ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ໄຂຂຶ້ນຢ່າງເປັນທາງການ
ກອງປະຊຸມສະໄໝສາ ມັນເທື່ອທີ 4 ຂອງສະພາ ແຫ່ງ ຊາດ ຊຸດທີ VIII ໄດ້ໄຂ້ຂຶ້ນຢ່າງ ເປັນທາງການໃນຕອນເຊົ້າ ວັນທີ 16 ຕຸລານີ້ ທີ່ນະຄອນ ຫຼວງວຽງຈັນ ໂດຍພາຍໃຕ້ການ ເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາ ແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກ, ປະທານ ປະເທດ, ຊຶ່ງມີທ່ານຜູ້ນຳ - ອະ ດີດການນຳຂັ້ນສູງຂອງພັກ- ລັດ ແລະ ບັນດາທ່ານສະມາ ຊິກສະພາແຫ່ງຊາດ ຊຸດທີ VIII ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ. ກ່າວໄຂກອງປະຊຸມຢ່າງ ເປັນທາງການ, ທ່ານປະທານ ສະພາແຫ່ງໄດ້ກ່າວບາງຕອນ ສຳຄັນວ່າ: ໃນກອງປະຊຸມ ຄັ້ງນີ້, ສະພາແຫ່ງຊາດ ຈະ ໄດ້ສຸມໃສ່ພິຈາລະນາ ແລະ ຕົກລົງບັນຫາສຳຄັນຂອງຊາດ ດັ່ງນີ້:
1. ພິຈາລະນາ ແລະ ຮັບ ຮອງບົດລາຍງານກ່ຽວກັບການ ຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ, ແຜນ ງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2017 ແລະ ທິດທາງປີ 2018.
2. ພິຈາລະນາ ແລະ ຮັບ ຮອງບົດລາຍງານກ່ຽວກັບການ ຈັດຕັ້ງປະຕິບັດແຜນການທ່ອງ ທ່ຽວໃນຊຸມປີຜ່ານມາ ແລະ ທິດທາງປີ 2018 ເພື່ອຮັບຮອງ ປີທ່ອງທ່ຽວລາວ.
3. ພິຈາລະນາ ແລະ ຮັບ ຮອງ ບົດລາຍງານການຈັດຕັ້ງ ປະຕິບັດການເຄື່ອນໄຫວວຽກ ງານປະຈຳປີ 2017 ແລະ ທິດ ທາງການເຄື່ອນໄຫວ ປີ 2018 ຂອງອົງການກວດສອບແຫ່ງ ລັດ ແລະ ຮັບຮອງບົດລາຍ ງານກ່ຽວກັບຜົນການກວດ ສອບບົດສະຫຼຸຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບ ປະແຫ່ງລັດ ສົກປີ 2015-2016 ແລະ ການແກ້ໄຂຜົນ ການກວດສອບງົບປະມານ ແລະ ການນຳໃຊ້ຊັບສິນຂອງ ລັດ ສົກປີ 2013-2014 ແລະ 2014-2015 ຂອງອົງການ ກວດກາລັດຖະບານ.
4. ພິຈາລະນາ ແລະ ຮັບ ຮອງບົດລາຍງານການຈັດຕັ້ງ ປະຕິບັດການເຄື່ອນໄຫວວຽກ ງານ ປະຈຳປີ 2017 ແລະ ທິດ ທາງ ປີ 2018 ຂອງສານປະຊາ ຊົນສູງສຸດ ແລະ ອົງການ ໄອຍະການປະຊາຊົນສູງສຸດ.
5. ພິຈາລະນາ ແລະ ຮັບ ຮອງບົດລາຍງານການຈັດຕັ້ງ ປະຕິບັດການເຄື່ອນໄຫວວຽກ ງານປະຈຳປີ 2017 ແລະ ທິດ ທາງປີ 2018 ຂອງສະພາ ແຫ່ງຊາດ.
