ສະຫຼຸບຂ່າວ: ຍ້ອນອາດີດ ຈ່າປືນໂຫດ ຂ້າເມຍເລັງຍິງສະຍອງກາງຫ້າງດັງເມືອງອຸດອນ ໂມໂຫຕາມງໍ້ບໍ່ຍອມຄືນດີ
ສຽງປືນທີ່ດັງຂຶ້ນໃນຫ້າງແມ໊ກໂຄ ສາຂາອຸດອນທານີ ສ້າງຄວາມຕື່ນຕົກໃຈໃຫ້ຜູ້ທີ່ກຳລັງຈັບຈ່າຍຊື້ສິນຄ້າ ຫຼາຍຄົນຕ່າງກໍ່ຫັນໄປແນມຕາມທີ່ມາຂອງສຽງ ຫຼາຍຄົນກໍ່ຮີບແລ່ນຫາບ່ອນລົບທີ່ປອດໄພທີ່ສຸດ ຂະນະທີ່ອີກຫຼາຍຄົນຢືນໂຕແຂງບໍ່ຈັກອັນສິເຮັດດ້ວຍຄວາມຕົກໃຈ
ເຫດເກີດເມື່ອວັນທີ 13/10/2017 ເວລາ 11:50ນາທີ ເມື່ອທາງເຈົ້າໜ້າທີ່ໄດ້ຮັບແຈ້ງຈາກທາງຫ້າງແມ໊ກໂຄ ວ່າມີການຍິງກັນ ແລະມີຄົນບາດເຈັບຫຼາຍຄົນ ກໍ່ໄດ້ມີເຈົ້າໜ້າທີ່ ແລະໜ່ວຍກູ້ຊີບຂອງໂຮງໝໍເອກອຸດອນ ແລະໂຮງໝໍກຸງເທບ ມາທັນທີ່ເພື່ອຊ່ວຍປະຖົມພະຍາບານຂັ້ນຕົ້ນ ກ່ອນທີ່ຈະນຳໄປຮັກສາຕໍ່ຢູ່ໂຮງໝໍ
ທີ່ເກີດເຫດແມ່ນບໍລິເວນພະແນກຂາຍເຄື່ອງສົດ ພົບຮ່າງກາຍຂອງ ທ້າວ ພິເຊດ ຊຸ່ມບຸນຊຸ ອາຍຸ 48ປີ ເປັນທະຫານຈຳກັດຢູ່ຄ້າຍທະຫານ ສຸຣາສີ ແຂວງການຈະນະບູລີ ຖືກລູກປືນຍິງເຂົ້າທີ່ໜ້າເອິກຂ້າງຊ້າຍ 1ນັດ ນອນຢູ່ພື້ນ
ຫ່າງໄປປະມານ 5ແມັດ ເຫັນຮ່າງກາຍຂອງ ນາງ ສິລິນພອນ ຊຸ່ມບຸນຊູ ອາຍຸ 40ປີ ຖືກຍິງເຂົ້າດ້ານຫຼັງຈຳນວນ 3ນັດ ແລະ ແຂນຊ້າຍ 1ນັດ ນອນຫາຍໃຈລຶບລີ່ຢູ່ພື້ນ
ເຈົ້າໜ້າທີ່ຊ່ວຍປະຖົມພະຍາບານຂັ້ນຕົ້ນ ກ່ອນທີ່ຈະນຳໄປຮັກສາຕໍ່ຢູ່ໂຮງໝໍ ແຕ່ນາງ ສິລິນພອນ ຊຸ່ມບຸນຊູ ອາການສາຫັດແລະເສຍຊີວິດໃນເວລາຕໍ່ມາ
ໃນທີ່ເກີດເຫດພົບອາວຸດປືນ 9ມມ ປອກລູກປືນ 5ປອກ ຫົວກະສຸນ 2ຫົວ ແລະລູກລູກປືນອີກ 3ນັດ ນອກຈາກນີ້ຍັງມີຄົນຖືກລູກຫຼົງ 2ຄົນ ທ້າວ ຄຳພູນ ອາຍຸ 7ປີ ຖືກລູກປືນຍິງເຂົ້າທາງຫຼັງເບື້ອງຊ້າຍ 1ນັດ ແລະ ນາງ ໂພທິວັດ ຣັດດາ ອາຍຸ 32ປີ ຖືກລູກປືນຍິງສຽດທີ່ຂໍ້ຕີນຊ້າຍ
ຂະນະດຽວກັນ ນາງ ທອງສາ ອາຍຸ 58ປີ ເຊິ່ງເປັນນ້າຂອງ ນາງ ສິລິພອນ ໄດ້ເຜີຍວ່າ ຫຼານສາວເປັນຄົນແຂວງເລີຍ ໄດ້ແຕ່ງງານ ຢູ່ກິນກັບ ທ້າວ ພິເຊດ ເປັນເວລາປະມານ 20ປີ ແລະມີລູກນຳກັນ 3ຄົນ ຫຼັງຈາກນັ້ນເມຍຈັບໄດ້ວ່າຜົວມີຊູ້ ເລີຍຂໍແຍກທາງ ແລະຂໍເຊັນໃບຍ່າຫ້າງແຕ່ຜົວກໍ່ບໍ່ຍອມ
ສະນັ້ນຜູ້ເປັນເມຍໄດ້ຍື່ນຂໍ້ສະເໜີໃຫ້ເງິນ 4ແສນບາດ ແລະໄດ້ພາລູກມາຫາອ້າຍຢູ່ອຸດອນ ແລະ ຜົວກໍ່ໄດ້ນຳມາຫາຢູ່ອຸດອນ ນ້າຂອງ ນາງ ສິລິນພອນ ກໍ່ໄດ້ເຂົ້າໄປແຈ້ງຄວາມທີ່ຫ້ອງການຕຳຫຼວດເມືອງອຸດອນ ເພາະຢ້ານຜົວນຳມາທຳຮ້າຍຮ່າງກາຍ ຈາກນັ້ນກໍ່ໄດ້ພາຫຼານສາວ ແລະພີ່ນ້ອງໄປຊື້ເຄື່ອງຢູ່ ຫ້າງແມ໊ກໂຄ ແຕ່ຜົວຂອງຫຼານສາວໄດ້ນຳມາ ແລະບໍ່ຄິດວ່າເຂົາຈະຍິງຫຼານສາວຈົນເສຍຊີວິດ
ສຳລັບ ທ້າວ ພິເຊດ ແພດກໍ່ໄດ້ບອກເຖິງອາການວ່າລາວຖືກຍິງເຂົ້າເອິກຊອດມາຫາຫຼັງ ເຮັດໃຫ້ຖືກເສັ້ນເລີອດທີ່ປອດ ແລະໄດ້ເຮັດການຜ່າຕັດ ແລະເຮັດໃຫ້ຫົວໃຈກັບມາເຕັ້ນອີກຄັ້ງ ແຕ່ຕ້ອງນອນພັກຮັກຢູ່ຫ້ອງມໍລະສຸມຢູ່
ເຈົ້າໜ້າທີ່ຕຳຫຼວດເລົ່າເຖິງເຫດການວ່າ ຜົວໄດ້ມານຳງໍ້ເມຍແຕ່ບໍ່ສຳເລັດເລີຍໃຈຮ້າຍຈົກປືນອອກມາຍິງເມຍ ແລະ ຕົນເອງກໍ່ຖືກລູກຫຼົງຈາກປືນຕົນເອງ ສາເຫດມາຈາກການຫຶງຫວງກັນ
ເຈົ້າໜ້າທີ່ຕຳຫຼວດຍັງໄດ້ເລົ່າເພີ່ມອີກວ່າກ່ອນ ນາງສິລິພອນ ໄດ້ໄປແຈ້ງຄວາມກ່ອນຖືກຍິງແມ່ນດ້ວຍເຫດການຄືນກ່ອນຜົວໄດ້ນຳໄປງໍ້ຢູ່ບ້ານນ້າແລະໄດ້ຜິດກັນຢ່າງຮ້າຍແຮງ ຂົນເຖິງຂັ້ນລົງມືທຳຮ້າຍຮ່າງກາຍເມຍ
ເຈົ້າໜ້າທີ່ຕຳຫຼວດໄດ້ກັກຂັງໂຕ ໃນຄະດີ "ຂ້າຜູ້ອື່ນໂດຍເຈດຕະນາ ແລະມີອາວຸດປືນ ໂດຍບໍ່ໄດ້ຮັບອານຸຍາດ ພົກພາອາວຸດປືນໄປແລະຍິງໃນທີ່ສາທາລະນະ" ແລະເມື່ອພົ້ນຂີດອັນຕະລາຍຄ່ອຍຍ້າຍໄປໂຮງໝໍສູນອຸດອນທານີ ສຳຫຼັບຜູ້ບາດເຈັບອີກ 2ລາຍທີ່ຖືກລູກຫຼົງ ຕອນນີ້ແມ່ນປອດໄພແລ້ວ
ສຸດທ້າຍກໍ່ຕົກເປັນລູກໆທີ່ຕ້ອງມາຮັບກຳຈາກການກະທຳທີ່ຂາດສະຕິຂອງຜູ້ໃຫຍ່
Cr: Kaosod
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments
Post a Comment