ແບ່ງ​ສາຍ​ແລ້ວ ຊ່ວງ​ເຮືອ​ທົ່ວ​ນະ­ຄອນ­ຫຼວງ ທີ່​ບຶງ​ທາດ­ຫຼວງ




ພິ­ທີ​ຈັບ​ສະ­ຫຼາກ​ການ​ແຂ່ງ­ຂັນ​ຊ່ວງ​ເຮືອ​ຍາວ​ປະ­ເພ­ນີ​ຍິງ-ຊາຍ ປະ­ເພດ 55 ສີ­ພາຍ ເຮືອ​ສູດ​ຊາຍ 55 ສີ­ພາຍ ເຮືອ​ກິ­ລາ 12 ສີ­ພາຍ ແລະ ເຮືອ​ເຈ​ັສ​ກີ ທົ່ວ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) 2017 ທີ່​ບຶງ​ທາດ­ຫຼວງ ເມືອງ​ໄຊ​ເຊດ​ຖາ ນວ ໄດ້​ມີ​ຂຶ້ນ​ວັນ​ທີ 17 ຕຸ­ລາ 2017 ທີ່​ຫ້ອງ­ການ​ສຶກ​ສາ​ທິ​ການ ແລະ ກີ­ລາ ເມືອງ​ໄຊ​ເຊດ​ຖາ ມີ​ທ່ານ ບຸນ​ປີງ ປັນ­ຍາ​ຈິດ ຮອງ​ເຈົ້າ­ເມືອງ ທ່ານ ກອງ​ແກ້ວ ແຫ່ງ​ດາ​ວົງ​ໄຊ ຫົວ­ໜ້າ​ຂະ­ແໜງ​ກີ­ລາ​ລະ­ດັບ​ສູງ ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນວ ມີ​ຫົວ­ໜ້າ​ຫ້ອງ­ການ​ສຶກ​ສາ​ທິ​ການ ແລະ ກີ­ລາ​ເມືອງ ພ້ອມ​ດ້ວຍ​ຄະ­ນະ ແລະ ບັນ­ດາ​ຫົວ­ໜ້າ​ເຮືອ​ພາກ­ສ່ວນ​ຕ່າງໆ ແລະ ພະ­ນັກ­ງານ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.
    ສຳ­ລັບ​ເຮືອ​ທີ່​ເຂົ້າ​ຮ່ວມ​ແຂ່ງ­ຂັນ ປະ­ເພ­ນີ​ຊາຍ ມີ 9 ລຳ ປະ­ເພ­ນີ​ຍິງ 5 ລຳ ແລະ ເຮືອ​ສູດ​ຊາຍ ມີ 5 ລຳ ທັງ 2 ລາຍ­ການ​ຈາກ 3 ປະ­ເພດ​ເຮືອ​ດັ່ງ­ກ່າວ ກຳ­ນົດ​ໃຫ້​ຈັດ​ເປັນ​ກຸ່ມ​ດຽວ​ແຂ່ງ­ຂັນ​ພົບ​ກັນ​ໝົດ​ຄັດ​ເອົາ​ທີ 1-2 ຜ່ານ​ເຂົ້າ​ຊີງ​ຊະ­ນະ​ເລີດ ສ່ວນ ທີ 3 ແລະ ທີ 4 ແມ່ນ​ຄັດ​ເອົາ​ເຮືອ​ທີ່​ມີ​ຄະ­ແນນ​ດີ​ຈັດ​ຕາມ​ລຳ­ດັບ ສ່ວນ​ເຮືອ​ກີ­ລາ 12  ສີ­ພາຍ ມີ​ທັງ​ໝົດ 28 ລຳ ແບ່ງ​ອອກ​ເປັນ 8 ສາຍ ແຕ່​ລະ​ສາຍ​ແຂ່ງ­ຂັນ​ພົບ​ກັນ​ໝົດ ຄັດ​ເອົາ​ເຮືອ​ທີ່​ມີ​ຄະ­ແນນ​ດີ ອັນ​ດັບ​ທີ 1-2 ຜ່ານ​ເຂົ້າ​ຮອບ​ຕໍ່​ໄປ.
    ໂອ­ກາດ​ນີ້ ທ່ານ ບຸນ​ປີງ ປັນ­ຍາ​ຈິດ ກໍ່​ໄດ້​ເນັ້ນ​ໜັກ​ໃຫ້​ຄະ­ນະ​ຮັບ­ຜິດ­ຊອບ ແລະ ຄະ­ນະ​ນຳ­ພາ​ເຮືອ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ຄັ້ງ​ນີ້ ໃຫ້​ເພີ່ມ​ທະ­ວີ​ຄວາມ​ເອົາ­ໃຈ­ໃສ່​ເຂົ້າ​ໃນ​ການ​ແຂ່ງ­ຂັນ ເພື່ອ​ເຮັດ​ແນວ­ໃດ​ໃຫ້­ການ​ແຂ່ງ­ຂັນ​ມີ​ບັນ­ຍາ­ກາດ​ຟົດຟື້ນ ແລະ ສຳ­ເລັດ​ຢ່າງ​ສົມ­ບູນ ບັນ­ລຸ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ທັງ​ນີ້ ກໍ່​ເພື່ອ​ເປັນ​ການ​ຫຼີກ­ເວັ້ນ​ບັນ­ຫາ​ຫຍໍ້­ທໍ້​ຕ່າງໆ ພ້ອມ​ທັງ​ຈັດ​ໃຫ້​ມີ​ການ​ໂຄ­ສະ­ນາ​ປະ­ຊາ­ສຳ­ພັນ​ຢ່າງ​ກວ້າງ­ຂວາງ ເພື່ອ​ສົ່ງ­ເສີມ​ການ­ທ່ອງ­ທ່ຽວ​ຂອງ​ລາວ ກໍ່​ຄືນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ນັບ​ມື້​ກວ້າງ­ຂວາງ​ຂຶ້ນ​ເລື້ອຍໆ.



ຜົນການຈົກສະຫລາກ ບຸນຊ່ວງເຮືອຊິງຂັນປະທານສະຫະພັນເຮືອຊ່ວງນະຄອນຫລວງວຽງຈັນປະຈຳປີ2017 ທີ່ທ່ານຳ້ ບຶງທາດຫລວງ ມ.ໄຊເຊດຖາ ນວ ຊຶ່ງຈະແຂ່ງຂັນໃນວັນທີ21-22/10/2017 ມີດັ່ງຕໍ່ໄປນີ້:
  • ເຮືອປະເພນີຊາຍ
1. ນາງສາວເກດສຸລິນ ບ.ທ່າພະ ມ.ຫາດຊາຍຟອງ ນວ
2. ບ.ສ.ພັນທະມິດ ກໍ່ສ້າງ-ຂົວທາງ ຂ.ໄຊຍະບູລີ
3. ບ.ສ.ແສງເພັດ ເກັບກູ້ລະເບີດ ຂ.ຫລວງພຣະບາງ
4. ຄອນສະຫວັນ99 ບ.ທ່າພະ ມ.ຫາດຊາຍຟອງ ນວ
  • ເຮືອປະເພນີຍິງ
1. ບ.ສ.ແສງເພັດ ເກັບກູ້ລະເບີດ
2. ນ.ສ.ກອງມະນີຄຳ ບ.ຫາດສ້ຽວ ມ.ທຸລະຄົມ ຂ.ວຽງຈັນ
3. ສະຫະພັນນັກຮົບເກົ່າ ຂ.ບໍລິຄຳໄຊ
4. ນາງສາວເກດສຸລິນ ບ.ທ່າພະ ມ.ຫາດຊາຍຟອງ ນວ
5. ຊາວໜຸ່ມເມືອງໄຊທານີ
  • ເຮືອສູດ
1. ສາຍຟ້າ ບ.ທ່າພະ ມ.ຫາດຊາຍຟອງ ນວ
2. ແດນສະຫວັນ ນຳ້ງື່ມ-ຣີສອຣ໌ທ
3. ບ.ໂພນເຄັງ ມ.ໄຊເຊດຖາ ນວ
4. ພອນພຣະແກ້ວ ບ.ສີຖານໃຕ້ ມ.ຫາດຊາຍຟອງ ນວ
5. ນາວາສັກສິດ ບ.ໄຊສະຖານ ມ.ສີສັດຕະນາກ ນວ


  • ເຮືອກິລາ12ສີພາຍ
ສາຍ ກ:
1. ເຂີຍນາຄວາຍ ມ.ໄຊເຊດຖາ ນວ
2. ບ.ຄຳຈະເລີນ2 ມ.ຫາດຊາຍຟອງ ນວ
3. ເຮືອແພອຸ່ນຄຳ2
ສາຍ ຂ:
1. ຫ້ອງຫານຄຸ້ມຄອງເສດຖະກິດບຶງທາດຫລວງ
2. ບ.ຫາຍໂສກ ມ.ສີສັດຕະນາກ ນວ
3. ແມັກກີ້ປະດັບຍົນ
ສາຍ ຄ:
1. ບ.ນາເໜືອ ມ.ຫີນບູນ ຂ.ຄຳມ່ວນ
2. ນາວາສັກສິດ1 ບ.ໄຊສະຖານ ມ.ສີສັດຕະນາກ ນວ
3. ນາວາສັກສິດ3 ບ.ໄຊສະຖານ ມ.ສີສັດຕະນາກ ນວ
ສາຍ ງ:
1. ຂ.ວຽງຈັນ
2. ສິງພິຊິດໄຊ ບ.ນາລ້ອງ ມ.ຫາດຊາຍຟອງ ນວ
3. ນາວາສັກສິດ2 ບ.ໄຊສະຖານ ມ.ສີສັດຕະນາກ ນວ
ສາຍ ຈ:
1. ທິດາຫົງຟ້າ ບ.ນາຊອນ ມ.ປາກງື່ມ ນວ
2. ບ.ຈອມແຈ້ງ ມ.ສີສັດຕະນາກ ນວ
3. ຄອນສະຫວັນ99-ເທບອຳມະລິນ ບ.ນາລ້ອງ ມ.ຫາດຊາຍຟອງ ນວ
ສາຍ ສ:
1. ໂຮງງານເຫລັກອຸດສາຫະກຳອັດຕະປ
2. ເທບທະນະກອນ ບ.ໄຮຄຳ ມ.ໄຊເຊດຖາ ນວ
3. ບ.ສ.ພອນຈະເລີນຊັບ ບ.ເກີນໃຕ້ ມ.ທຸລະຄົມ ຂ.ວຽງຈັນ
ສາຍ ຊ:
1. ຂັວນໃຈປູ່ກັ້ງ ບ.ນາເຫນືອ ມ.ຫີນບູນ ຂ.ຄຳມ່ວນ
2. ເທບນາຄາ ບ.ທ່າດອກຄຳ ມ.ໄຊທານີ ນວ
3. ບ.ຄຳຈະເລີນ1 ມ.ຫາດຊາຍຟອງ ນວ
ສາຍ ຍ:
1. ເຮືອແພອຸ່ນຄຳ1
2. ຫວຍເລກ3
3. ເທບພິຊິດໄຊ ບ.ນາລ້ອງ ມ.ຫາດຊາຍຟອງ ນວ



Cr:ເພຈຊຸມຊົນຄົນຮັກເຮືອຍາວ ແລະ ຂອບໃຈເຈົ້າຂອງຮູບ



-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments