Sony ໄດ້ເປີດ PlayStation VR ຊຸດພິເສດມາພ້ອມເກມ Gran Turismo Sport
ແຟນໆຂອງ Sony ທີ່ກຳລັງແນມຫາ PlayStation VR ມາໄວ້ຫຼິ້ນເກມແບບສົມຈິງ ມີຂ່າວດີເພາະ Sony ໄດ້ເປີດຕົວ PSVR ຊຸດພິເສດມາພ້ອມກັບ Gran Turismo Sport ແລະວາງຂາຍໃນລາຄາພຽງ 399.99 ຫຼຽນ ຫຼືປະມານ 3.250.000 ກີບ ໂດຍເກມ Gran Turismo Sport ຈະມາໃຫ້ເປັນແຜ່ນເລີຍບໍ່ຕ້ອງໄປໂຫຼດ ໂດຍຊຸດນີ້ຈະເປັນໂຊນອາເມລິກາແຕ່ຄາດໜ້າຈະນຳມາຂາຍໃນໂຊນອື່ນເຊັ່ນດຽວກັນ ສ່ວນເກມ Gran Turismo Sport ວາງຂາຍແລ້ວມື້ນີ້
ໂດຍຊຸດນີ້ປະກອບໄປດ້ວຍ
- PlayStation VR
- ກ້ອງ PlayStation Camera
- ແຜ່ນ PS VR Demo Disc ສະບັບອັບເກດ
- ແຜ່ນເກມ Gran Turismo Spor
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments
Post a Comment