ແອັບ LightSpace ລະບາຍສີດ້ວຍແສງເລເຊີ້ 3 ມິຕິ ຜ່ານກ້ອງ AR ໂຫລດມາທົດລອງໃຊ້ກັນ (ມີຄລິບ)
ກ້າວລ້ຳໄປອີກຂັ້ນກັບການລະບາຍສີທີ່ຈະບໍ່ຢູ່ໃນກະດາດອີກຕໍ່ໄປ ດ້ວຍແອັບ LightSpace ທີ່ຈະຊ່ວຍໃຫ້ທ່ານສ້າງພາບແຕ້ມ ສິນລະປະງາມໆ ນຳແສງເລເຊີ້ແບບ 3 ມິຕິ ຜ່ານກ້ອງ AR ໃນໂທລະສັບມືຖື
LightSpace – 3D painting in AR
ແອັບທາສີ ຫຼື ລະບາຍສີ ນຳແສງເລເຊີ້ແບບ 3 ມິຕິ ທີ່ມີຫົວແປງແບບຫຼາຍຮູບແບບໃຫ້ເລືອກໃຊ້ງານຜ່ານກ້ອງໃນໂທລະສັບທີ່ໃຊ້ເທັກໂນໂລຈີ AR ໃນ iOS 11 ເຂົ້າມາໃຊ້ງານໃນໂລກແຫ່ງຄວາມເປັນຈິງ ຕົວແອັບມີເຄື່ອງມືທີ່ໃຊ້ງານງ່າຍບໍ່ຊັບຊ້ອນ ສາມາດບັນທຶກເປັນຮູບພາບ ຫຼື ອັດເປັນວີດີໂອກໍ່ງາມຄືກັນ
LightSpace ມີວິທີງ່າຍ (1) ພຽງເຂົ້າແອັບ ແລະ ເລືອກຮູບແບບແສງເລເຊີ້ 3 ມິຕິ ທີ່ຕ້ອງການນຳການສະໄລ້ແຖບເຄື່ອງໂທລະສັບຂຶ້ນ (2) ເລືອກແສງເລເຊີ້ ແລະ ສ່ອງກ້ອງໄປໃຫ້ທົ່ວບໍລິເວນວັດຖຸ ຫຼື ບຸກຄົນທີ່ຕ້ອງການ ແລ້ວແຕ້ມລະບາຍສີລົງໄປຕາມຈິນຕະນາການຂອງທ່ານ (3) ຈາກນັ້ນກໍ່ກົດບັນທຶກຮູບພາບ ພຽງເທົ່ານີ້ທ່ານກໍ່ຈະໄດ້ຮູບພາບຖ່າຍສິນລະປະທີ່ແປກແວກແນວເອົາໄວ້ແຊອວດໝູ່ໄດ້ບໍ່ຊ້ຳໃຜແລ້ວ
ດາວໂຫລດແອັບ LightSpace
ເນື້ອທີ່: 87.3 MB ຮອງຮັບ iOS 11.0 ຂິ້ນໄປ (ໃຊ້ໄດ້ກັບ iPhone 6S ຂິ້ນໄປ, 9.7-inch, 10.5-inch, 12.9-inch iPad Pro, Wi-Fi + Cellular, (2nd Generation), iPad (5th Generation), Wi-Fi + Cellular)
ສາມາດດາວໂຫລດແອັບ LightSpace – 3D painting in AR ໄດ້ຟຣີທີ່ App Store
ສາມາດດາວໂຫລດແອັບ LightSpace – 3D painting in AR ໄດ້ຟຣີທີ່ App Store
ຂໍ້ມູນ: iPhonemod
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.






Comments
Post a Comment