ມາຮູ້ຈັກ ຈັນຍາບັນ 9 ຂໍ້ຂອງທ່ານໝໍ

ມາຮູ້ຈັກ ຈັນຍາບັນ 9 ຂໍ້ຂອງທ່ານໝໍ
- ເຄົາລົບສິດໃນການມີຊີວິດ ແລະ ກຽດສັກສີຂອງຄົນເຈັບ ຫຼື ຍາດພີ່ນ້ອງຂອງຄົນເຈັບໂດຍບໍ່ຈຳແນກໃດໆ ລວມທັງບໍ່ໃຫ້ໝິ່ນປະໝາດຊາກສົບ
- ປະຕິບັດຕາມມາດຕະຖານເຕັກນິກການປິ່ນປົວທີ່ຖືກຮັບຮູ້ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຊ່ວຍຄົນເຈັບຟື້ນຟູສຸຂະພາບ
- ເກັບຄ່າບໍ່ລິການປິ່ນປົວຕາມກົດໝາຍ ແລະ ລະບຽບການໂດຍບໍ່ຮຽກຮ້ອງຄຸນຄ່າເພີ່ມເຕີມໃດໆ
- ຟັງຄຳຄິດເຫັນ, ຈຸດປະສົງ ແລະ ຄວາມຕັດສິນໃຈຂອງຄົນເຈັບບົນພື້ນຖານກົດໝາຍ ແລະ ລະບຽບການ ແລະ ວິຊາຊີບການແພດ
- ຊ່ວຍຄົນເຈັບທີ່ກຳລັງຕົກຢູ່ໃນອັນຕະລາຍໃນເບື້ອງຕົ້ນດ້ວຍຄວາມບໍລິສຸດໃຈເມື່ອຕົນມີເງື່ອນໄຂຊ່ວຍໄດ້ໂດຍບໍ່ປະຕິເສດ ຫຼື ຫຼົບຫຼີກການຊ່ວຍເຫຼືອດັ່ງກ່າວ
- ລະດົມຄົນເຈັບໃຫ້ການຮ່ວມມືໃນການປິ່ນປົວທັງໃຫ້ກຳລັງໃຈເພື່ອຜົນປະໂຫຍດຂອງຄົນເຈັບເປັນຕົ້ນຕໍ
- ມີຄວາມມານະອົດທົນ, ມີມະນຸດສຳພັນດີ, ສຸພາບຮຽບຮ້ອຍ, ບໍ່ມີອະຄະຕິ ແລະ ປະຕິກິຍາຕໍ່ວາຈາ ແລະ ການສະແດງອອກທີ່ບໍ່ເໝາະສົມຂອງຄົນເຈັບ ແລະ ຍາດພີ່ນ້ອງຄົນເຈັບ
- ເຄົາລົບ ແລະ ນັບຖືເພື່ອນຮ່ວມວິຊາຊີບດຽວກັນ
- ປະຕິບັດໜ້າທີ່ດ້ວຍຄວາມຍຸດຕິທຳ, ມີສະຕິ ແລະ ມີຄວາມຮັບຜິດຊອບສູງ
ທີ່ມາ: ກະຊວງສາທາລະນະສຸກ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments
Post a Comment