6 ວິທີ ທີ່ເຮັດໃຫ້ໂທລະສັບໃຫ້ຫຼິ້ນ ROV ໄວຂຶ້ນ! ບໍ່ກະຕຸກ!!!
ສະບາຍດີ! ມື້ນີ້ເຮົາຈະມາແນະນຳວິທີທີ່ຈະຊ່ວຍໃຫ້ໂທລະສັບຂອງທ່ານໄວຂຶ້ນ! ເພື່ອທີ່ຈະຫຼິ້ນເກມ ROV ຫຼືເກມອື່ນໆ ແບບໄວໆ ບໍ່ກະຕຸກ ອາດຊ່ວຍໄດ້ບໍ່ຫຼາຍກໍ່ໜ້ອຍ ເຮົາມາເບິ່ງນຳກັນ!!!
1.ປິດແອັບທີ່ບໍ່ໃຊ້
ກ່ອນທີ່ເຮົາຈະຫຼິ້ນເກມ ROV ຫຼື ເກມອື່ນໆ ຄວນປິດແອັບອື່ນໆ ທີ່ບໍ່ໄດ້ໃຊ້ ເຊັ່ນ Facebook, Messenger, Line ເພື່ອເພີ່ມພື້ນທີ່ Ram ເພາະເກມແຕ່ລະເກມຈະໃຊ້ພື້ນທີ່ Ram ຈຳນວນຫຼາຍ
ໃນການຫຼິ້ນແຕ່ລະຄັ້ງຄວນເພີ່ມ ໃຫ້ມີພື້ນທີ່ທີ່ພຽງພໍຈະໄດ້ບໍ່ສະດຸດ ແລະ ໄດ້ຫຼິ້ນເກມໄດ້ຢ່າງສະບາຍໃຈຫາຍຫ່ວງ
ໃນໂທລະສັບຂອງເຮົາຈະມີພື້ນທີ່ການເກັບຂໍ້ມູນ ແລະ ແອັບໄຟລອື່ນໆ ຫຼາກຫຼາຍ ແລະ ຖ້າຫາກພື້ນທີ່ບໍ່ພຽງພໍ ຫຼື ໃກ້ຈະເຕັມຈະເຮັດໃຫ້ການປະມວນຜົນຊ້າ ແລະ ດົນຂຶ້ນເຮັດໃຫ້ເຄື່ອງກະຕຸກ ແລະ ເຮັດວຽກຊ້າລົງຫຼາຍໆ
2.ລົບແອັບທີ່ບໍ່ຈຳເປັນ
ຈຶ່ງຈຳເປັນຕ້ອງລົບແອັບ ຫຼື ໄຟລທີ່ບໍ່ໃຊ້ ຫຼື ບໍ່ຈຳເປັນອອກໄປເພື່ອແກ້ໄຂປັນຫານີ້
3. ປິດການແຈ້ງເຕືອນ
ປັນຫາໃຫຍ່ໆເລີຍສຳລັບໃຜຫຼາຍໆຄົນຄືການແຈ້ງເຕືອນ ຫາກທ່ານຫຼິ້ນເກມຢູ່ແລ້ວມີປັນຫາການແຈ້ງເຕືອນເຂົ້າມາລະຫວ່າງການຫຼິ້ນເກມຄືນາຫຼົກ! ເຊັ່ນການແຈ້ງເຕືອນຂອງ Messenger ໃນ Android ຈະເຮັດໃຫ້ເກມເຈົ້າໂຄດກະຕຸກຈົນເຖິງຄ້າງເພາະລະບົບຈະໃຊ້ການປະມວນຜົນທັງເກມ ແລະ ແອັບທີ່ມີການແຈ້ງເຕືອນເຂົ້າມາ
ສະນັ້ນຄວນເປີດໂໝດຫ້າມລົບກວນ ຫຼືບໍ່ຄວນອອກຈາກລະບົບ Facebook ຫຼື Messenger ກ່ອນຈະຫຼິ້ນເກມທຸກຄັ້ງປັນຫານີ້ຈະໝົດໄປ
4.ລົບ Cached ຫຼືທຳຄວາມສະອາດໄຟລຂີ້ເຫຍື້ອ
