ລູກສາວ 3ຄົນເສຍຊີວິດຍ້ອນກິນເຂົ້າຈີ່
ເຫດການນີ້ແມ່ນເກີດຂຶ້ນ ວັນທີ່ 25 ຕຸລາ 2017 ເວລາປະມານ 18:00ນາທີ ເຫດເກີດຂຶ້ນຢູ່ບ້ານນາປ່າໄຜ ເມືອງໝື່ນແຂວງວຽງຈັນ ເດັກນ້ອຍໄດ້ເສຍຊີວິດ 3ຄົນ ພ້ອມກັນ ສາເຫດແມ່ນກິນເຂົ້າຈີ່ປ່າເຕ້ ທີ່ມີທາດເບື່ອ ທີ່ຜູ້ເປັນແມ່ໄດ້ຊື້ມາຈາກວຽງຈັນ (ຕາມຄຳໃຫ້ການຂອງແມ່)
ເຫດການບໍ່ຂາດຄິດທີ່ບໍ່ມີໃຜຢາກໃຫ້ເກີດຂຶ້ນເດັດຂາດ, ສະນັ້ນຕ້ອງຂໍຄວາມຮ່ວມມືກັບແມ່ຄ້າຊາວຂາຍໃຫ້ມັນຈັນຍາບັນໃນອາຊີບຂອງຕົນ ຖ້າຫາກເຫດການນີ້ເກີດຂຶ້ນນຳຄອບຄົວໃຜ ໃຜກໍ່ເສຍໃຈ.
ຖ້າຫາກເຫດການນີ້ແມ່ນຄວາມຈິງແທ້ກໍ່ຕ້ອງມີການກວດຊອບເພີ່ມເຕີ່ມເພື່ອຫຼີກລ້ຽງເຫດການນີ້
ຕົ້ນຂ່າວມາຈາກ Facebook ຂອງທ່ານ Tsab L Lwm's
ທາງທິມງານ ລາວຮ໋ອດຮິດ ກໍ່ຂໍສະແດງຄວາມເສຍໃຈກັບການຈາກໄປຂອງນ້ອງທັງ 3ຄົນແບບບໍ່ມີວັນຫວນກັບຄືນມາອີກ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments
Post a Comment