ນັບແຕ່ເດືອນພະຈິກນີ້ ຈະເປີດສາຍທາງແລ່ນລົດເມໃໝ່ 3 ຈຸດ



ກອງ​ປະຊຸມ​ຄະນະ​ຊີ້​ນຳ​ໂຄງການ ​ຄັ້ງ​ທີ III ຂອງ​ໂຄງການ​ໄຈກາ​ປັບປຸງ​ປະ​ສິດທິ​ຜົນ​ລັດ​ວິ​ສາ​ຫະ​ກິດ​ລົດເມ ນະຄອນຫຼວງ​ວຽງ​ຈັນ ໄລຍະ II ຈັດ​ຂຶ້ນ​ວັນ​ທີ 25 ຕຸລາ 2017 ນີ້ ທີ່​ໂຮງແຮມ​ລາວ​ພລາຊາ ໂດຍ​ເປັນ​ປະທານ​ຂອງ​ທ່ານ ບົວ​ເພັດ ໄຊ​ນະ​ສານ ຮັກສາ​ການຫົວໜ້າ​ກົມ​ຂົນສົ່ງ ມີ​ຫົວໜ້າ​ອົງການ​ໄຈ​ກາ​ປະຈຳ​ລາວ ຕາງໜ້າສະຖານທູດ​ຍີ່ປຸ່ນ​ປະຈຳ​ລາວ ຮອງ​ຫົວໜ້າ​ພະ​ແນກ​ໂຍທາ​ທິການ ແລະ ຂົນສົ່ງ ນວ ອຳນວຍການ​ລັດ​ວິ​ສາ​ຫະ​ກິດ​ລົດເມ ນວ ຜູ້​ຊ່ຽວຊານ​ຊີ້​ນຳ​ໂຄງການ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.
ກອງ​ປະຊຸມ​ໄດ້​ຮັບ​ຟັງ​ລາຍງານ​ການ​ບໍລິການ​ລົດເມ​ສາ​ທາລະນະ ຂອງ​ລັດ​ວິ​ສາ​ຫະ​ກິດ​ລົດເມ ນວ ແລະ ແຜນ​ກິດຈະກຳຂອງ​ໂຄງການ​ ໃນ​ການ​ປັບປຸງການ​ຂົນສົ່ງ​ສາທາລະນະ ໃນ​ຕົວເມືອງ ນວ ໄລຍະ II ທັງ​ປຶກສາຫາລື​ກ່ຽວ​ກັບ​ກິດຈະກຳ​ດັ່ງກ່າວ ເພື່ອ​ໃຫ້​ມີ​ຄວາມ​ແທດເໝາະ​ກັບສະພາບ​ຕົວ​ຈິງ ແລະ ປະຕິບັດຢ່າງ​ມີ​ປະ​ສິດທິ​ຜົນ ດັ່ງ​ທີ່​ຮູ້​ນຳ​ກັນແລ້ວ​ວ່າ ການ​ຂົນສົ່ງ​ສາ​ທາ​ລະນະ​ໃນ ນວ ແມ່ນ​ມີ​ຈຳນວນ​ໜ້ອຍ ແລະ ອັດຕາ​ການ​ນຳ​ໃຊ້​ກໍ່​ຍັງ​ບໍ່ທັນ​ສູງ ເຊິ່ງ​ເປັນ​ສາເຫດ​ໜຶ່ງ​ທີ່ເຮັດ​ໃຫ້ການ​ຈະລາຈອນ​ແອ​ອັດຢູ່​ໃນ​ຕົວ​ເມືອງ ການ​ປັບປຸງ​ການຂົນສົ່ງ​ສາທາລະນະ ​ກໍ່​ແມ່ນ​ມາດຕະການ​ໜຶ່ງ​ທີ່​ສຳຄັນ​ໃນ​ການ​ແກ້ໄຂ​ບັນຫາ​ການ​ຈະລາຈອນ​ແອອັດ​ໃນ​ຕົວ​ເມືອງ​ດີ​ຂຶ້ນ ໂຄງການໄລຍະ II ນີ້ ໄດ້​ຈັດ​ຕັ້ງ​ປະຕິບັດ​ມາເປັນ​ເວລາ​ປີ​ເຄິ່ງ​ແລ້ວ ເຊິ່ງ​ໃນ​ນັ້ນມີ​ວຽກ​ງານ​ທີ່​ພົ້ນ​ເດັ່ນ ເປັນຕົ້ນແມ່ນ​ການ​ລົງ​ສຳ​ຫຼວດ ແລະ ເກັບ​ກຳ​ຂໍ້​ມູນ​ການ​ຕິດ​ຕັ້ງ​ອຸປະກອນ​ໄອ​ທີ ​ເຂົ້າ​ໃນ​ການ​ບໍລິການ ແລະ ບໍລິຫານ​ການ​ວາງ​ແຜນເປີດ​ສາຍ​ທາງ​ແລ່ນ​ລົດເມ​ໃໝ່ ໃນ​ເດືອນ​ພະຈິກ 2017 ນີ້ ຈະເລີ່ມ​ຈັດ​ຕັ້ງ​ປະຕິບັດ​ການ​ຂົນສົ່ງສາທາລະນະ​ໃນ ນວ ມີ 3 ຈຸດ ເຊັ່ນ: ແຕ່​ຄິວ​ລົດເມໄປ​ຫາເດີ່ນບິນ​ສາກົນ​ວັດ​ໄຕ ໃຊ້​ລົດເມ​ກຽວໂຕ 4 ຄັນ ລາຄາ​ຜູ້​ໜຶ່ງ 15.000 ກີບ ແຕ່​ຄິວ​ລົດເມ ໄປ​ຫາສູນການ​ຄ້າ​ລາວ-ໄອ​ເຕັກ ແລະ ແຕ່ຄິວ​ລົດເມ​ໄປ​ຫາ​ປະຕູ​ໄຊ ແຕ່​ລະສາຍ​ທາງ​ແມ່ນ​ໃຊ້​ລົດເມ​ຂຽວ 4 ຄັນ ລາຄາ​ຜູ້​ໜຶ່ງ 4.000 ກີບ ພ້ອມ​ນັ້ນຍັງ​ໄດ້​ສ້າງຕັ້ງ​ພະ​ແນກ ຊຸດ​ທີ 2 ຂຶ້ນ​ໃໝ່​ຂອງ​ລັດ​ວິ​ສາ​ຫະກິດ​ລົດເມ ນວ ເຊິ່ງ​ມີ​ຫ້ອງ​ປະຊຸມຢູ່​ສູນ​ການ​ຄ້າ ລາວ-ໄອ​ເຕັກ ເພື່ອປັບປຸງ​ການ​ບໍລິການ ການ​ບໍ​ລິຫານ​ແບບ​ໃໝ່ ເຮັດ​ໃຫ້ການ​ບໍ​ລິຫານ-ການ​ບໍລິການ​ໃຫ້​ມີ​ປະສິດທິ​ຜົນ ແລະ ແທດເໝາະ​ກັບ​ຄວາມຕ້ອງການ​ຂອງ​ສັງຄົມ.

ຂໍ້ມູນຈາກ VTNS
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments