ສາເຫດຫ້ອງກັກຂັງແອອັດ ຍ້ອນຄ້າຍຄຸມຂັງຊຸດໂຊມ ແລະ ຈຳນວນຜູ້ຖືກຫາເພີ່ມຂຶ້ນ



ກອງ​ປະຊຸມ​ສະໄໝ​ສາມັນເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ໄດ້​ດຳເນີນ​ມາ​ຮອດ​ວັນ​ທີ 25 ຕຸລາ 2017 ເປັນ​ມື້​ທີ 8 ເປັນປະທານ​ຂອງ​ທ່ານ​ນາງ ສີໃສ ລື​ເດດ​ມູນ​ສອນ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ເຊິ່ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ໄດ້​ຮັບ​ຟັງ​ບົດ​ລາຍງານ​ຈາກ 3 ພາກສ່ວນຄື: ບົດລາຍ​ງານ​ກ່ຽວ​ກັບ​ການ​ເຄື່ອນໄຫວ​ວຽກ​ງານ​ປະຈຳ​ປີ 2017 ແລະ ທິດ​ທາງ​ແຜນການ ປີ 2018 ຂອງ​ອົງການ​ໄອ​ຍະ​ການປະຊາຊົນ​ສູງ​ສຸດ ແລະ ສານ​ປະຊາ​ຊົນ​ສູງ​ສຸດ ສະເໜີ​ໂດຍ​ທ່ານ ຄຳ​ສານ ສຸ​ວົງ ປະທານ​ໄອ​ຍະການ​ປະຊາຊົນ​ສູງ​ສຸດ ແລະ ທ່ານ ຄຳ​ພັນ ສິດທິ​ດຳ​ພາ ປະທານ​ສານ​ປະຊາຊົນ​ສູງ​ສຸດ ແລະ ບົດ​ລາຍ​ງານ​ກ່ຽວ​ກັບ​ການຈັດຕັ້ງປະຕິບັດ​ຄຳ​ຕັດສິນ​ຂອງ​ສານ ​ທີ່​ໃຊ້ໄດ້​ຢ່າງ​ເດັດຂາດ​ໃນ​ໄລຍະ​ຜ່ານມາ ແລະ ທິດ​ທາງ​ແກ້​ໄຂ​ໃນ​ຕໍ່ໜ້າ ສະເໜີ​ໂດຍ​ທ່ານ ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳພາຍຫຼັງ​ຮັບ​ຟັງ​ລາຍ​ງານ​ບັນດາ ​ສສຊ ໄດ້​ສຸມ​ໃສ່​ປະກອບ​ຄຳ​ເຫັນຢ່າງ​ກົງ​ໄປ​ກົງ​ມາ ເພື່ອ​ໃຫ້ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ດັ່ງກ່າວ ໄດ້​ຮັບ​ການ​ປັບປຸງ​ມີ​ປະສິດທິພາບ ແລະ ປະ​ສິດທິ​ຜົນ​ດີ​ຂຶ້ນ. 



ສຳລັບ​ການຈັດຕັ້ງ​ປະຕິບັດວຽກ​ງານ​ອົງການ​ໄອ​ຍະ​ການປະຊາ​ຊົນ ໃນ​ໄລຍະ 9 ເດືອນ ປີ 2017 ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ​ຂະບວນ​ການ​ກວດກາ​ຂອງ​ຄະນະ​ສະເພາະ​ກິດ​ຂັ້ນ​ສູນ​ກາງ ແລະ ທ້ອງຖິ່ນ ໂດຍ​ສຸມ​ໃສ່​ກວດກາ​ການ​ປະຕິ​ບັດ​ກົດໝາຍວ່າ​ດ້ວຍ​ການ​ລົງທຶນ​ຂອງ​ລັດ ກົດໝາຍ​ວ່າ​ດ້ວຍງົບປະມານ​ແຫ່ງ​ລັດ ກົດໝາຍວ່າ​ດ້ວຍ​ການ​ສໍ້​ລາດ​ບັງ​ຫຼວງ ກົດໝາຍວ່າ​ດ້ວຍ​ປ່າໄມ້ ກົດໝາຍວ່າ​ດ້ວຍ​ວິ​ສາ​ຫະ​ກິດ ແລະ ກົດໝາຍວ່າ​ດ້ວຍ​ທີ່​ດິນ​ຢູ່​ບາງ​ກະຊວງທ້ອງຖິ່ນ ຜ່ານ​ການ​ກວດກາ​ເຫັນ​ໄດ້​ວ່າຄຽງ​ຄູ່​ກັບ​ຈຸດ​ດີ ໃນ​ຫຼາຍ​ດ້ານ​ຍັງ​ມີ​ປາກົດການ​ລະເມີດ​ກົດໝາຍ ໃນ​ນີ້ ອັນ​ພົ້ນ​ເດັ່ນແມ່ນ​ການ​ລະເມີດ​ວິໄນ​ແຜນການ ໂດຍ​ໂຄງການ​ລົງທຶນ​ທີ່​ບໍ່​ມີ​ຕົວຕົນ​ລະເມີດ​ວິໄນ​ການ​ເງິນ ໂດຍການ​ຊຳລະ​ມູນ​ຄ່າ​ໂຄງການ​ປອມແປງ​ເອກະສານ ແລະ ການ​ຊຳລະ​ຊ້ຳ​ຊ້ອນ ແລະ ການ​ສໍ້​ລາດບັງ​ຫຼວງ ໂດຍ​ການ​ສວຍ​ໃຊ້​ໜ້າທີ່​ຂອງ​ພະນັກງານ-ລັດຖະກອນ ໃນ​ການ​ໃຫ້​ສິນ​ບົນ ແລະ ຮັບ​ສິນບົນ ​ທີ່​ຖືກ​ສັ່ງ​ຟ້ອງ​ຂຶ້ນ​ສານ​ແລ້ວ 24 ຄົນ ນອກ​ນັ້ນຍັງ​ມີ​ຈຳນວນໜຶ່ງ​ຢູ່​ໃນ​ຂັ້ນ​ຕອນ​ການ​ດຳເນີນ​ຄະດີ​ຂອງ​ການ​ສືບສວນ-ສອບ​ສວນຂອງ​ເຈົ້າ​ໜ້າທີ່ ແລະ ຜ່ານ​ການລົງ​ກວດກາ​ຕົວ​ຈິງ​ຢູ່​ບັນດາ​ຄ້າຍຄຸມ​ຂັງ​ຈຳນວນ​ໜຶ່ງ ຕົວ​ເລກ​ການກັກ​ຂັງ​ເກີນ​ກຳນົດ ແລະ ກໍລະນີການ​ລະເມີດ​ລະບຽບ​ກົດໝາຍ ການ​ດຳເນີນ​ຄະດີ​ຕາມ​ຂະ​ບວນການ​ຍຸຕິ​ທຳ​ຫຼຸດ​ລົງ ແລະ ສະຕິເຄົາລົບ​ປະຕິບັດ​ກົດໝາຍ ກໍ່​ຄືຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ກ່ຽວຂ້ອງ​ໄດ້​ຍົກ​ສູງ​ຂຶ້ນ ນອກຈາກ​ນັ້ນເຫັນ​ວ່າ​ບາງ​ຄ້າຍ​ກັກ​ຂັງ​ຈຳນວນໜຶ່ງ​ຊຸດໂຊມ ອີກ​ຫຼາຍ​ບ່ອນ​ຫ້ອງຂັງ​ຜູ້​ຕ້ອງ​ຫາ ແລະ ນັກໂທດ​ແອອັດ ຫຼື ກັກ​ຂັງ​ປົນ​ເປ​ກັນ​ລະຫວ່າງຜູ້​ຕ້ອງ​ຫາ ແລະ ນັກໂທດໜຶ່ງ​ສາເຫດ​ຕົ້ນຕໍ​ແມ່ນ​ພື້ນຖານ​ໂຄງ​ລ່າງໄດ້​ສ້າງ​ຂຶ້ນ ແລະ ນຳ​ໃຊ້​ມາ​ຫຼາຍ​ສິບ​ປີ ນັກໂທດ ໂດຍ​ສະເພາະ​ຜູ້ຖືກ​ຫາ​ຢາ​ເສບ​ຕິດ​ນັບ​ມື້​ເພີ່ມ​ຂຶ້ນ 11% ທຽບໃສ່​ປີຜ່ານມາ.
ຜ່ານ​ມາ ​ອົງການ​ໄອ​ຍະ​ການປະຊາຊົນ ​ໄດ້​ຮັບ​ສຳນວນ​ຄະດີ​ອາຍາ​ຂັ້ນ​ຕົ້ນ 6.939 ເລື່ອງ ແກ້​ໄຂແລ້ວ 6.350 ເລື່ອງ ເທົ່າ​ກັບ 91,51% ໃນ​ນັ້ນ ຖະແຫຼງ​ສົ່ງສານ 3.903 ເລື່ອງ ສານ​ໄດ້​ພິຈາລະ​ນາ​ຕັດສິນ​ແລ້ວ 3.552 ເລື່ອງ ສານ​ຕັດສິນ​ເອົາ​ຕາມ​ຄຳຖະແຫຼງ​ຂອງ​ໄອ​ຍະ​ການ 3.544 ເລື່ອງ ເທົ່າ​ກັບ 99,77% ສົ່ງ​ຄືນເຈົ້າ​ໜ້າທີ່​ເພື່ອ​ທຳ​ການ​ສືບສວນ-ສອບ​ສວນ ເພີ່ມ​ເຕີມ 2.092 ເລື່ອງ ອອກ​ຄຳ​ສັ່ງ​ໂຈະ​ການ​ດຳເນີນ​ຄະດີ 38 ເລື່ອງ ອອກ​ຄຳສັ່ງ​ຊັດ​ມ້ຽນ​ຄະດີ 262 ເລື່ອງ ແກ້​ໄຂ​ທາງ​ດ້ານ​ບໍລິຫານ 55 ເລື່ອງ ຍັງ​ກຳລັງ​ຄົ້ນຄວ້າ 589 ເລື່ອງ ໄດ້​ຮັບ​ບົດ​ສະຫຼຸບ​ຄະດີ​ແພ່ງຂັ້ນ​ຕົ້ນ 528 ເລື່ອງ ໄດ້​ຖະແຫຼງສົ່ງ​ສານ 497 ເລື່ອງ ເທົ່າ​ກັບ 94,12% ສານ​ພິຈາລະນາ​ຕັດສິນ​ແລ້ວ 414 ເລື່ອງ ແລະ ໄດ້ຮັບ​ຄະດີ​ອາຍາ ແລະ ຄະດີ​ແພ່ງຂັ້ນ​ອຸທອນ 720 ເລື່ອງ ແລະ ຂັ້ນລົບ​ລ້າງ 328 ເລື່ອງ ໄດ້​ຮັບ​ຄຳຮ້ອງ​ຂໍ​ຮື້​ຟື້ນ​ຄະດີ​ອາຍາ ແລະ ຄະດີ​ແພ່ງ 181 ເລື່ອງ ເຊິ່ງ​ຄະດີ​ອາຍາ​ທີ່​ສານ​ຕັດສິນ​ເປັນ​ຂັ້ນ​ຕົ້ນ ແລະ ຂໍ​ອຸທອນ 277 ເລື່ອງ​ກວມ 7,80% ຂອງ​ຄະດີ​ອາຍາ​ທີ່​ຖະແຫຼງ​ຕໍ່​ສານ​ຂັ້ນ​ຕົ້ນ​ພິຈາລະນາຕັດສິນ ທັງ​ໝົດ 3.552 ເລື່ອງ ແລະ ຂໍ​ລົບ​ລ້າງ 92 ເລື່ອງ ເທົ່າກັບ 39,48% ຂອງ​ຄະດີ​ທີ່​ໄດ້​ຖະແຫຼງ​ຢູ່​ສານ​ຂັ້ນ​ອຸທອນ ທັງ​ໝົດ 233 ເລື່ອງ.

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments