ເກີດເຫດທະຫານຂ້າປະຊາຊົນ ຮ້ອງຂໍຄວາມເປັນທຳຂອງປະຊາຊົນຕາດຳໆ


ເກີດເຫດ ທະຫານຂ້າປະຊາຊົນຢູ່ ບ້ານ. ຫນອງກວາງ, ເມືອງພູກູດ ແຂວງ ຊຽງຂວາງ ໃນວັນທີ່14 ເດືອນ10 ປີ 2017 ຜ່ານມານີ້.



ເລື່ອງມີຢູ່ວ່າ ໃນວັນເກີດເຫດນັ້ນສອງອ້າຍນ້ອງ ທ.ກົ້ງ(ອ້າຍ) ແລະ ທ. ຫື (ນ້ອງຊາຍ) ໄດ້ໄປຂຸດໂຕອົ້ນໄກ້ກັບຄ້າຍທະຫານ ທີ່ຢູ່ໃກ້ບ້ານຫັ້ນ ໂດຍທັ້ງສອງໄດ້ຂີ່ລົດຈັກໄປແລະກໍ່ຝາກລົດໄວ້ທີ່ຄ້າຍຫັ້ນ ແລ້ວພາກັນໄປຂຸດອົ້ນຈົນມືດ ປະມານ 20:00-21:00 ໂມງ ໄດ້ອົ້ນສອງໂຕ ໃສ່ສອ້ງເຫລັກໄວ້.




ເມື່ອເຂົາເຈົ້າກັບມາເຖີງຄ້າຍບ່ອນໄວ້ລົດຈັກກໍ່ໄດ້ມີທະຫານອອກມາຢຸດແລ້ວຍີງປືນໃສ່ຫນ້າຜາກ ຜູ້ເປັນອ້າຍ ລົ້ມລົງຈົມກ່ອງເລືອດ ເມື່ອນ້ອງຊ້າຍເຫັນແນວນັ້ນເລີຍຢ້ານ ເຮັດຫຍັງບໍ່ເປັນ (ຕອນນັ້ນທະຫານກະຢ້ານຢືນຈື້ງ) ຜູ້ເປັນນອ້ງຈິ່ງແລ່ນໜີໄດ້ໄລຍະໜື່ງທະຫານຄົນນັ້ນຈຶ່ງຍິງປືນນຳຫລັງລາວຫລາຍນັດ ແຕ່ດີທີ່ລາວໄດ້ລົ້ມລົງຂຸ່ມອັນໜື່ງຈິງບໍ່ຖືກຍີງ ຈາກນັ້ນ ທະຫານ ໄດ້ກັບແລ້ວລາວຈີງໄດ້ ຄ່ອຍງົມທາງທີເຕັມໄປດ້ວຍຄວາມມືດ ກັບມາບ້ານ ຈົນເດິກຈີງມາຮອດ ແລ້ວບອກພໍ່ແມ່ວ່າອ້າຍຖຶກທະຫານຍີງຕາຍຢູ່ປ່າ.




ເມືອພໍ່ແມ່ປະຊຊ ໄປນຳເອົາສົບມາແລະສືບຫາ ຈີ່ງຮູ້ວ່າຜູ້ລົງມືກໍ່ເຫດຊື່ ທ. ຊຽງນ້ອຍ ແຕ່ສິ່ງທີຍອມຮັບບໍ່ໄດ້ທີ່ສຸດຄື ກອງທະຫານທີ່ນັ້ນໄດ້ຂູ່ຫ້າມບໍ່ໃຫ້ໃຜເອົາເລື່ອງນີ້ມາເວົ້າເດັດຂາດ ແລະ ກໍ່ບໍ່ຍອມເສຍຄ່າຫົວຜູ້ຕາຍ ເລີຍ ຊ້ຳຍັງຂູ່ຂ້າຖ້າໃຜເວົ້າເລື່ອງນີ້ອອກໄປ. ປະຈຸບັນນີ້ ປະຊາຊົນຢ້ານກົວຈົນບໍ່ກ້າເວົ້າອອກມາເລີຍ (ບ້ານ ຫນອງກວາງ, ເມືອງພູກູດ)







(ວອນຂໍພາກສ່ວນກ່ຽວຂ້ອງໄດ້ສອບສວນເລື່ອງນີ້ຄືນ ເພື່ອໃຫ້ຄວາມເປັນທຳກັບທຸກຝ່າຍ)
Cr:  ABC Laos News
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments