ງາມແທ້!!! ບຶງທາດຫຼວງ ສາຍຍາ ເມືອງດູໄບໃນລາວ ແຫ່ງທຳອິດໃນອາຊຽນ ໃນອະນາຄົດ (ຊົມພາບ)



ພື້ນທີ່ນີ້ ເຄີຍເປັນບຶງນຳ້ທີ່ລາວ ເອີ້ນວ່າບຶງທາດຫຼວງ ແຕ່ປັດຈຸບັນ ໄດ້ຖົມບຶງບາງສ່ວນ ແລະ ປັບພື້ນທີ່ເພື່ອການພັດທະນາເປັນເຂດເສດຖະກິດພິເສດ 



ເປີດໃຫ້ສຳປະທານແກ່ບໍລິສັດ ຊ້ຽງໄຮ ວັ້ນພຽງ ຂອງປະເທດຈີນ ເປັນຜູ້ພັດທະນາ ສັນຍາສຳປະທານດົນເຖິງ 99 ປີ



ແຜນພັດທະນາເຂດເສດຖະກິດພິເສດບຶງທາດຫຼວງ ວາງຄອນເຊັບເປັນເມືອງໃໝ່ໃຈກາງນະຄອນຫຼວງວຽງຈັນ ປະກອບດ້ວຍໂຮງຮຽນນານາຊາດອະນຸບານຫາວິທະຍາໄລ , ໂຮງໝໍ , ທະນາຄານ , ສູນວັດທະນະທຳ , ໂຮງແຮມລະດັບ 3-5 ດາວຂຶ້ນໄປ



ຫໍປະຊຸມນານາຊາດ ,ຊັອບປິ້ງເຊັນເຕີ້ , ໂຊນທີ່ຢູ່ອາໃສທັງໃນຮູບແບບບ້ານຈັດສັນ ແລະ ຄອນໂດ ມີນ້ຽມ ອ້ອມຮອບດ້ວຍທຳມະຊາດຂອງນຳ້ ແລະ ສວນສາທາລະນະຂະໜາດໃຫຍ່



ນອກຈາກນີ້ ຈະພັດທະນາເຂດສູນການຄ້າປອດພາສີ ເຂດນິຄົມອຸດສາຫະກຳແປຮູບສິນຄ້າເພື່ອການສົ່ງອອກ ພາຍໃຕ້ຂໍ້ຕົກລົງວ່າດ້ວຍເຂດການຄ້າເສລີອາຊຽນ , ເຂດສູນກາງການບໍລິການທາງທຸລະກິດການເງິນ ແລະ ການລົງທຶນ ລວມເຖິງທ່າເຮືອຂົນສົ່ງສິນຄ້າ



 ບໍລິສັດຈີນຜູ້ທີ່ຮັບສຳປະທານ ຈະຮັບຜິດຊອບການພັດທະນາລະບົບໂຄງສ້າງພື້ນຖານ ແລະ ມູນຄ່າລົງທຶນໃນສ່ວນນີ້ປະມານ 1,600 ລ້ານດອນລາ ຈາກນັ້ນ ຈະເປີດໃຫ້ເອກະຊົນທີ່ສົນໃຈ



ເຊິ່ງຈີນຕົກລົງແບ່ງລາຍໄດ້ໃຫ້ລາວ ຮ້ອຍລະ 50 ຂອງລາຍໄດ້ຄ່າເຊົ່າ ປັດຈຸບັນ ມີນັກທຸລະກິດຈີນ ແລະ ຢີປຸ່ນ ຈອງພື້ນທີ່ລົງທຶນບາງສ່ວນໄປແລ້ວ



ທາງການລາວ ຄາດຫວັງວ່າ ໂປເຈັກນີ້ຈະຊ່ວຍກະຕຸ້ນຈີດີພີ ຂອງປະເທດໃຫ້ຂະຫຍາຍຕົວໄດ້ເຖິງ 10 ເທົ່າໃນອະນາຄົດ ຈາກປັດຈຸບັນ ຂະຫຍາຍຕົວຮ້ອຍລະ 6-7 ຕໍ່ປີ




ຄວາມໄດ້ປຽບຂອງລາວ ຢູ່ທີ່ການເປັນ (Land link) ເຊື່ອມຕໍ່ ຈີນ ໄທ ຫວຽດນາມ ແລະ ກຳປູເຈຍ ຊ່ວຍອຳນວຍຄວາມສະດວກດ້ານໂລຈີຕິກ ລວມເຖິງປັດໃຈຄ່າແຮງທີ່ຂອນຂ້າງຕຳ່



ຈຶ່ງດຶງດູດນັກທຸລະກິດໃຫ້ເຂົ້າໄປສະແຫວງຫາການລົງທຶນ ແຕ່ດ້ວຍຈຳນວນປະຊາກອນທັງໝົດໃນປະເທດບໍ່ເຖິງ 7 ລ້ານຄົນ ອາດເຮັດໃຫ້ເກີດຄຳຖາມວ່າ ລາວເຮົາ ພ້ອມແລ້ວບໍ່ສຳລັບການຮອງຮັບການຂະຫຍາຍຕົວທາງເສດຖະກິດທີ່ຈະຕາມມາໄວໆນີ້


ລາວເຮົາກຳລັງຈະຈັບມືກັບຈີນ ໃນການເຮັດໃຫ້ ບຶງນຳ້ໃນວຽງຈັນ ເປັນສູນການຄ້າ ການທ່ອງທ່ຽວ ແລະ ການເງິນ



ແລະ ແຫຼ່ງວັດທະນະທຳຂອງວຽງຈັນ ຈະເປັນສະຖານທີ່ ດຶງດູດນັກທຸລະກິດ ນັກລົງທຶນ ແລະ ນັກທ່ອງທ່ຽວ ໃຫ້ໄປໃຊ້ຊີວິດແລະທຸລະກິດ ໃນອີກບໍ່ຫຼາຍປີຂ້າງໜ້ານີ້ ຫາກເປັນເຊັ່ນນັ້ນ ແລະ ບໍ່ມີຫຍັງປ່ຽນແປງ 


ກໍ່ຈະເປັນການປ່ຽນໂສມໜ້າຂອງວຽງຈັນໃຫ້ເປັນເມືອງທີ່ໂດດເດັ່ນອັນດັບໜຶ່ງໃນລາວ ແລະ ເປັນເມືອງທີ່ໜ້າສົນໃຈ ຂອງອາຊຽນໂດຍສະເພາະກຸ່ມ GMS (GREATER MAEKONG SUB-REGION) ເຊິ່ງມີ 6 ປະເທດ ປະກອບນຳ ໄທ ກຳປູເຈຍ ຫວຽດນາມ ມຽນມາ ລາວ ແລະ ຈີນ

ສະຖານທີ່ດັ່ງກ່າວ ເອີ້ນວ່າ “ບຶງທາດຫຼວງ” (PHA THAT LUANG LAKE) ລາວເອີ້ນວ່າ SPECIFIC ECONOMIC ZONE (SEZ) ລາວຈະໃຫ້ຈີນລົງທຶນກໍ່ສ້າງ “ບຶງທາດຫຼວງ” ການເອົາບຶງນຳ້ເປື້ອນໃນວຽງຈັນ ເຊິ່ງຢູ່ໃນພື້ນທີ່ຕຳ່ ມາປັບປຸງເຮັດໃຫ້ນຳ້ເປື້ອນດັ່ງກ່າວເປັນນຳ້ດີເປັນສູນກາງທຸລະກິດ ແລະ ທີ່ຢູ່ອາໃສ




ທີ່ມາ: mee-si
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.







Comments