ຄັກສຸດ...!!! ຮ້ານຕັດຜົມ 3.000.000 Three Million Barber shop
ປ້າຍຫນ້າຮ້ານແບບແນວໆ
ບັນຍາກາດຫນ້າຮ້ານ
ເປີດປະຕູປຸບເຈີປັບກະຄືຮ້ານກາເຟຍັງບໍ່ແມ່ນຮ້ານຕັດຜົມເທື່ອ ເຊິ່ງໃຜເຂົ້າມາກະຕ້ອງງົງກັນໄປເລີຍທີດຽວ 555 ເຂົ້າຮ້ານຜິດບໍ່ວະ? ເອີ ອາ ອີຫຍັງວະ ຮ້ານຕັດຜົມຢູ່ໃສ ຄົນຂຽນມັນຕວົະບໍ່ວະ? .....ເອົາ......ຊອກ......ແນມໆ.....ເອົາສັງເກດດີໆ ຮ້ານຕັດຜົມຢູ່ທາງຫຼັງພຸ້ນ ຊຳມົວເປີດປະຕູອອກຮ້ານແລ່ນກັບລະຕວະນີ້ .555555
ດ້ານໃນບອກໄດ້ເລີຍນັ່ງຫມົດມື້ກະໄດ້
ຢ່າງເຂົ້າມາ ກໍ່ຈະມີພະນັກງານຖາມ
ພງ: ສະບາຍດີ ຕັດຜົມບໍ?
ລຄ: ເຈົ້າແມ່ນແລ້ວ, ຈາກນັ້ນເພິ່ນກະຈັບບັດຄິດໃຫ້
ພງ: ນີ້ເດີບັດຄິດຕັດຜົມ ນັ່ງຖ້າຢູ່ນອກກະໄດ້ ຫຼື ຈະເຂົ້າໄປຖ້າຢູ່ໃນກະໄດ້ເດີ້
ລຄ: ອໍ ຂອບໃຈໆ
ໃນຂະນະທີນັ່ງລໍຖ້າ ເຮົາສາມາດສັ່ງນຳ້ສັ່ງກາເຟກິນຖ້າຄິດໄດ້ເດີ້ ເຮົາກະຈັດ Hot Mocha ແດ່ຈອກໜຶ່ງ
ພງ ຕອບເຮົາມີແຕ່ກະເຟທຳມະດາ Oh 5555 ຊັ້ນເອາຊາມາກນາວຈອກໜຶ່ງເດີ້ "ຊາບໍ່ໄດ້ຖ່າຍ ອັນນີ້ແມ່ນຮູບປະກອບ"
ລາຍການຕັດຜົມແລະລາຄາ
ນັ່ງຈິບໄດ້ຈັກຫນ້ອຍຫນຶ່ງກະເລີຍຢ່າງເຂົ້າໄປຖ້າຢູ່ໃນ ເພື່ອສຳຫຼວດບັນຍາກາດ
ເຂົ້າມາບຸບ ໂອ້ໂຫ ມັນສຸດຍອດ ງາມເວີ້ຍ ຄັກດີ ໄດ້ Feeling
ເຫັນລົດແລ້ວສົງໃສເຈົ້າຂອງຮ້ານຫນ້າຈະເປັນ Biker "ເຮີຍ ເຮີຍ ເຮີຍ ເອົາບໍ່ແມ່ນລະ ຊັກກະລິນມາແລ້ວ555 "
ເປັນແນວໃດລະ ທັງເບິ່ງ ທັງອ່ານກັນມາລະ ຫວັງວ່າຮ້ານນີ້ຈະຕອບໂຈດໃຫ້ເຈົ້າໄດ້ນໍ
ບອກເລີຍ ຊ່າງຕັດຜົມຫລໍ່ແນ່ນອນ ຂະຫນາດປິດປາກໄວ້ 555
ມາຮ້ານນີ້ແລ້ວທ່ານຈະໄດ້ບັນຍາກາດທີ່ຍ້ອນຍຸກໄປຈັກ50-60ປີ ແນມໄປແນມມາກະຈະເປັນບັນຍາກາດນະປັດຈະບັນປະສົມແນ່ເລັກນ້ອຍ ຂອງເກົ່າພຽບ ງາມ ຖືກໃຈ
ສະຖານທີ່: ບ.ໜອງບົວທອງ ແຖວໆເນລະມິດ
ເບີໂທ: 02055362929
Facebook: 3LanBarbershop















Comments
Post a Comment