"10 ເຄື່ອງໃຊ້ໃນບ້ານ" ທີ່ຄວນປ່ຽນໃໝ່ ໃນປີໃໝ່ ເພື່ອຊີວິດໃໝ່


ປີທີ່ຜ່ານໆມາເຮົາເຄີຍສົງໃສບໍ່ວ່າ ເປັນຫຍັງເຮົາຄືເຈັບປ່ວຍຕະຫຼອດ ທັງໆທີ່ວ່າງໂຕດີກວ່າເກົ່າ ເຮັດສິ່ງໃໝ່ໆແລ້ວແຕ່ຍັງບໍ່ມີຫຍັງດີຂຶ້ນເລີຍ ແຕ່ມັນອາດຈະເປັນເພາະວ່າສິ່ງອ້ອມໂຕເຮົາກໍ່ໄດ້ທີ່ເຮັດໃຫ້ຊີວິດເຮົາຕົກຕຳ່ລົງ ແລນີ້ກໍ່ແມ່ນ 10 ຢ່າງທີ່ຢູ່ໃນບ້ານ ຄວນຖິ້ມ ປ່ຽນໃໝ່ ເພື່ອຊີວິດແລະສຸກຂະພາບທີ່ດີຂຶ້ນ

1. ໝອນ

ອັນທີ່ຈິງແລ້ວເຮົາຄວນຈະປ່ຽນໝອນທີ່ເຮົາໝູນນອນທຸກໆ 1 ຫາ 2ປີ ເພາະໝອນເປັນສິ່ງທີ່ສະສົມເຊວທີ່ຕາຍແລ້ວ ລວມທັງຍັງເປັນທີ່ຢູ່ອາໄສຂອງໄຮຝຸ່ນ ແລະເຊື້ອລາ ດັ່ງນັ້ນຈຶ່ງເປັນການດີຖ້າຈະປ່ຽນໝອນກັນໃໝ່ເພື່ອໃຫ້ໄດ້ຄວາມສະອາດສົດຊື່ນມີອານາໄມທີ່ດີ

2. ບ່ອນນອນ

ອາຍຸການໃຊ້ງານຂອງບ່ອນນອນແມ່ນຢູ່ທີ່ 7ຫາ 10ປີ ບ່ອນນອນຂອງເຮົາແມ່ນມີການເຊື່ອມສະພາບໄດ້ ຈີກຂາດ ເສຍຫາຍໄດ້ ຖ້າຫາກວ່າເຮົາຕື່ນມາພ້ອມກັບອາການເຈັບຫຼັງ ນັ້ນອາດຈະເປັນອາການບົ່ງບອກວ່າຮອດເວລາທີ່ຈະຕ້ອງປ່ຽນບ່ອນນອນແລ້ວ ໂດຍທົ່ວໆໄປຖ້າຫາກບ່ອນນອນມີອາຍຸເກີນ 7ປີ ກໍ່ຈະບໍ່ໃຫ້ຄວາມສະບາຍຄືກັນກັບຕອນໃຊ້ງານໃໝ່ໆອີກແລ້ວ

3. ຟອງນຳ້ລ້າງຈານ

ອາຍຸການໃຊ້ງານຂອງຟອງນຳ້ລ້າງຈານນັ້ນຢູ່ທີ່ປະມານ 1ເດືອນ ແຕ່ກໍ່ຂຶ້ນຢູ່ກັບວ່າການໃຊ້ງານຫຼາຍໜ້ອຍປານໃດ ຖ້າໃຊ້ງານດຸແລະເຫັນວ່າຟອງນຳ້ມີກິ່ນ ສີປ່ຽນ ເຖິງວ່າຈະໃຊ້ບໍ່ຮອດ 1ເດືອນກໍ່ສົມຄວນຈະປ່ຽນແລ້ວ

4. ຂຽງ

ເຮົາຄວນປ່ຽນຂຽງ ຖ້າເຫັນວ່າມີການພຸພັງ ນອກຈາກນັ້ນເຮົາຄວນຈະແຍກຂຽງ ຕາມອາຫານທີ່ເຮົາຊອຍເພື່ອຢືດອາຍຸການໃຊ້ງານ ຂຽງໄມ້ຕ້ອງລ້າງດ້ວຍນຳ້ຮ້ອນ ແລະນຳ້ຢາລ້າງຈານທຸກຄັ້ງທີ່ໃຊ້ງານແລ້ວໆ ແລະຖ້າສັງເກດເຫັນຮອຍຄາບຫຼືຂຽງເກົ່າກໍ່ຕ້ອງປ່ຽນໃໝ່

