ຄະດີໄດ້ຄືບໜ້າ!! ທາງເຈົ້າໜ້າທີ່ລາວໄດ້ ໄປກວດສອບແລະສອບຂໍ້ມູນ ຂອງສອງໜຸ່ມທີ່ຄອບຄອງເງິນ 98 ລ້ານ
ກວດຄົນຄົນເຂົ້າເມືອງລາວ ລູດຂໍ້ມູນຫຼັງສອງພີ່ນ້ອງຂົນເງິນ 98 ລ້ານ ຈະອອກນອກປະເທດໄທ ແລ້ວຖຶກສຸລະກາກອນບຸກຈັບກຸມໄດ້ ຂະນະກວດຊອບແຖບມັດເງິນພົບ 4 ທະນາຄານແລກປ່ຽນເງິນໃຫ້
ຄະດີຄືບໜ້າສຸລະກາກອນໜອງຄາຍ ໄດ້ຈັບກຸມທ້າວສຸບັນ ເຕີຍສິລິ ອາຍຸ 30 ປີ ແລະ ທ້າວຄຳບອນ ເຕີຍສິລິ ອາຍຸ 24 ປີ ສອງອ້າຍນ້ອງຊາວລາວ ຄະນະຂັບລົດແລະພະຍາຍາມຂົນເງິນ 98 ລ້ານບາດ ເຫດເກີດ 12 ທັນວາ 60 ໃນມື້ນີ 13 ທັນວາ 60 ທ້າວ ນິມິດ ແສງອຳໄພ ນາຍດ່ານສຸລະກາກອນໜອງຄາຍ ໄດ້ໃຫ້ເຈົ້າໜ້າທີ່ສຸລະກາກອນ ແຍກແຖບມັດເງິນພົບວ່າແຖບເງົນທະນາຄານກຸງໄທ 79 ລ້ານບາດ, ທະນາຄານກະສິກອນ 4 ລ້ານບາດ, ທະນາຄານກຸງເທບ 4 ລ້ານບາດ, ທະນາຄານທີເອັມບີ 4 ລ້ານບາດ ແລະ ບໍ່ມີກາສັນຍາລັກກຳກັບ 7 ລ້ານບາດ ຫຼັງຈາກນັ້ນໄດ້ອອກໜັງສືໄປສອບຖາມທະນຄານ ທັງສອງຄົນນຳເງິນໂດລາໄປແລກປ່ຽນເປັນເງິນບາດໄທ ແທ້ດັ່ງທີ່ກ່າວອ້າງບໍ
ຂະນະທີ່ພັນຕີແອນເຊີລີ້ ພັນທະລັງສີ ຫົວໜ້າກວດສອບພົນເຂົ້າເມືອງລາວ ແລະ ຮ້ອຍເອກສຸວັນນີ ທຳມະວົງ ນັກວິຊາການໄດ້ນຳສືຈາກລາວ ມາພົບທ້າວນິມິດ ແສງອຳໄພ ນາຍດ່ານສຸລະກາກອນໜອງຄາຍ ເພື່ອສອບຖາມຂໍ້ມູນລາຍລະອຽດທັງໝົດ ເນື່ອງຈາກປະຊາຊົນລາວຖືກສຸລະກາກອນໜອງຄາຍຈັບກຸມຕົວໄວ້ ໂດຍຈະໄດ້ນຳຂໍ້ມູນກັບໄປລາຍງານໃຫ້ຜູ້ບັນຊາການຂັ້ນສູງຂອງ ສ ປ ປ ລາວ ໃຫ້ຮູ້ ທັງນີໃນໜັງສືດັ່ງກ່າວ ລະບຸວ່າເປັນຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະງົບ ສ ປ ປ ລາວ ລົງຊື່ ພັນໂທ ບຸນເພັງ ວໍລະລາດ ຫົວໜ້າດ່ານກວດຄົນເຂົ້າເມືອງ ສ ປ ປ ລາວ – ໄທ ແຫ່ງທີ່1 ເຊິ່ງໄດ້ກວດສອບຈຳນວນເງິນທີ່ຍຶດໄວ້ ກ່ອນທີ່ສຸລະກາກອນໜອງຄາຍຈະໃຫ້ລາຍລະອຽດ ຖຶງການຈັບກຸມໄລຍະເວລາສັ້ນໆ
ທ້າວນິມິດໄດ້ເວົ້າວ່າ ພ້ອມໃຫ້ຄວາມຮ່ວມມືກັບທາງການລາວຢ່າງເຕັມທີ່ ແລະ ອະນຸຍາດໃຫ້ພົບກັບຜູ້ຕ້ອງຫາໄດ້ ແຕ່ທາງເຈົ້າໜ້າທີ່ບໍ່ຕ້ອງການພົບຜູ້ຕ້ອງຫາແຕ່ຢ່າງໃດ ເຊິ່ງຂໍ້ມູນທັງສອງກໍ່ໄດ້ຍັງຍືນວ່າຊາວລາວສອງຄົນໄດ້ເຮັດທຸລະກິດແລກປ່ຽນເງິນຕາຕ່າງປະເທດທີ່ນະຄອນຫຼວງວຽງຈັນຢ່າງແທ້ຈິງ ເມືອຮວບຮ່ວມສະກຸນໂດລາໄດ້ຫຼາຍກໍ່ໄດ້ນຳມາແລກປ່ຽນເງິນບາດໄທ ເພື່ອໄວ້ບໍລິການຄົນລາວ ແຕ່ເປັນການນຳເງິນເຂົ້າ - ອອກ ໂດຍບໍ່ແຈ້ງເຈົ້າໜ້າທີ່ ເຊິ່ງຕາມສິທິແລ້ວສາມາດນຳເງິນອອກຈາກປະເທດ ໄດ້ຄົນລະ 450,000 ບາດຕໍ່ມື້ ແຕ່ຕ້ອງແຈ້ງໃຫ້ເຈົ້າໜ້າທີ່ສຸລະການກອນຮູ້ ຫາກແຕ່ເກີນນັ້ນຫຼື 2 ລ້ານຂຶ້ນ ຕ້ອງຂໍອະຍາດທາງທະນາຄານແຫ່ງປະເທດໄທກ່ອນທຸກຄັ້ງ ກໍລະນີນີ້ເປັນຄະດີອາຍາຕາມ ຄ ລ ບ ສຸລະກາກອນ ປີ 2017 ມີອາຍຸຄວາມເຖິງ 15 ປີ ຄ່າປັບຄືໂທດອາຍາ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.














Comments
Post a Comment