ຜູ້ຊ່ຽວຊານເຕືອນ! ‘ການລ໋ອກອິນໂທລະສັບດ້ວຍລາຍນີ້ວມື’ ອາດບໍ່ປອດໄຟຢ່າງທີ່ຄິດ




ບໍລິສັດໃຫ່ຍໆ ເຊັ່ນ: Apple ແລະ Samsung ພັດທະນາເທັກໂນໂລຢີໃຫ້ຜູ້ເປີດເຄື່ອງ ແລະ log in ໄດ້ດ້ວຍລາຍນິ້ວມື ເຊິ່ງມີຄວາມເປັນເອກະລັກສະເພາະບຸກຄົນສູງ
ຜູ້ໃຊ້ຈຳນວນຫຼາຍເຊື່ອວ່າ ວິທີປົດລ໋ອກຂອງເຄື່ອງດ້ວຍລາຍນິ້ວມື ເປັນແນວທາງທີ່ປອດໄຟ ຈາກການຖືກລັກລອບເຂົ້າໄປຂະໂມຍຂໍ້ມູນ ໂດຍນັກເຈາະລ້ວງລະບົບຄ໋ອມພິວເຕີ ເຊິ່ງຈຳນວນຫຼາຍໃຊ້ວິທີເຈາະລະຫັດຜ່ານ ເຂົ້າສູ່ອຸປະກອນຂອງເຫຍື່ອເປັນຫຼັກ


   ຢ່າງໃດກໍ່ຕາມ ຜູ້ຊ່ຽວຊານເຊື່ອວ່າ ການໃຊ້ອັດຕະລັກທາງກາຍະພາບ ເຊັ່ນ: ລາຍນິ້ວມື ຫຼື ມ່ານຕາ ເຊິ່ງຕ່າງເອີ້ນວ່າເປັນ biometrics ບໍ່ໄດ້ປອດໄຟຢ່າງທີ່ຫຼາຍໆຄົນຄິດ
ທີ່ເປັນເຊັ່ນນັ້ນກໍ່ເພາະວ່າ ອັດຕະລັກທາງກາຍະພາບເຫຼົ່ານີ້ສາມາດຖືກລອກເລືອນແບບໄດ້ເຊັ່ນກັນ
ຕົວຢ່າງເຊັ່ນ: Anil Jain ອາຈານສອນວິຊາວິດທະຍາສາດຄ໋ອມພິວເຕີ ທີ່ມະຫາວິທະຍາໄລມິຊິແກນເຄີຍໄດ້ຮັບການຂໍຮ້ອງຈາກຕຳຫຼວດໃຫ້ປົດລ໋ອກໂທລະສັບສະມາດໂຟນຂອງຜູ້ເສຍຊິວິດຄົນໜຶ່ງທີ່ເຈົ້າໜ້າທີ່ຕ້ອງການດູຂໍ້ມູນພາຍໃນເຄື່ອງ
ເຂົາ ແລະ ຜູ້ຊ່ວຍໃຊ້ລາຍນິ້ວມືຂອງຜູ້ເສຍຊິວິດຄົນດັ່ງກ່າວທີ່ຢູ່ໃນແຟ້ມຂໍ້ມູນ ມາສ້າງລາຍເທິງຜິວໜັງທຽມ ແລະ ສາມາດໃຊ້ວິທີນີ້ເປີດໂທລະທັດເຄື່ອງດັ່ງກ່າວໄດ້ທັນທີ່
ນອກຈາກນັ້ນ ວິທີສ້າງໂຄງໜ້າຂອງບຸກຄົນ ຫຼື ດວງຕາ ລຽນແບບດ້ວຍເທັກໂນໂລຢີປຣິນເຕີສາມມິຕິ ກໍ່ເປີດປະຕູສຳລັບການນຳໄປໃຊ້ປົດລ໋ອກຂໍ້ມູນລັບໄດ້ເຊັ່ນກັນ
ຜູ້ຊ່ຽວຊານເຕືອນອີກວ່າ ຂໍ້ມູນລາຍນິ້ວມືຂອງບຸກຄົນອາດບໍ່ໄດ້ຖືກເກັບຢ່າງສະເພາະທີ່ເຄື່ອງໂທລະທັດ ເພາະນາຍຈ້າງບາງລາຍ ເຊັ່ນ: ໜ່ວຍງານຂອງລັດຖະບານສະຫະລັດ ເກັບລາຍນິ້ວມືຂອງເຈົ້າໜ້າທີ່ລັດໄວ້ນຳ ແລະ ລະບົບຂໍ້ມູນຂອງລັດກໍ່ເຄີຍຖືກເຈາະລ້ວງມາແລ້ວເມື່ອປີທີ່ແລ້ວ
ຜູ້ສັນທັດກໍລະນີ ຈຶ່ງແນະນຳໃຫ້ຕັ້ງລະຫັດຜ່ານ ທີ່ເດົາຍາກຄວບຄູ່ໄປກັບການ ໃຊ້ລາຍນິ້ວມືເປີດເຄື່ອງ
ຢ່າງໃດກໍ່ຕາມ ມີຄວາມສ່ຽງທີ່ອາດຈະເກີດຂຶ້ນໄດ້ ກ່າວຄືເມື່ອເຈົ້າຂອງໂທລະສັບຕົກເປັນຜູ້ຕ້ອງຫາ ແລະ ຕຳຫຼວດຕ້ອງການດຶງຂໍ້ມູນຈາກໂທລະສັບສະມາດໂຟນ ກົດໝາຍສະຫະລັດ ທີ່ປົກປ້ອງຄົນເຫຼົ່ານີ້ຈາກການໃຫ້ຂໍ້ມູນທີ່ສົ່ງຮ້າຍຕໍ່ຕົນ ເຊັ່ນ: ລະຫັດຜ່ານໂທລະສັບ ອາດຍັງຄົງບໍ່ໄດ້ປົກປ້ອງຜູ້ໃຊ້ເຄື່ອງ ຫາກສານສັ່ງໃຫ້ມີການໃຊ້ລາຍນິ້ວມືປົດລ໋ອກສະມາດໂຟນ

Comments