5. ຜ້າເຊັດໂຕ

ໂດຍປົກກະຕິແລ້ວ ເຮົາຄວນຈະປ່ຽນຜ້າເຊັດໂຕໃໝ່ທຸກ 2ປີ ແລະຖ້າເຫັນວ່າມີກິ່ນບໍ່ສະອາດແລ້ວທັງໆທີ່ເຮົາຈະຊັກດີແລ້ວ ກໍ່ຄວນຈະຕ້ອງປ່ຽນ ຜ້າເຊັດໂຕຫຼືຜ້າຂົນໜູນີ້ເມື່ອໃຊ້ງານໄປດົນໆ ຈົນກວ່າຈະຫຍາບ ຄວນເຊົາໃຊ້ເຊັດໂຕແຕ່ສາມາດເອົາໄປເຮັດເປັນຜ້າເຊັດມືຕໍ່ໄດ້

6. ຢາໝົດອາຍຸ

ເຮົາຄວນເອົາຢາມາກວດເບິ່ງມືໝົດອາຍຸ ຖ້າເຫັນວ່າຢາທີ່ເກັບໄວ້ໝົດອາຍຸແລ້ວເຮົາຄວນຈະເອົາໄປຖິ້ມທັນທີ ເພື່ອບໍ່ໃຫ້ເປັນອັນຕະລາຍຈາກການກິນຢາທີ່ເຊື່ອມສະພາບເຂົ້າໄປ

7. ບິກທີ່ຂຽນບໍ່ອອກແລ້ວ

ຫຼາຍໆຄົນອາດຈະມັກສະສົມບິກຈາກຫຼາຍໆບ່ອນເອົາໄວ້ເພື່ອເປັນທີ່ລະລຶກ ເຊັ່ນ ບິກແຈກຈາກງານສຳມະນາ ບິກໂຮງແຮມ ແຕ່ບິກນັ້ນຫາກຜ່ານປີໄປແລ້ວຈະເຊື່ອມຄຸນນະພາບ ໃຫ້ລອງເອົາມາທົດລອງຂຽນ ຫາກຂຽນບໍ່ອອກແລ້ວກໍ່ຄວນເອົາໄປຖິ້ມສະ

8. ຂອງຊຳລ່ວຍງານດອງ

ຄົນຈຳນວນບໍ່ໜ້ອຍມັກສະສົມຂອງຊຳ່ລ່ວຍທີ່ແຈກໃນງານດອງ ເມື່ອໄດ້ມາກໍ່ຈະເອົາມາໃສ່ໄວ້ໃນລິ້ນຊັກຫຼືວາງຕາມຊັ້ນວາງເຄື່ອງ ສິ່ງຂອງເຫຼົ່ານີ້ຖ້າບໍ່ໄດ້ໃຊ້ກໍ່ຄວນເອົາໄປບໍລິຈາກ ບໍ່ຄວນເກັບໄວ້ໃຫ້ຮົກບ້ານເພາະວ່າຂອງແບບນີ້ນັບມື່ນັບເພີ່ມຂຶ້ນເລື່ອຍໆ

9. ແປງຖູແຂ້ວ

ເຮົາຄວນປ່ຽນແປງຖູແຂ້ວທຸກໆ 3 ຫາ 6ເດືອນ ແລະຖ້າເຫັນວ່າຍັງບໍ່ຮອດກຳນົດ ແຕ່ສັງເກດເຫັນວ່າຂົນແປງເຊື່ອງສະພາບ ເລີ່ມບານແລ້ວ ກໍ່ຕ້ອງປ່ຽນໃໝ່ທັນທີ

10. ແປງແຕ່ງໜ້າ

ແປງແຕ່ງໜ້າກໍ່ມີອາຍຸການໃຊ້ງານຄືກັນ ສ່ວນໃຫຍ່ແລ້ວແປງເຫຼົ່ານີ້ກໍ່ມີອາຍຸການໃຊ້ງານປະມານ 2ປີ ຫຼືແປງບາງລຸ້ນກໍ່ກຳນົດມື້ໝົດອາຍຸໄວ້ໃຫ້ ເຊິ່ງເຮົາຄວນເຮັດຕາມຄຳແນະນຳເພື່ອອານາໄມທີ່ດີ


ຂອບໃຈແຫຼ່ງທີ່ມາ: as.timelineth
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments