ຕຳຫຼວດປອມຢັດຢາບ້າໃສ່ກະເປົາຫຼັງເອີ້ນກວດລົດ (ມີຄລິບ)
ນັກຂ່າວແຂວງອຸບົນລາດສະທານີໄດ້ຮັບແຈ້ງຈາກຄອບຄົວໜຶ່ງ ໃນວັນທີ 25 ພະຈິກ 2017 ລູກຊາຍຂອງຕົນໄດ້ຂີ່ລົດຈັກໄປແຂວງອຸດອນເພື່ອໄປຫາພັນລະຍາ ມາຮອດບໍລິເວນລຳຫ້ວຍຊູ ບ້ານສາມແຍກຖຳ້ເສືອ ພົບເຫັນຜູ້ຊາຍ 3 ຄົນຂີ່ລົດໂຕໂຍຕ້າສີດຳ ທີ່ແຕ່ງໂຕຕືຕຳຫຼວດ 1 ຄົນແລະ 2 ຄົນແຕ່ງໂຕໃນຊຸດລາຍພາງແບບທະຫານ ແລະເຂົາກໍ່ໄດ້ເອີ້ນກວດ ຫຼັງຈາກນັ້ນບອກວ່າໄດ້ພົບເຫັນຢາບ້າຈຳນວນ 10ເມັດ ທີ່ເຊື່ອງຢູ່ກະເປົາພາຍທາງຫຼັງ. ຜູ້ຊາຍທີ່ແຕ່ງໂຕໃນຊຸດຕຳລວດອ້າງວ່າເປັນຕຳຫຼວດຢູ່ສັງກັດແຂວງມຸກດາຫານ ລາວໄດ້ຢື່ນຂໍ້ສະເໜີໃຫ້ໂທຫາແມ່ຢູ່ບ້ານ ແລ້ວຕຳຫຼວດປອມກໍ່ຕິດຕໍ່ກັບແມ່ທາງອິນບ໋ອກເຟດບຸກ ແລະໄດ້ລົມກັນແລະວະເໜີໃຫ້ແມ່ມານອນນຳຕົນເພື່ອບອກວ່າ ຖ້າແມ່ມານອນນຳຕົນແລ້ວຕົນຈະເຮັດໃຫ້ລູກຊາຍຫຼຸດຈາກຄະດີຢາບ້າ ແລະຕໍ່ມາຜູ້ເປັນແມ່ມີສະຕິດີຈຶ່ງຂໍຄວາມຊ່ວຍເຫຼືອຈາກຕຳຫຼວດແລ້ວກໍ່ວາງແຜນຈັບໂຕຄົນຮ້າຍ ລາຍລະອຽດເບິ່ງຄລິບຢູ່ຂ້າງລຸ່ມໄດ້ເລີຍ...
ຄລິບ
Cr: Khaosod
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.







Comments
Post a Comment