ຮັບຮອງເອົາແບບກໍ່ສ້າງປ່ອງບໍລິການເກັບເງິນຄ່າຜ່ານເສັ້ນທາງ 450 ປີ



ກອງ​ປະຊຸມ​ອົງການ​ປົກຄອງ ນະຄອນຫຼວງ​ວຽງ​ຈັນ (ນວ) ຄັ້ງທີ 13 ຈັດ​ຂຶ້ນ​ວັນ​ທີ 26 ຕຸລາ 2017 ທີ່​ຫ້ອງ​ວ່າການ​ປົກຄອງ ນວ ໂດຍ​ເປັນ​ປະທານ​ຂອງ​ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງນະຄອນຫຼວງ​ວຽງ​ຈັນ ມີ​ທ່ານຮອງ​ເຈົ້າ​ຄອງ ຫົວໜ້າ​ຫ້ອງ​ວ່າການ ຫົວໜ້າ​ພະ​ແນກ ຮອງ​ພະແນກ ເຈົ້າເມືອງ ຮອງ​ເຈົ້າເມືອງ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າຮ່ວມ.
ກອງ​ປະຊຸມ​ໄດ້​ພິຈາລະນາ ການ​ສະເໜີ​ໃຫ້​ຊຳລະ​ໂຄງການ​ກໍ່ສ້າງ​ອາ​ນຸ​ສອນ​ສະຖານ​ທ່ານ ສີທອງ ວິລະ​ຊົນ ແຫ່ງ​ຊາດ ຢູ່​ບ້ານນາ​ຫອຍປັງ ເມືອງ​ສັງ​ທອງ ສະເໜີ​ໂດຍ​ທ່ານ​ຫົວໜ້າ​ພະ​ແນກແຜນການ ແລະ ການ​ລົງທຶນ ແລະ ບັນດາ​ພະແນກການ​ກ່ຽວຂ້ອງ ພ້ອມ​ທັງ​ໄດ້​ຮັບ​ຟັງ​ລາຍງານ​ຜົນ​ກອງ​ປະຊຸມ ​ສະຫຼຸບ​ຖອດຖອນ​ບົດຮຽນ​ການເຄື່ອນໄຫວ ວຽກ​ງານ​ຕິດຕາມ​ກວດກາ ແລະ ຊຸກຍູ້​ການຈັດຕັ້ງ​ປະຕິບັດ​ແຜນພັດທະນາ​ເສດຖະກິດ-ສັງຄົມແຫ່ງ​ລັດ 2017 ແລະ ທິດ​ທາງແຜນການ 2018 ສະເໜີ​ໂດຍ​ຫົວໜ້າ​ພະ​ແນກ​ແຜນການ ແລະ ການ​ລົງທຶນ ແລະ ຄະນະ​ກຳ​ມະການ​ເສດຖະກິດ ແຜນການ ແລະ ການ​ເງິນ ສະພາ​ປະຊາຊົນ ນວ ພິຈາລະນາ​ຮັບຮອງ​ເອົາ​ຜົນ​ສຳຫຼວດ ແລະ ອອກ​ແບບ​ການ​ກໍ່ສ້າງ​ປ່ອງ​ບໍລິການ​ເກັບ​ເງິນ​ຄ່າຜ່ານ​ທາງ​ຢູ່​ຖະໜົນ 450 ປີ ລວມທັງ​ພິຈາລະນາ​ການ​ສະເໜີ​ຂອງກອງ ຈ11 ເພື່ອ​ຂໍ​ການ​ທົດ​ແທນດິນ​ເຝີກ​ແອບ​ການ​ທະຫານ ຢູ່ບ້ານ​ຈຳປາ ເມືອງ​ສີ​ໂຄດ​ຕະບອງ ແລະ ບ້ານ​ປາກ​ແຮດ ເມືອງ​ນາຊາຍ​ທອງ ທີ່​ຖືກ​ໂຄງການ​ດາວທຽມ​ລາວ ແລະ ລາຍ​ງານ​ຜົນການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄົບຄະນະ​ກຳມະການ​ສົ່ງເສີມ ແລະ ຄຸ້ມ​ຄອງ​ການ​ລົງທຶນ​ຂັ້ນ​ສູນ​ກາງ ແລະ ນວ ໃນ​ຄັ້ງ​ວັນ​ທີ 22 ກັນຍາ 2017.


ໂອກາດ​ນີ້ ທ່ານ​ເຈົ້າ​ຄອງ ນວ ໄດ້​ມີ​ຄຳ​ເຫັນ​ເຈາະ​ຈີ້ມ​ຫຼາຍ​ບັນຫາ ພ້ອມ​ທັງ​ເປີດ​ໂອກາດ​ໃຫ້​ບັນດາ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ປະກອບ​ຄຳ​ເຫັນ ນຳ​ສະເໜີ​ເຫດຜົນ ເງື່ອນໄຂ​ຂໍ້​ສະດວກ ຂໍ້​ຫຍຸ້ງຍາກ ແລະ ສິ່ງ​ທ້າ​ທາຍ ເພື່ອ​ເສີມ​ຂະຫຍາຍ​ຈຸດ​ດີ ແລະ ແກ້​ໄຂ​ຂໍ້ຄົງຄ້າງ​ໃນການຈັດຕັ້ງ​ປະຕິບັດ ​ວຽກ​ງານ​ຕົວຈິງ​ໃນ​ໄລຍະ​ຜ່ານ​ມາ.

ຂໍ້ມູນ vientiane mai
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments