ຊາວບ້ານຈາກເຂື່ອນນໍ້າທາ1 ໄດ້ຮັບ ເຂົ້າສານ


ເຈົ້າໜ້າທີ່ທາງການ ແຂວງຫລວງນ້ຳທາ ອອກແຈກຢາຍເຂົ້າສານ ອາຫານແຫ້ງ ໃຫ້ປະຊາຊົນ 3000 ຄອບຄົວ ທີ່ຖືກຍົກຍ້າຍ ມາຢູ່ບ້ານ ຈັດສັນທີ່ເຂື່ອນນ້ຳທາ 1 ທີ່ຕັ້ງຢູ່ເມືອງນາແລ ການແຈກຢາຍ ສະບຽງອາຫານໃຫ້ປະຊາຊົນ ເທື່ອນີ້ເປັນຄັງທີສອງ ຫລັງຈາກທີ່ບໍ່ໄດ້ ແຈກ ຢາຍສະບຽງອາຫານ ໃຫ້ປະຊາຊົນ, ດັ່ງປະຊາຊົນ ທ່ານນຶ່ງກ່າວວ່າ:
"ເທື່ອທີສອງນີ້ ແຈກແລ້ວໄດ້ປະມານ 20 ປາຍມື້ນີ້ນະ ເພິ່ນມາແຈກຢາຍ ຢູ່ບ້ານນີ້ 20 ປາຍມື້ ໜີ້ເຂົາມາຈ່າຍໃຫ້ໝົດ ຢູ່ສະໜາມນຶ່ງ ສະ ໜາມສອງ ບ້ານຫາດເຕົ້າ ບ້ານຫ້ວຍລາວ ບ້ານຕະວັນ ບ້ານນ້ຳລິນ ນະ".
ເຈົ້າໜ້າທີ່ກ່າວວ່າ: ຊາວບ້ານໄດ້ເຂົ້າສານ 20 ກິໂລຕໍ່ຄົນ ສຳລັບຜູ້ໃຫຍ່ ສ່ວນວ່າ ເດັກນ້ອຍຈະໄດ້ 10 ກິໂລຕໍ່ຄົນ ຄື ກັບການແຈກຢາຍ ຄັ້ງທຳອິດໃນເດືອນ ຕຸລາ ປີ 2016 ນອກຈາກນີ້ ຍັງມີອາຫານ ແຫ້ງຈຳນວນນຶ່ງ ໃຫ້ທຸກຄອບຄົວ ເພື່ອໃຫ້ປະຊາຊົນໄດ້ມີ ອາຫານການກິນ ໃນຍາມຝົນ ທີ່ການເດີນທາງລະຫ່ວາງ ບ້ານໄປຫາຕົວເມືອງ ບໍ່ສະດວກ. ປະຊາຊົນປະສົບບັນຫາ ເລື້ອງການເດີນທາງ ໃນຍາມຝົນຍ້ອນວ່າ ເສັ້ນທາງບໍ່ດີ, ດັ່ງຊາວບ້ານ ກ່າວຕື່ມອີກວ່າ:
"ບ້ານເກົ່າຫັ້ນນ່າ ບໍ່ໄດ້ເລີຍນະດຽວນີ້ນິ ເຂົ້າໄປກໍຍາກສຸດ ຄັນຝົນຕົກນີ້ ຄືບໍ່ໄດ້ໄປ ໄລຍະຝົນນີ້ ຖືວ່າໄປບໍ່ໄດ້ແລ້ວ ດຽວນີ້ນະ ເສັ້ນທາງນີ້ ເພິ່ນກໍວ່າຈະແປງ ແຕ່ວ່າບໍ່ເຄື່ອນໄຫວ ອີ່ຫຍັງເລີຍ"
ເຈົ້າໜ້າທີ່ທາງການແຂວງ ເຄີຍເຂົ້າມາບຸກເບີກເສັ້ນທາງ ຢູ່ເຂດບ້ານຈັດສັນ ເຂື່ອນນ້ຳທາ1 ໄປຫາບ້ານເກົ່າ ຂອງເຂົາເຈົ້າໄລຍະທາງ 25 ກິໂລແມັດ ຂຶ້ນໄປທາງທິດເໜືອ ເມື່ອຫລາຍເດືອນກ່ອນ ແຕ່ວ່າ ເສັ້ນທາງທິດໃຕ້ ຍັງບໍ່ທັນມີການ ບຸກເບີກສ້ອມແປງ.

ຂໍ້ມູນຈາກ:RFA
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments