ປີທ່ອງທ່ຽວລາວ ຈັດໃຫ້ມີ 18 ກິດຈະກຳ ຢູ່ບັນດາແຂວງທົ່ວປະເທດ
ເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວຊົມ ສປປ ລາວ ນັບມື້ຫຼາຍຂຶ້ນ ໃນໂອກາດເປີດປີທ່ອງທ່ຽວລາວ ພັກ-ລັດຖະບານ ໄດ້ຈັດໃຫ້ມີຫຼາຍກິດຈະກຳ ລວມມີກິດຈະກຳທັງພາຍໃນ ແລະ ຕ່າງປະເທດ ນອກຈາກແນໃສ່ບັນດາກິດຈະກຳໃນການສົ່ງເສີມບຸນປະເພນີ ແລະ ເທສະການຕ່າງໆຂອງບັນດາແຂວງໃນຂອບເຂດທົ່ວປະເທດ ເປັນການໂຄສະນາເຜີຍແຜ່ວັດທະນະທຳອັນດີງາມ ປະຫວັດສາດອັນເປັນມູນເຊື້ອຂອງລາວ ແລະ ຄວາມອຸດົມສົມບູນຮັ່ງມີທາງດ້ານທຳມະຊາດທີ່ສວຍງາມຂອງປະເທດລາວເຮົາແລ້ວ ຍັງມີການໂຄສະນາບຸນປະເພນີຕ່າງໆ ທີ່ບັນດາແຂວງໄດ້ຈັດຂຶ້ນພາຍໃນປີ 2018 ແລະ ໂຄສະນາບັນດາແຫຼ່ງທ່ອງທ່ຽວທີ່ໂດດເດັ່ນຂອງແຕ່ລະແຂວງອີກດ້ວຍ.
ສຳລັບກິດຈະກຳສະເຫຼີມສະຫຼອງປີທ່ອງທ່ຽວປະກອບມີ: ກິດຈະກຳສະເຫຼີມສະຫຼອງປີທ່ອງທ່ຽວຢູ່ໃນບັນດາແຂວງມີທັງໝົດ 18 ກິດຈະກຳ ເຊັ່ນ: ບຸນປີໃໝ່ຊົນເຜົ່າກຶມມຸ ແຂວງອຸດົມໄຊງານ ບຸນເສົາຫຼັກເມືອງ 10 ຊົນເຜົ່າ ແຂວງເຊກອງ ບຸນພະບາດໂພນສັນ ແຂວງບໍລິຄຳໄຊ ບຸນຊົນເຜົ່າ ແຂວງຫຼວງນ້ຳທາ ງານເທສະການດອກງີ້ວບານ ແຂວງບໍ່ແກ້ວ ບຸນຊ້າງ ແຂວງໄຊຍະບູລີ ບຸນວັດພູ ແຂວງຈຳປາສັກ ບຸນພະທາດສີໂຄດ ແຂວງຄຳມ່ວນ ບຸນປີໃໝ່ລາວ ແຂວງຫຼວງພະບາງ ງານສະເຫຼີມສະຫຼອງແກ້ວຫຼັກເມືອງ ແລະ ທ່ຽວຊົມຖ້ຳທ່ານຜູ້ນຳ ແຂວງຫົວພັນ ງານບຸນຊ່ວງເຮືອ ແຂວງສາລະວັນ ບຸນນະມັດສະການພະທາດຫຼວງ ນະຄອນຫຼວງວຽງຈັນ ບຸນຊ່ວງເຮືອເມືອງຂວາ ແຂວງຜົ້ງສາລີ ບຸນພະທາດອີ່ຮັງ ແຂວງສະຫວັນນະເຂດ ບຸນກິນຈຽງ ແຂວງຊຽງຂວາງ ບຸນກິນຈຽງ (ຫຼັກ 52) ແຂວງວຽງຈັນ ບຸນກິນຈຽງ ແຂວງໄຊສົມບູນ ແລະ ງານນະມັດສະການພະເຈົ້າໄຊເຊດຖາ ແຂວງອັດຕະປື.

ການເຄື່ອນໄຫວ ແລະ ກິດຈະກຳປິ່ນອ້ອມຢູ່ພາຍໃນປະກອບມີ: ການຈັດຂະບວນຄາລາວານລົດທ່ອງທ່ຽວ ຕາມເສັ້ນທາງແຫຼ່ງທ່ອງທ່ຽວຂອງບາງແຂວງພາກເໜືອ ແລະ ພາກໃຕ້ ການຈັດລາຍການຢ້ຽມຢາມແຫຼ່ງທ່ອງທ່ຽວສຳລັບສື່ມວນຊົນ ແລະ ບໍລິສັດທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເພື່ອໂຄສະນາຜະລິດຕະພັນ ແລະ ແຫຼ່ງທ່ອງທ່ຽວອັນໂດດເດັ່ນຂອງ ສປປ ລາວ ໂດຍສະເພາະແມ່ນແຫຼ່ງທ່ອງທ່ຽວປະຫວັດສາດ ວັດທະນະທຳ ແລະ ທຳມະຊາດ ກິດຈະກຳສະເຫຼີມສະຫຼອງວັນທ່ອງທ່ຽວໂລກ ບຸນມະໂຫລານສິລະປະການສະແດງພື້ນເມືອງບັນດາເຜົ່າ ທົ່ວປະເທດ ໃນງານບຸນນະມັດສະການພະທາດຫຼວງ.
ກິດຈະກຳປິ່ນອ້ອມຢູ່ພາຍໃນທີ່ໄດ້ສະເໜີເຂົ້າເພີ່ມ ມີຄື: ພິທີໃສ່ບາດໃຫຍ່ ການເຕັ້ນລຳວົງ ແລະ ເຕັ້ນບັດສະຫຼົບ ລາຍການທ່ອງທ່ຽວຂີ່ລົດຖີບອາຊຽນ ການແຂ່ງຂັນລົດຈັກວີບາກ ການແຂ່ງລົດໃຫຍ່ວີບາກ ກິດຈະກຳປີນໜ້າຜາ ແລະ ກິດຈະກຳອື່ນໆ.
ສ່ວນລາຍການເຄື່ອນໄຫວ ແລະ ກິດຈະກຳປິ່ນອ້ອມຢູ່ຕ່າງປະເທດ ປະກອບມີ: ຈັດງານວັນລາວ ໃນງານ ATF 2018 ຢູ່ຊຽງໃໝ່ ປະເທດໄທ ຈັດງານ Cocktail ຢູ່ ITB Berlin 2018 ປະເທດເຢຍລະມັນ ງານວາງສະແດງທ່ອງທ່ຽວສາກົນ SMT ຢູ່ປາຣີ ປະເທດຝຣັ່ງ ຈັດງານວັນລາວ ທີ່ງານ Lao Festival ທີ່ໂຕກຽວ ປະເທດຍີ່ປຸ່ນ ຈັດງານວັນລາວ ໃນງານ ITE HCM ຢູ່ປະເທດຫວຽດນາມ ແລະ ງານວາງສະແດງທ່ອງທ່ຽວສາກົນ WTM ຢູ່ດອນລອນ ປະເທດອັງກິດ.
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.

Comments
Post a Comment