ບໍ່ວ່າຈະເປັນໂທລະສັບ ຫຼື ຄອມພິວເຕີ້ກໍ່ຕ້ອງມີໄຟລ Cached ຫຼືໄຟລຂີ້ເຫຍື້ອ ໃນການເປີດແອັບແຕ່ລະຄັ້ງຈະມີການໂຫລດຂໍ້ມູນຕ່າງໆ ຫຼື ແອັບລະບົບເຮັດວຽງພື້ນຫລັງ ແລະ ເຮັດການເອົາໄຟລມາປະມວນຜົນເພື່ອເຮັດໃຫ້ການສະແດງຜົນໄວຂຶ້ນ ແຕ່ສິ່ງທີ່ຕາມມາຄື Cached ຫຼືໄຟລຂີ້ເຫຍື້ອ ເມື່ອດາວໂຫລດ ຫຼື ສະສົມໄຟລຂຶ້ນຫຼາຍໆ ຈະເຮັດໃຫ້ຄວາມຈຳຫຼາຍຂຶ້ນເຮັດວຽກຫຼາຍຂຶ້ນສະສົມຈົນເຄື່ອງຄວາມຈຳເຕັມເຮັດໃຫ້ໂທລະສັບເຮັດວຽກໜັກຂຶ້ນ ຈຶ່ງຕ້ອງທຳຄວາມສະອາຍໄຟລ Cached ຫຼື ໄຟລຊີ້ເຫຍື້ອ
ໃນ Android ໃຫ້ເຂົ້າໄປລົບ Cached ໄດ້ທີ່ Settings > Storage ຈາກນັ້ນກົດເລືອກໃນສ່ວນຂອງ Cached data ແລະກົດ OK ເພື່ອເຮັດການເຄລຍຂໍ້ມູນ Cached ທັງໝົດ (ແຕ່ລະເຄື່ອງແຕກຕ່າງກັນໄປ)
ຫຼືສາມາດດາວໂຫລດແອັບຊ່ວຍທຳຄວາມສະອາດໄຟລຊີ້ເຫຍື້ອ ໃຊ້ກໍ່ໄດ້ ເຊັ່ນ ແອັບ Clean Master
5.ປິດໂໝດ HD ແລະໂໝດເຟຣມເຣດສູງ
ໃນເກມ ROV ສຳລັບບາງເຄື່ອງທີ່ຮອງຮັບຈະມີໂໝດ HD ແລະ ໂໝດເຟຣມເຣດສູງຢູ່ ຖ້າເປີດ 2 ໂໝດນີ້ຈະເຮັດເຄື່ອງຂອງທ່ານເຮັດວຽງໜັກຫຼາຍໆ ເພາະໃຊ້ການປະມວນຜົນ GPU ຫຼື ກາດຈໍຄ່ອນຂ້າງໜັກ ແລະ ໃຫ້ກິນແບັດຫຼາຍຂຶ້ນເຖິງ 2 ເທົ່າ
ສະນັ້ນຫາກໂທລະສັບຂອງທ່ານບໍ່ໄຫວ ຄວນປິດມັນຊະມັນອາດເຮັດໃຫ້ພາບງາມຂຶ້ນຄວາມລະອຽດຫຼາຍຂຶ້ນ ແຕ່ຖ້າແລຄຈົນຫຼິ້ນບໍ່ໄດ້ພາບງາມກໍ່ບໍ່ໄດ້ມີຄວາມໝາຍເລີຍ!
6.ປິດການສະແດງຜົນ ແລະ ພາຕິເຄິລ
ການສະແດງຜົນ ແລະ ພາຕິເຄິລໃນເກມ ROV ຄືການສະແດງຜົນພາບຄວາມຄົມງາມ ເງົາຂອງໂຕລະຄອນ ແລະ ເອຟເຟກສະກິວຕ່າງໆ ເຊິ່ງເຮັດໃຫ້ເຄື່ອງໜັກພໍສົມຄວນ
ແຕ່ຫາກທ່ານຫຼິ້ນແລ້ວກະຕຸກແນະນຳໃຫ້ປິດມັນ ຈະເຮັດໃຫ້ເຄື່ອງສະບາຍຂຶ້ນ ແລະ ຫຼິ້ນ ROV ໄດ້ໄວຂຶ້ນ
-----------------------------------
















Comments
Post a Comment