ເສືອ 2 ໂຕຢູ່ຖຳ້ດຽວກັນບໍ່ໄດ້! ໂຣນັລໂດ - ເມສຊີ ປະຕິເສດໂຫວດໃຫ້ກັນງານຊິງລາງວັນຟີຟາ



ເຖິງວ່າສະແດງມິດຕະພາບໃຫ້ແກ່ກັນໃນງານປະກາດຜົນນັກເຕະດີເດັ່ນຂອງ ຟີຟາອໍວອດ 2017 ທີ່ທີ່ນະຄອນຫຼວງລອນດອນ ປະເທດອັງກິດ ເມື່ອໄດ້ມີການເປີດເຜີຍຜົນໂຫວດວ່າ ຄຣິດຕຽນໂນ ໂຣນັລໂດ ແລະລີໂອເນລ ເມສຊີ 2 ນັກເຕະທີ່ດີທີ່ສຸດ ໃນວົງການບານເຕະປັດຈຸບັນ ປະຕິເສດທີ່ຈະລົງຄະແນນໃຫ້ອີກຟ່າຍ ໃນຖານະຫົວໜ້າທີມຊາດ




ໂຣນັລໂດ ກາຍເປັນນັກເຕະທີ່ດີເດັ່ນຂອງຟີຟາ ສະໄໝທີ 2 ຕິດຕໍ່ກັນຈາກຜົນງານຊັດປະຕູຊ່ວຍພາ ເດວມາດລີກເຖິງ 2 ແຊັ້ມ ລາລີກາ ແອັດສະປາຍ ກັບ ຢູຟາ ແຊັ້ມປ້ຽນລີກ ເອົາຊະນະທັງ ເມສຊີ ຄູ່ປັບຟ່າຍກົງກັນຂ້າມ ຈາກບາເຊໂລນາ ແລະ ເນຍມາ ຈາກປາຣີ


ໂດຍ ໂຣນັລໂດ ເລືອກນັກເຕະ 3 ອັນດັບທຳອິດທີ່ເລືອກຄື : ລູກ້າ ໂມດຣິຊ, ເຊຄິໂອຣາມອນ ແລະ ມາເຊໂລ 3 ເພື່ອນຮ່ວມທີມ



ສ່ວນເມສຊີ ກໍ່ໂຫວດໃຫ້ເພື່ອນຮ່ວມທີມຄື : ຫຼຸຍ ຊົວເຣຊ, ອັນເດຣິສ ອີເຮສຕາ ແລະ ເນມາ ທັງນີ້ການປະກາດລາງວັນຟີຟາປີທີ່ແລ້ວ ທັງຄູ່ກໍ່ໄດ້ໂຫວດໃຫ້ກັນເອງຄືກັນ






CR: www.laosupdate.com

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments