ປາຍຝົນຕົ້ນໜາວມື້ພັກຍາວກັບ 20 ສຸດຍອດສະຖານທີ່ທ່ອງທ່ຽວໃນລາວທີ່ຫ້າມພາດ




ປາຍຝົນຕົ້ນໜາວແບບນີ້ ໄດ້ເວລາອອກໄປທ່ອງທ່ຽວຫາຄວາມສຸກກັບໂຕເອງໄດ້ແລ້ວ!!!!! ມື້ນີ້ ພວກເຮົາໄດ້ລົງຄວາມເຫັນລວບລວມ 20 ສຸດຍອດສະຖານທີ່ທ່ອງທ່ຽວຢູ່ໃນປະເທດລາວແຕ່ເໜືອຕະຫຼອດໃຕ້ ທີ່ຫ້າມພາດ ຢຳ້ວ່າຫ້າມພາດ! ທີ່ຕ້ອງລອງໄປທ່ຽວຈັກເທື່ອໃນຊີວິດ ນີ້ຍັງບໍ່ແມ່ນທັງໝົດ ປະເທດລາວເຮົາຍັງມີສະຖານທີ່ທ່ອງທ່ຽວອີກຫຼວງຫຼາຍທີ່ລໍຖ້າເຮົາໄປສຳພັດຢູ່ ແຕ່! ຖ້າໃຜໄປທ່ຽວສະຖານທີ່ໃດງາມໆ ສາມາດແຊ ແລະບອກເລົ່າປະສົບການໄດ້ເດີ້.




Waterfalls in DONG HUA SAO National Protected
ຈະພາທຸກຄົນມາຮູ້ຈັກກັບນຳ້ຕົກສຸດອະລັງການກາງ “ປ່າສະຫງວນດົງຫົວສາວ” ທີ່ເຊື່ອຫຼາຍຄົນອາດຈະຍັງບໍ່ຮູ້ມາກ່ອນ. ນັ້ນກໍ່ຄືນຳ້ຕົກຕາດຂະມືດ ທີ່ຄູ່ຂະໜານກັບຕາດເສືອ ເຊິ່ງເປັນຈຸດທີ່ນ້ຳຕົກທັງສອງສາຍໄຫລມາໃສ່ກັນ
ເຊິ່ງຕ້ອງໃຊ້ເວລາຍ່າງປ່າ ແລະ ໂຫນສະລິງ ເຂົ້າໄປຊົມເຖິງ2-3ຊົ່ວໂມງ ຖ້າໃຜສົນໃຈຢາກທ່ຽວຊົມ ສາມາດຕິດຕໍ່ສອບຖາມໄດ້ທີ່ www.treetoplaos.com

ຜາແດງ 
ເປັນອີກຈຸດແລນມາກທີ່ເມື່ອໃຜມາທ່ຽວເມືອງມໍລະໂດກໂລກແລ້ວກໍ່ຢາກໃຫ້ເພື່ອເວລາມາທ່ຽວຜາແດງແຫ່ງນີ້ເຊິ່ງມີຄວາມງາມຈົນເອີ້ນໄດ້ວ່າສະຫວັນຢູ່ເທິງດິນອາຫຼີ
ຜາແດງຫ່າງຈາກຕົວເມືອງຫຼວງພະບາງປະມານ 142 km ຢູ່ບ້ານໜອງຂຽວ ເມືອງງອຍ ແຂວງຫຼວງພະບາງ ຜາແດງໄດ້ສາຢານາມວ່າ ຄ້າຍຄືເມືອງໂບຮານມາຊູປິກຊູ ຂອງຊົນເຜົ່າອິນຄາໃນປະເທດເປຣ

ນຳ້ຕົກຕາດກວາງຊີ Kuangsi Waterfall
ຮ້ອນໆແບບນີ້ໄປໂດດນຳ້ຕົກເຢັນໆທ່າມກາງປ່າໄມ້ສີຂຽວໃຫ້ສະໃຈດີກວ່າ! ” ນຳ້ຕົກຕາດກວາງຊີ ” ຫ່າງຈາກຕົວເມືອງຫຼວງພະບາງປະມານ30kmກວ່າໆ ເຊົ່າລົດຈັກຂັບໄປເອງ ຊົມວິວລະຫວ່າງທາງໄປແບບຊິວໆ ແປ໊ບດຽວກໍ່ຮອດລະ ^^
https://www.facebook.com/pg/Wanderlustlaos/photos/?tab=album&album_id=400512080317111

ບຼູລາກູນ
ເປັນແຫຼ່ງທ່ອງທ່ຽວທີ່ຖືໄດ້ວ່າຖ້າມາວັງວຽງ ແລ້ວບໍ່ໄປບຼູລາກູນ ຖືວ່າມາບໍ່ຮອດເລີຍກໍ່ວ່າໄດ້!
ເຊິ່ງບໍ່ໄກຈາກຕົວເມືອງຫຼາຍ ນັກທ່ອງທ່ຽວນິຍົມມາຜ່ອນຄາຍ ແລະຄາຍຄວາມຮ້ອນດ້ວຍການໂດດນຳ້ຈາກຕົ້ນໄມ້ທີ່ຢູ່ຂ້າງໆ… ເຊິ່ງຈະສຽວປານໃດນັ້ນອັນນີ້ຕ້ອງໄປລອງເອງເດີ້

ປະຕູໄຊ ທີ່ນະຄອນຫຼວງວຽງຈັນ

ນຳ້ຕົກຕາດທີ່ເຊື່ອງຊ້ອນຢູ່ກາງປ່າ
ເຊື່ອວ່າຫລາຍຄົນຄົງຈະເຄີຍໄປຍິນແລະໄດ້ເຫັນເຖິງຄວາມງາມຂອງນຳ້ຕົກຕາດທີ່ຢູ່ກາງປ່າສະຫງວນດົງຫົວສາວ ແຂວງປປາສັກແລ້ວແມ່ນບໍ່
ນັ້ນກໍ່ຄືນຳ້ຕົກຕາດຂະໝຶດ ທີ່ຄູ່ຂະໜານກັບຕາດເສືອ ແລະ ນຳ້ຕົກຕາດຕະເກັດ
ເຊິ່ງນີ້ເປັນພຽງບາງສ່ວນຂອງນ້ຳຕົກຕາດງາມໆທີ່ມີໃນປ່າແຫ່ງນີ້ເທົ່ານັ້ນ

ຍ່າງປ່າຂຶ້ນດ່ານໃຫຍ່
“ດ່ານໃຫຍ່” ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ຍັງມີຄົນຮູ້ຈັກໜ້ອຍ. ຕັ້ງຢູ່ບໍລິເວນປ່າສະຫງວນດົງຫົວສາວ, ເມືອງປາກຊ່ອງ, ແຂວງຈຳປາສັກ ມີລັກສະນະເປັນພູຫົວຕັດ ມີພະລານຫີນເປັນລານກວ້າງ, ມີໜ້າຜາທີ່ແນມເຫັນພູເຂົາກົງກັນຂ້າມ ເຊິ່ງສາມາດແນມເຫັນນ້ຳຕົກໃຫຍ່ໆ3ແຫ່ງຄື: ຕາດຂະໝຶດ ຕາດຕະເກັດ ຕາດສັກກະລະ ທີ່ຢູ່ເບື້ອງໜ້າ ອັນບໍ່ໃກ້ບໍ່ໄກຈາກຕົວເຮົາ, ມີສັດປ່າແລະພັນໄມ້ນາໆພັນ ໃນຊ່ວງ ເດືອນກໍລະກົດຫາເດືອນສິງຫາ ຈະມີດອກເປາະພູສີບົວບານເຕັມດ່ານສະລັບກັບສາຍໝອກທີ່ປິວຂຶ້ນມາກະທົບກັບຍອດພູເປັນໄລຍະໆ ດ້ວຍຄວາມທີ່ດ່ານໃຫຍ່ ເຂົ້າເຖິງໄດ້ຍາກ ແລະ ຍັງບໍ່ເປັນທີ່ຮູ້ຈັກຫຼາຍ ເຮັດໃຫ້ເຫັນເຖິງຄວາມງາມຂອງທຳມະຊາດທີ່ແທ້ຈິງ ທີ່ຖືກເຊື່ອງຊ້ອນໄວ້ຢູ່ເທິງຍອດພູກາງປ່າສະຫງວນດົງຫົວສາວ ດັ່ງນັ້ນ ຖ້າຜູ້ທີ່ມັກເຂົ້າປ່າ ປີນຜາ ແລະ ສຳພັດກັບທຳມະຊາດແບບເຖິງເນື້ອເຖິງໂຕ “ດ່ານໃຫຍ່” ເປັນອີກໜຶ່ງສະຖານທີ່ໆພາດບໍ່ໄດ້

ໜ້າຝົນແບບນີ້ Wanderlust Laos ຊວນທຸກຄົນມາວົນວຽນ “ທີ່ວັງວຽງ”
ແລ້ວມາໃຊ້ຊີວິດງ່າຍໆ lifestyle Cool cool ກັບອົບປ້າ ຊາລາງເຮໂຢ ໄຊໂຍ ໂຮຮິ້ວວວວວ !
ມາວັດໃຈໂດດນ້ຳບຼູລາກູນໃສໆ ( ຕອນເຊົ້າໆ )
ມາພັກປອດ ນອນເບິ່ງໝອກຟິນໆ
ມາໃຫ້ຫົວໃຈເຕັ້ນຈັງຫວະດຽວທີ່ ຊາກຸລະບາ
ມາທົດສອບກຳລັງຂາທີ່ຜາເງິນ ຈຸດຊົມວິວສຸດເວີ້ວັງ
ພໍໆ …..ເອົາເປັນວ່າ ຖ້າໃຜຍັງບໍ່ເຄີຍມາແນະນຳຫຼັງເບິ່ງໂພສນີ້ແລ້ວ ເກັບກະເປົ໋າ ໄປວັງວຽງໂລດ ຈົບແຍກ

ນຳ້ຕົກຕາດຟານ ຕາດທີ່ສູງທີ່ສຸດໃນລາວ
” ນຳ້​ຕົກ​ຕາດ​ຟານ ນຳ້​ຕົກ​ຝາ​ແຝດ ແຫ່ງປ່າສະຫງວນດົງ​ຫົວ​ສາວ ເຊິ່ງແວດ​ລ້ອມ ໄປດ້ວຍພູເຂົາແລະ ປ່າໄມ້ທຳມະຊາດ ”
ນຳ້​ຕົກ​ຕາດ​ຟານເປັນນຳ້ຕົກຕາດທີ່ເກີດ​ຈາກການ​ໄຫຼມາ​ລວມ​ກັນ ຂອງ​ສາຍ​ນຳ້ ຂອງ ພູເຂົາ 2 ໜ່ວຍ ຊຶ່ງ​ໄຫລຕະຫລອດ​ໝົດ​ປີ ຄວາມສູງເຖິງ200m ບັນ​ຍາກ​າດໂດຍ​ຮອບ ຂອບນຳ້ຕົກ​ຕາດ​ຟານ ເປັນ​ສະພາບ​ອາ​ກາດ​ຊຸ່ມ​ຊື່ນ ໜາວ​ເຢັນ​ຕະຫລອດ​ປີ ເປັນ​ເສັ້ນ​ທາງ​ສູ່ ເມືອງ​ປາກ​ຊ່ອງ ເມືອງ​ແຫ່ງ​ຂຸນ​ເຂົາ​ ແລະ ສວນກາ​ເຟ

ປາກຊ່ອງບໍລິເວນ ເປັນດິນແດນທີ່ຂຶ້ນຊື່ເລື່ອງກາເຟ ປ່າສະຫງວນອັນອຸດົມສົມບູນ ທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດຫຼາຍໆແຫ່ງ ໂດຍສະເພາະແມ່ນນຳ້ຕົກຕາດ.
ແລະນຳ້ຕົກຕາດທີ່ຂຶ້ນຊື່ທີ່ພວກເຮົາພູມໃຈສະເໜີແມ່ນ… “ນຳ້ຕົກຕາດເຍືອງ” ນັ້ນເອງ.
ໃຊ້ເວລາຂັບລົດຈາກປາກເຊພຽງ 30ນາທີກວ່າໆ ກໍ່ຟິນໄດ້ເບີນີ້ແລ້ວ ເສັ້ນທາງການທ່ອງທ່ຽວມາຕາດເຍືອງແມ່ນເສັ້ນດຽວກັນກັບນຳ້ຕົກຕາດຟານ ມີຈຸດຖ່າຍຮູບຫຼາຍຈຸດທັງຢູ່ເທິງນຳ້ຕົກ ແລະກົ້ນນຳ້ຕົກ
ນຳ້ຕົກຕາດເຍືອງ ກໍ່ເປັນອີກໜຶ່ງສະຖານທີ່ທີ່ບໍ່ຄວນພາດເມື່ອມາຮອດດິນແດນພູເຂົາໄຟແຫ່ງນີ້.
ເພີ່ມເຕີມ https://m.facebook.com/Wanderlustlaos/photos/?tab=album&album_id=384326701935649&ref=page_internal

ສຳຫຼັບໃຜທີ່ມັກການຂັບລົດຈັກເລາະຖ່າຍຮູບ ( ກິນ ) ແບບຊິວໆ ແບບເຮົາສອງຄົນ ຕ້ອງມາບ່ອນນີ້ໂລດ! ທີ່ຕົວເມືອງປາກເຊ ແຂວງຈຳປາສັກ.
ຖ້າໃຜຜ່ານໄປຫຼິ້ນນຳ້ຕົກທີ່ປາກຊ່ອງ ຫຼື ກາຍໄປຊົມວັດພູ ກໍ່ຢ່າລືມຫາເວລາແວ່ຂີ່ລົດຫຼິ້ນ ແບບເຮົາສອງຄົນເດີ້ ບາງເທື່ອເຈົ້າອາດຈະຮູ້ຈັກປາກເຊໃນມຸມມອງທີ່ຕ່າງອອກໄປແບບເຮົາສອງຄົນ^^

ນຳ້ຕົກຕາດ ແຊພະ ແຂວງອັດຕະປື
ເຊື່ອຫຼາຍຄົງຈະເຫັນຄວາມງາມຂອງ ນ້ຳຕົກຕາດແຊພະ ຜ່ານຕາມາແລ້ວ ເຊິ່ງຕັ້ງຢູ່ບ້ານຫີນລາດ ເມືອງສະໜາມໄຊ ແຂວງອັດຕະປື
ນຳ້ຕົກຕາດແຊພະຫ່າງຈາກຕົວເມືອງປະມານ100km ແຕ່ດ້ວຍຫົນທາງດິນແດງ ພວກເຮົາໃຊ້ເວລາເດີນທາງປະມານ2-3ຊົ່ວໂມງ 
ສຳຫລັບນຳ້ຕົກຕາດແຊພະ ເກີດຈາກສາຍນຳ້ເຊປ່ຽນທີ່ໄຫລຜ່ານແຂວງອັດຕະປື ມີຄວາມສູງເຖິງ 23m
ນຳ້ຕົກແຫ່ງນີ້ກາຍເປັນແຫຼ່ງທ່ອງທ່ຽວທີ່ຫນ້າສົນໃຈແຫ່ງໜຶ່ງຂອງແຂວງອັດຕະປື ທີ່ໃຜຜ່ານມາແຂວງນີ້ບໍ່ຄວນພາດເດີ້ພີ່ນ້ອງ!


ຄອນພະເພັງ “ໄຂ່ມຸກແຫ່ງແມ່ນ້ຳຂອງ”​
ແມ່ນໜຶ່ງໃນຈໍານວນນໍ້າຕົກຕາດ ຂອງສາຍພູເຫຼັກ ອັນຍາວຢຽດ, ຂັ້ນຕອນລໍາແມ່ນໍ້າຂອງຕອນໃຕ້ຂອງ ປະເທດເຮົາ ທີ່ນອນຢູ່ດິນແດນ ເຂດມະຫານະທີ ສີພັນດອນ ເຊິ່ງມີຄວາມຍາວເຖິງ 15 ກິໂລແມັດ, ທຳມະຊາດໄດ້ເສກສັນ ປັ້ນແຕ່ງໃຫ້ນຳ້ຕົກຕາດແຫ່ງນີ້ ມີຄວາມສວຍສົດງົດງາມ ແລະ ມີສຽງດັງ, ຄຶກຄື້ນ, ມ່ວນຊື່ນ, ອອນຊອນໃຈ ບໍ່ມີທິວ ທັດທຳມະຊາດແຫ່ງໃດໃນພາກພື້ນ ສະເໝີເໝືອນ
ອົງການແມ່ນນ້ຳຂອງ ຈຶ່ງໄດ້ຂະໜານນາມວ່າ:
“ໄຂ່ມຸກແຫ່ງແມ່ນ້ຳຂອງ”​
ແຫລ່ງ: ອົງການພັດທະນາການທ່ອງທ່ຽວ

Green climbers home ຕັ້ງຢູ່ໃກ້ໆຜາຮອມ ເຊິ່ງຫ່າງຈາກຕົວເມືອງທ່າແຂກປະມານ 12km. ເປັນສະຖານທີ່ທີ່ມີພູຜາອ້ອມຮອບ ມີຮ້ານອາຫານ ແລະ ທີ່ພັກຢູ່ກາງ ທາງອອກທາງດຽວ ດັ່ງນັ້ນບໍ່ວ່າເຈົ້າຈະແນມໄປທາງໃດຈະເຫັນວິວພູ 360 ອົງສາເລີຍ.
GCH ຖືວ່າເປັນສະຫວັນຂອງນັກປີນຜາເລີຍກະວ່າໄດ້. ເປັນກິດຈະກຳໜື່ງໃນເຄືອຂ່າຍຂອງ Green Discovery laos, GCH ຫຼັກໆແມ່ນຈະໃຫ້ບໍລິການ ນັກທ່ອງທ່ຽວທີ່ມາປີນຜາ ສ່ວນຫຼາຍແມ່ນມາຈາກທົ່ວໂລກ, ມີອຸຸຸຸປະກອນໃຫ້ເຊົ່າ, ຖ້າປີນບໍ່ເປັນເຂົາກໍ່ມີຄູຝຶກໃຫ້ ມີທັງແບບໝົດມື້ ແລະ ເຄິ່ງມື້, ທີ່ພັກມີໃຫ້ເລືອກຕັ້ງສາມແບບ ມີທັງບ້ານພັກແບບດ່ຽວທີ່ເໝາະສຳຫຼັບ ຄົນທີ່ມັກຄວມເປັນສ່ວນຕົວ ຊິວໆກັບໝູ່ຄູ່, ຫຼືມັກພົບປະສັງສັນກັບໝູ່ເພື່ອນໃໝ່ໆ ແນະນຳຫໍ່ພັກນອນລວມກັນກະມີ, ແຕ່ຖ້າຢາກໃກ້ຊິດດທຳມະຊາດຕ້ອງເຕັນ ເຂົາຈັດສັນພື້ນທີ່ກາງເຕັນໃຫ້້ຢູ່ໃນປ່າເຊິ່ງຫ່າງອອກຈາກຮ້ານອາຫານ ຈະໄດ້ຄວາມງຽບສະງົບ ແລະ ໃກສິດທຳມະຊາດແບບສຸດໆ.
ຖ້າໃຜບໍ່ຢາກປີນ ກະມານອນຫຼີ້ນ ເລາະຖ່າຍຮູບແບບ slow life ແບບເຮົາສອງຄົນກະໄດ້ເດີ້^^
ຖ້າສົນໃຈແນະນຳສົ່ງເມວຈອງກ່ອນເດີຍ້ານທີ່ພັກເຕັມ ຕາມລິ້ງນີ້ເລີຍ http://www.greenclimbershome.com/

ວັດພູຈຳປາສັກ
ເປັນອີກໜຶ່ງສະຖານທີ່ທີ່ສຳຄັນຂອງລາວເຮົາເປັນບູຮານສະຖານທີ່ໄດ້ຮັບຮອງຂື້ນເປັນມໍລະດົກໂລກທີ່ມີຄວາມເກົ່າແກ່ແລະສວຍສົດງົດງາມຫຼາຍທ່ານໄດ້ທີ່ມາທ່ຽວປາກເຊແລ້ວບໍ່ມາສະຖານທີ່ນີ້ກໍ່ຖືວ່າມາບໍ່ຮອດປາກເຊເດີພີ່ນ້ອງງງ
ຂອບໃຈຮູບງາມໆຈາກDon Lazy Man

ຖຳ້ເຊບັ້ງໄຟ ບ້ານໜອງປິງ, ເມືອງບົວລະພາ, ແຂວງຄຳມ່ວນ
ເປັນຖຳ້ທີ່ມີຫີນຮູບຮ່າງທີ່ປະຫຼາດ ປະກອບກັບ ໂຄງປະກອບສ້າງຖຳ້ອັນຍິ່ງໃຫຍ່ ແລະນຳ້ສີຂຽວມໍລະກົດ ເຊິ່ງຖຳ້ນີ້ມີຄວາມຍາວກວ່າ 15 ກິໂລແມັດ
ຕ້ອງໄດ້ໃຊ້ເຮືອຄາຍັກພາຍເຂົ້າໄປ. ສ່ວນທ່ານໃດສົນໃຈໄປທ່ຽວຊົມຖ້ຳ ສາມາດເປີດໃຫ້ເຂົ້າໄດ້ສະເພາະລະດູແລ້ງ ເດືອນ ພະຈິກ ຫາ ເມສາ ເທົ່ານັ້ນ ​ເພາະ​ການ​ໄປ​ຊ່ວງ​ນີ້ຈະ​ມີ​ຄວາມ​ປອດ​ໄພຫຼາຍກວ່າ, ຈະ​ເຫັນ​ແມ່ນຳ້​ໄດ້​ຊັດ​ເຈນ​ສວຍ​ງາມ ​ແລະ ອຸດົມສົມບູນ​ໄປ​ດ້ວຍ​ທຳ​ມະ​ຊາດ​ປ່າ​ໄມ້​ໃບ​ຂຽວ.
ຂອບໃຈຮູບງາມໆຈາກKizuna Chanthavong

ຕະຫຼາດມືດ ທີ່ຫຼວງພະບາງ
ພໍຄ້ອຍແລງລົງ ຖະໜົນສີສະຫວ່າງວົງ ຈະກາຍເປັນຕະຫລາດໂດຍທັນທີ ຕັ້ງແຕ່ສີ່ແຍກໄປຊະນີແຂວງຫລວງພະບາງ ໄປຈົນຮອດ ພິພິດຕະພັນຫຼວງພະບາງ.
ແມ່ຄ້າຊາວຂາຍ ພາກັນນຳເຄື່ອງຫັດຖະກຳ ງານຝີມື, ເຄື່ອງເງິນ, ເຄື່ອງທອງ, ເສື້ອສກີນພາສາລາວ ເຊິ່ງເປັນທີ່ນິຍົມຫລາຍຂອງນັກທ່ອງທ່ຽວທີ່ມາຊ໊ອບປິ້ງຫາຂອງຝາກກັບບ້ານ ລາຄາມາສາດຕໍ່ລອງໄດ້ ນອກນີ້ຍັງເປັນສູນລວມອາຫານທີ່ຫຼາກຫລາຍອີກດ້ວຍ

ຖ້າເວົ້າເຖິງ ທະເລເມືອງລາວແລ້ວ ຕ້ອງຄິດເຫັນບ່ອນນີ້ເລີຍ ” ທ່າລາດ ” ແຂວງວຽງຈັນ! ແຫຼ່ງທ່ອງທ່ຽວທີ່ຕົກຫຼຸມຮັກຕັ້ງແຕ່ເຫັນຮູບ ອ່າງນຳ້ງື່ມ ຫຼື ເຂື່ອນໄຟຟ້ານຳ້ງື່ມ1 ອ້ອມຮອບດ້ວຍໜ່ວຍພູ ແນມໄປທາງໃດກໍ່ຈະເຫັນແຕ່ພູສີຂຽວແລະ ເກາະກາງນຳ້ເຕັມໄປຫມົດ ບວກກັບນຳ້ສີຟ້າໆ ໃຫ້ຄວາມຮູ້ສຶກຄືໄປທ່ຽວທະເລເລີຍ ອາກາດກໍ່ດີເດີ້ ເໜາະສຳຫຼັບລ່ອງເຮືອ ກິນເຂົ້າ ໄຫລໄປຕາມແມ່ນຳ້ງຶ່ມໄປເລື້ອຍໆ ເບິ່ງເກາະນ້ອຍໃຫຍ່ ບອກເລີຍວ່າຖືກໃຈສາຍເຊວຟີ້ແນ່ນອນ! ແຖມມີກິດຈະກຳ Adventure ຫຼາກຫຼາຍ ມາແລ້ວຮັບຮອງວ່າບໍ່ເບື່ອແນ່ນອນ ທ່າລາດ ຫ່າງຈາກນະຄອນຫຼວງວຽງຈັນປະມານ 75-80Kmໃຊ້ເວລາເດີນທາງປະມານ 1-2ຊົວໂມງ #ແທັກແຟນໄປທ່ຽວ
Cr: www.wanderlustlaos.com
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments