ต๊อบ พงศกร บ่อจันทร์ลา ແຟນສາວປະເພດສອງຂອງລາວ

 
ດ້ານປັນຫາຄາງຍື້ນ ຄາງບ້ຽວ ເຮັດໃຫ້ລາວເວົ້າບໍ່ຈະແຈ້ງ ມີປັນຫາກັບການຍຳ້ກິນອາຫານ ບາງເທື່ອກໍ່ໄປກັດກັບພຸງແກ້ມໂຕເອງຈົນເປັນບາດ ແລະ ດ້ວຍປັນຫາສາລະພັດ ໃຫ້ເອັກເປັນຄົນເກັບໂຕ ໝູ່ເພື່ອນເລົ່າໃນລາຍການວ່າ เເອັກເຄີຍມາຮັບແຟນ ປະມານເຄິ່ງເດືອນບໍ່ປົດໝວກກັນນ໋ອກເນື່ອງຈາກຮັບບໍ່ໄດ້ກັບສາຍຕາຄົນອື່ນທີ່ແນມມາ ເອັກເຄີຍປຶກສາປັນຫາກັບໝູ່ເພື່ອນຫຼາຍຄັ້ງ ຈົນໝູ່ບາງຄົນໄດ້ບອກໃຫ້ໄປຕາຍແລ້ວເກີດໃໝ່ງ່າຍກວ່າທີ່ຈະກັບມາເປັນປົກກະຕິ

ສຳລັບການຮັກສາໝໍ ບອກວ່າແບບນີ້ຢາກຫຼາຍ ຮັກສາໂດຍການຝ່າຕັດຮູບໂຄງໜ້າ ເລື່ອນຄາງເຈົ້າໄປໃນ ປັບສ່ວນທີ່ບ້ຽວໃຫ້ເຂົ້າທີ່ ດ້ານຜິວທີ່ບໍ່ລ້ຽບນຽນ ແລະ ມີບາດເປັນຈຳນວນຫຼາຍ ໝໍເບິ່ງແຍງໃຫ້ ຈົນທ້າຍສຸດໜຸ່ມໂຮງງານນີ້ກັບມາລໍ່ໃສຈົນຫຼາຍຄົນ ອຶ້ງ

ຕ້ອງບອກວ່າບໍ່ແມ່ນແຕ່ສັນຍາກຳເພື່ອໃຫ້ໜ້າຕາດີຂຶ້ນເທົ່ານັ້ນ ແຕາການສາຍຍາກຳຄັ້ງນີ້ ຍັງຄືໃຫ້ຊີວິດໃໝ່ກັບໜຸ່ມຄົນນີ້ ເພາະເຂົາບໍ່ຕ້ອງລີ້ໆ ລົບໆ ເວລາກິນເຂົ້າ ປັນຫາອາການຍຳ້ອາຫານກໍ່ໝົດໄປ








ຂໍຂອບໃຈ
ຂໍ້ມູນ: sanook

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments