ລະວັງແດ່ເດີ້ພີ່ນ້ອງ!!! ປາກະປ໋ອງຊື່ດັງ ເປີດອອກມາມີຂອງແຖມມາພ້ອມ


ຂ່າວທີ່ປະເທດເພື່ອນບ້ານລາຍງານວ່າ (9 ທັນວາ) ຜູ້ໃຊ້ເຟສບຸກລາຍໜຶ່ງ ໄດ້ໂພສຮູບພາບ ປາກະປ໋ອງ ຍີຮໍ່ດັງເຊິ່ງມີເສັ້ນຂາວໆ ຄ້າຍໆພະຍາດຕິດຢູ່ຝາກະປ໋ອງ ໂດຍລະບຸວ່າ
 "ນີ້ຈະຟ້ອງຮ້ອງໄດ້ທີ່ໃດແດ່ ມີຂອງແຖມມາເຕັມກະປ໋ອງເລີຍ ດີທີ່ເບິ່ງກ່ອນຖອກລົງ ບໍ່ຊະນັ້ນຄືຊິເຕັມທ້ອງ ຊ່ວຍແຊໃຫ້ໄປເຖິງ...ແນ່ເດີ້"
ດ້ານເຟສບຸກແຟນເພຈຊື່ດັງ Drama-addict ໄດ້ເວົ້າເຖິງກໍລະນີດັ່ງກ່າວ ລະບຸວ່າ "ໂຕທີ່ມີສາວຄົນໜຶ່ງໂພສພາບວ່າ ເຫັນຫຍັງຫຍຶບໆ ໃນປາກະປ໋ອງ ໜ້າຈະເປັນພະຍາດ ansakis ທີ່ພົບໃນປາທະເລ ທີ່ຈີນກໍ່ຫາກໍ່ເຫັນເດືອນກ່ອນແລ້ວໂຮງງານເຂົາເອົາສິນຄ້າກັບທັງໝົດເລີຍ ຖ້າເຫັນຫຍັງແບບນັ້ນໃຫ້ພ້າວເອົາໄປໃຫ້ໜ່ວຍງານທີ່ກ່ຽວຂ້ອງກວດສອບເລີຍ"



ທີ່ມາ: sanook
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments