ຮູ້ຫຼືບໍ່ ! 25 ຊີຊັ້ນທີ່ຜ່ານມາຂອງ ພຣີເມຍລີກ ມີພຽງ 3 ທີມເທົ່ານັ້ນທີ່ຍິງເກີນ 100 ປະຕູ




ຫາກຈະເວົ້າເຖິງທີມທີ່ໄດ້ແຊັ້ມພຣີເມຍລີກ ເຊື່ອເລີຍວ່າທຸກໆ ທ່ານ ຄົງຈະພໍເວົ້າຊື່ທີມກັນອອກມາໄດ້ແດ່ແຕ່ຮູ້ຫຼືບໍ່ວ່າຕະຫຼອດ 25 ປີ ທີ່ຜ່ານມານັບຕັ້ງແຕ່ປ່ຽນຊື່ມາເປັນ ພຣີເມຍລີກ ອັງກິດ ມີພຽງແຕ່ 4 ສະໂມສອນເທົ່ານັ້ນທີ່ສາມາດສົ່ງບານສຸດກົ້ນປະຕູທະລຸ 100 ປະຕູ ໄປເບິ່ງກັນເລີຍວ່າ ສະໂມສອນເລົ່ານັ້ນຈະແມ່ນທີມໃນດວງໃຈຂອງທ່ານຜູ້ທີ່ອ່ານຫຼືບໍ່

4. ທີມທີ່ໃກ້ຄຽງ 100 ປະຕູ



ແມນເຊສເຕີ້ ຢູໄນເຕັດ : 97 ປະຕູ
ລະດູການ : 1999-00

ແມນແມນເຊສເຕີ້ ຊິຕີ້ : 93 ປະຕູ
ລະດູການ : 2011-12

3. ເຊວຊີ



ລະດູການ : 2009-10
ຈຳນວນປະຕູ : 103 ປະຕູ ອັນດັບ 2 ໃນປີນັ້ນຄື ແມນເຊສເຕີ້ ຢູໄນເຕັດ 86 ປະຕູ

ນັບວ່າເປັນລະດູການທີ່ສຸດຍອດຂອງ ສິງໂຕນ້ຳເງິນຄຳລາມ ເຊວຊີ ແບບສຸດໆ ເພາະມີຂຸມກຳລັງທີ່ພາກັນສ້າງຊື່ສຽງໄປທົ່ວໂລກ ໂດຍຊະເພາະ ດິດິເຍ້ ດັ໋ອກບາ ທີ່ຍິງຄົນດຽວ 29 ປະຕູ ຈົບນຳການເປັນດາວຊັນໂວໃນປີນັ້ນ ແລະ ກອງກາງແບບ ແຟຣງ ແລມພ່າດ ກໍ່ກົດໄປ 22 ປະຕູ ນຳເຊັ່ນກັນ ສ່ວນເລື່ອງແຊັ້ມພຣີເມຍລີກໃນປີນັ້ນໜ້າຈະບໍ່ຕ້ອງຖາມກັນເລີຍວ່າໃຜຈະໄດ້ໄປ

2. ແມນເຊສເຕີ້ ຊິຕີ້



ລະດູການ : 2013-14
ຈຳນວນປະຕູ : 102 ປະຕູ

ເປັນລະດູການທີ່ພາກັນລຸ້ນຈົນວິນາທີສຸດທ້າຍແທ້ໆ ແຕ່ສຸດທ້າຍແລ້ວກໍ່ເປັນ ແມນຊິຕີ້ ທີ່ເອົາຖ້ວຍລາງວັນ ພຣີເມຍລີກໄປຄອງ ຈາກຜົນງານສຸດຍອດເກມບຸກ ທີ່ຊ່ວຍກັນຍິງແບບແບ່ງໆ ກັນໄປ

1. ລິເວີພູລ



ລະດູການ : 2013-14
ຈຳນວນປະຕູ : 101 ປະຕູ

ເມື່ອເວົ້າເຖິງລະດູການນີ້ຂຶ້ນມາເຊື່ອວ່າ ເດິ ຄັອບ ຫຼາຍທ່ານຄົງພາກັນເສຍດາຍແບບບໍ່ເຊົາແນ່ນອນ ເພາະໃກ້ຄຽງກັບຄຳວ່າແຊັ້ມພຣີເມຍລີກແບບສຸດໆ ນຳສຸດຍອດແທ໊ດຕິກຂອງ ເບຣນດັນ ລ໊ອດເຈີ້ ທີ່ວ່າກັນວ່າ ງາມແບບສະບັບ ຕິກີ້ຕາກ້າ ອີກທັງ ຫຼຸຍ ຊົວເຣດ ທີ່ລະເບີດຟອມ ຍິງໄປ 31 ປະຕູ ຄົນດຽວ ແລະ ແດເນຍ ສະເຕີຣິດ ກໍ່ມີລະດູການທີ່ສຸດຍອດຫຼາຍໆ ໃນປີນັ້ນດ້ວຍຜົນງານ 22 ປະຕູ ຮອງດາວຊັນໂວ

ໜ້າເສຍດາຍເຖິງຈະພາກັນຍິງຫຼາຍກວ່າ 100 ປະຕູ ແຕ່ກໍ່ບໍ່ສາມາດຄວ້າແຊັ້ມພຣີເມຍລີກມາຄອບຄອງໄດ້ ເຊິ່ງນີ້ຖືເປັນຄັ້ງທຳອິດໃນປະຫວັດຕິສາດພຣີເມຍລີກນຳເຊັ່ນກັນ


http://www.90min.com/th
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments