ເຫຼືອໃຈແຮງ “ແກ້ມບຸ໋ມ” ອັດຄລິບເວົ້າທັງນຳ້ຕາ ເຂົ້າໄປເປີດຫ້ອງພັກໃນໂຮງແຮມ ແຕ່ພະນັກງານໄລ່ໜີ (ຄລິບ)
ເຫດເກີດຂຶ້ນທີ່ໂຮງແຮມແຫ່ງໜຶ່ງ ໂດຍ “ແກ້ມບຸ໋ມ” ໄດ້ໂພສຄລິບດັ່ງກ່າວລົງໃນເຟສບຸກຂອງຕົນໃນມື້ນີ້ ທີ 19.12.2017 ຫຼັງຈະເຂົ້າໄປເປີດຫ້ອງພັກໃນໂຮງແຮມ ແຕ່ກໍເກີດມີບັນຫາ ພະນັກງານບໍ່ເປີດຫ້ອງໃຫ້ແກ້ມບຸ໋ມ ແລະບໍ່ໄດ້ບອກສາເຫດວ່າຍ້ອນຫຍັງຈຶ່ງບໍ່ເປີດໃຫ້ ຈົນເຮັດແກ້ມບຸ໋ມເຫຼືອໃຈ ແລະ ເສຍໃຈແຮງ ອັດຄລິບເວົ້າໃຫ້ດັ່ງທີ່ເຫັນໃນຄລິບ
ໂດຍແກ້ມບຸ໋ມ ໄດ້ໂພສຄລິບລົງເຟສບຸກໂດຍກ່າວວ່າ :
“ ກົດແຊຣ໌ແລ້ວແຄັບມາດຽວແຈກບັດ ຄລິບນີ້ບໍ່ໄດ້ມາປະຈານເດີ້ ແຕ່ຢາກຮູ້ສາເຫດເປັນຫຍັງຈືງບໍ່ໃຫ້ກູເປິດໂຮງແຮມຢູ່ ໄລ່ກູໜີອີກ ເສຍໃຈ ເສຍຄວາມຮູ້ສືກ ທີ່ມີພະນັກງານແບບນີ້ໃນປະເທດໂຕເອງ ເຫ້ຍແທ້ເຫ້ຍວ່າ ໄປຕ່າງປະເທດຍັງບໍ່ເຄີຍເຈິ ການຕ້ອນຮັບຂອງພະນັກງານ ຄືສົ້ນ...ນິ ເປັນພະນັກງານແຕ່ເຮັດວຽກບໍ່ລິການແບບນີ້ເນາະ ແຊຣ໌ໄປແນ່ເດີ້ ເພື່ອບໍ່ໃຫ້ເປັນແບບຢ່າງ ” ແກ້ມບຸ໋ມກ່າວ
ຈາກນັ້ນກໍມີຊາວເນັດຈຳນວນຫຼາຍກົດ like ກົດ share ພ້ອມສະແດງຄວາມຄິດເຫັນໃນສອງແງ່ມຸມອອກໄປ
ທັງນີ້..ຈະໂທດຝ່າຍໃດກໍບໍ່ໄດ້ ພະນັກງານກໍອາດຈະມີເຫດຜົນ ອາດຈະເຮັດຕາມໜ້າທີ່ ເຮັດຕາມຄຳສັ່ງ ຫຼື ເຮັດຕາມລະບຽບຂອງໂຮງແຮມ ແຕ່ໃນທີ່ນີ້ຕາມທີ່ເບິ່ງໃນຄລິບ ພະນັກງານກໍບໍ່ໄດ້ບອກເຫດຜົນ ວ່າເປັນຫຍັງຈຶ່ງບໍ່ໃຫ້ແກ້ມບຸ໋ມເປີດຫ້ອງ ກໍຕ້ອງຕິດຕາມເຫດຜົນກັນຕໍ່ໄປ
ຄລິບ
ຂໍ້ມູນ: Perdjai
ຮູບພາບ:Kaem Kaemboom
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.























Comments
Post a Comment