6. ພິຈາລະນາ ແລະ ຮັບ ຮອງການສ້າງ ແລະ ປັບປຸງກົດ ໝາຍ ໃນຂົງເຂດເສດຖະກິດ- ສັງຄົມ ແລະ ຂົງເຂດປົກປ້ອງ ກົດໝາຍ ຈຳນວນ 16 ສະບັບ
ໃນນັ້ນ: ກົດໝາຍສ້າງໃໝ່ມີ 9 ສະບັບຄື:
1. ຮ່າງກົດໝາຍວ່າ ດ້ວຍການປົກປ້ອງຜົນກະ ທົບຈາກການນຳເຂົ້າສິນຄ້າ,
2. ກົດໝາຍວ່າດ້ວຍ ອຸຕຸນິຍົມ ແລະ ອຸທົກກະສາດ,
3. ກົດ ໝາຍວ່າດ້ວຍວຽກງານກາແດງ ລາວ,
4. ກົດໝາຍວ່າດ້ວຍ ການຄຸ້ມຄອງໜີ້ສິນສາທາລະ ນະ,
5. ກົດໝາຍ ວ່າດ້ວຍການ ຖ່າຍທອດເຕັກໂນໂລຊີ,
6. ກົດ ໝາຍວ່າດ້ວຍລະບົບການ ຊຳລະ,
7. ກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມພະ ຍາດຕິດຕໍ່,
8. ກົດໝາຍວ່າ ດ້ວຍ ຜູ້ພິພາກສາ ແລະ
9. ກົດ ໝາຍວ່າດ້ວຍການຈັດຊື້-ຈັດ ຈ້າງດ້ວຍທຶນຂອງລັດ. ກົດໝາຍປັບປຸງມີ 7 ສະ ບັບ ຄື:
1. ຮ່າງກົດໝາຍວ່າດ້ວຍ ການດຳເນີນຄະດີອາຍາ,
2. ກົດໝາຍວ່າດ້ວຍການກວດ ກາລັດ,
3. ກົດໝາຍວ່າດ້ວຍ ຜັງເມືອງ,
4. ກົດໝາຍວ່າດ້ວຍ ສັນຊາດ,
5. ກົດໝາຍວ່າດ້ວຍ ອົງການກຳມະບານລາວ,
6. ກົດໝາຍວ່າດ້ວຍແຮ່ທາດ ແລະ
7. ກົດໝາຍວ່າດ້ວຍຊັບ ສິນທາງປັນຍາ. ນອກຈາກນັ້ນ, ກອງປະ ຊຸມ ຍັງໄດ້ຮັບຟັງການຊີ້ແຈງ ອະທິບາຍກ່ຽວກັບການປັບປຸງ ການບໍລິຫານລັດ ໃນທຸກຂັ້ນ ກໍຄືການຄຸ້ມຄອງແຮງງານ ລາວ ຢູ່ພາຍໃນ ແລະ ຕ່າງປະ ເທດຂອງລັດຖະບານ, ຮັບຟັງ ການລາຍງານຜົນການຕິດ ຕາມກວດກາ ຂອງສູນກາງ ແນວລາວສ້າງຊາດ ແລະ ອົງ ການຈັດຕັ້ງມະຫາຊົນຕໍ່ກັບ ການປະຕິບັດໜ້າທີ່ຂອງສະພາ ແຫ່ງຊາດ ກໍຄື ສັງລວມຂໍ້ສະ ເໜີຂອງຜູ້ມີສິດປ່ອນບັດເລືອກ ຕັ້ງ ແລະ ຂອງປະຊາຊົນຕໍ່ກັບ ອົງການລັດບໍລິຫານ. ກອງປະຊຸມຈະໄດ້ດຳ ເນີນໄປຮອດວັນທີ 17 ພະຈິກ 2017 ຈຶ່ງອັດລົງ. (ຂ່າວ: ພູວຽງຄຳ)
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments
Post a Comment