ກົດເຫລັກຂອງ "ຜູ້ສາວຕຸ້ຍ" ທີ່ຢາກແຕ່ງຕົວໃຫ້ "ເບິ່ງຄືຈ່ອຍ"
ວັນນີ້ຄໍລໍາ Stylist Choice ເລົາຈະມາວ່າກັນດ້ວຍເລື່ອງ "ສັດສ່ວນຫລືອັດຕາສ່ວນ" ທີ່ເຫມາະສໍາຫລັບ "ສາວອ້ວນ" ກັນ, ຢ່າງທີ່ເຮົາາທຸກຄົນຮູ້ ໆ ກັນວ່າທຸກສິ່ງທຸກຢ່າງລ້ອມຮອບຕົວເຮົາມີສັດສ່ວນທີ່ແຕກຕ່າາງກັນເຊັ່ນຮູບຮ່າງຂອງໃບໄມ້ຕົ້ນໄມ້ ເປືອກຫອຍ ຫນ້າຄົນຫລືແມ້ແຕ່ໃນ DNA ຂອງເລົາອັດຕານີ້ຖືກນໍາໄປໃຊ້ໃນວຽກສິລະປະແລະປະຕິມາກໍາມາເປັນຮ້ອຍ ໆ ພັນ ໆ ປີແລະຍັງລວມໄປເຖິງຜົນງານເພງຕ່າງໆອີກດ້ວຍຖືວ່າເປັນກົດທໍາມະຊາດເລີຍກໍ່ວ່າໄດ້, ການແຕ່ງຕົວກໍຄືກັນເຮົາຕ້ອງໄດ້ອັດຕາສ່ວນທີ່ເຫມາະສົມກັບຮູບຮ່າງຂອງເຮົາເຖິງຈະຊ່ວຍເສີມໃຫ້ທຸກຢ່າງເບິ່ງລົງຕົວຫລາຍຂຶ້ນມາເບິ່ງກັນດີກວ່າວ່າອັດຕາສ່ວນທີ່ວ່ານີ້ ມັນຄືແມ່ນຫຍັງກັນເນາະ
ນີ້ເປັນຄໍາອະທິບາຍງ່າຍໆ
ອັດຕາສ່ວນ 1: 1 ຫຼື 1/2 + 1/2 (ອ່ານວ່າ 1 ສ່ວນ 2) ຄືອັດຕາສ່ວນທີ່ບໍ່ຄ່ອຍສົມດຸນກັນ
ອັດຕາ 1: 1 ຄືອັດຕາສ່ວນທີ່ບໍ່ເຫມາະສໍາຫລັບ "ສາວອ້ວນ" ເທົ່າໃດເພາະຈະບໍ່ສາມາດສ້າງຄວາມສົມດຸນໃຫ້ກັບຮູບຮ່າງຂອງລາວໄດ້ລາວຈະເບິ່ງມີຫຸ່ນເປັນ 1 ທ່ອນກົງໆບໍ່ມີສ່ວນໂຄ້ງຂອງຮູບຮ່າງ
ອັດຕາສ່ວນ 1: 2 ຫຼື 1/3 + 2/3 (ອ່ານວ່າ 1 ສ່ວນ 3 ແລະ 2 ສ່ວນ 3) ຄືອັດຕາທີ່ລົງຕົວທີ່ສຸດ
ອັດຕາ 1: 2 ຫຼື 1/3 + 2/3 ຄືອັດຕາສ່ວນທີ່ຈະສ້າງຄວາມສົມດຸນໃຫ້ກັບ "ສາວອ້ວນ" ເພາະຈະເຮັດໃຫ້ລາວເບິ່ງມີຮູບຮ່າງທີ່ຊັດເຈນຫລາຍຂຶ້ນ
ແລ້ວເຮົາຈະເອົາອັດຕາສ່ວນທີ່ວ່ານີ້ມາປະຍຸກໃຊ້ກັບການແຕ່ງຕົວໄດ້ຍັງຈັ່ງໃດ?
(ຈາກຮູບ) ໃຫ້ສັງເກດເບິ່ງການແຕ່ງຕົວດ້ານຊ້າຍສຸດຈະໃຊ້ອັດຕາສ່ວນ 1: 2 ຊຶ່ງຄວາມຍາວຂອງປາຍເສື້ອຢູ່ໃນຕໍາແຫນ່ງດຽວກັບແອວເຮັດໃຫ້ລໍາຕົວເບິ່ງຍາວ ຊ່ວງຂາເບິ່ງສັ້ນເບິ່ງທໍາມະດາແລະເບິ່ງເປັນທ່ອນດຽວຫລາຍເກີນໄປແຕ່ສາມ ແບບທີ່ເຫລືອຈະເບິ່ງດີກວ່າເພາະມີອັດຕາສ່ວນທີ່ດີກວ່າມີການແບ່ງສັດສ່ວນຮູບຮ່າງທີ່ເຫັນຊັດເຈັນຫລາຍຂຶ້ນຫລືໃຊ້ "ກົດ 3 ສ່ວນ"
ຕົວຢ່າງຖັດໄປມີການເອົາປາຍເສື້ອໃສ່ໃນໂສ້ງເຮັດໃຫ້ມີອັດຕາສ່ວນເກີດຂຶ້ນໃນຊ່ວງຕົວແລະໃນຊ່ວງຂາເປັນສັດສ່ວນທີ່ສົມດຸນກັນພໍດີ ນີ້ຈຶ່ງເປັນຫນຶ່ງໃນກົດຄື "ສາວອ້ວນ" ຈະຕ້ອງພະຍາຍາມໂຊວ່າລາວມີແອວໃດ ຖັດໄປອີກເປັນການໃສ່ແຈໍກເກັດແບບຄອບໂດຍທີ່ບໍ່ໄດ້ເອົາປາຍເສື້ອໃສ່ໃນໂສ້ງຄືກັນ ແຕ່ສົ້ນສາຍເສື້ອແຈໍກເກັດເປັນຕົວຊ່ວຍເຮັດໃຫ້ລາວສັດສ່ວນດ້ານເທິງແລະດ້ານລຸ່ມທີ່ຊັດເຈນຫລາຍຂຶ້ນໄປ ບໍ່ແມ່ນພຽງຊຳ່ນັ້ນໃດຂໍແນະນໍາອີກແບບນັ້ນຄືແບບສຸດທ້າຍທີ່ໃສ່ເຂັມຂັດພາດເເອວກໍເປັນອີກຫນຶ່ງຕົວຊ່ວຍໃນການສ້າງສັດສ່ວນໃຫ້ກັບລາວໄດ້ຄືກັນ
ນີ້ກໍເປັນອີກຮູບຕົວຢ່າງໃນການສ້າງສັດສ່ວນຫລືອັດຕາສ່ວນໃຫ້ກັບການແຕ່ງຕົວ
ຈື່ໄວ້ໃຫ້ດີເດີ້ ຍຶດ "ກົດ 3 ສ່ວນ" ໂດຍເບິ່ງຈາກສ່ວນສູງຂອງລາວຄວາມຍາວຂອງສົ້ນປາຍເສື້ອ ໂສ້ງແລະກະໂປ່ງພຽງກົດງ່າຍໆແບບນີ້ກໍເຮັດໃຫ້ສາວ ໆ ເບິ່ງດີໄດ້ໂດຍບໍ່ຕ້ອງໃສ່ເສື້ອຜ້າລາຄາແພງນີ້ແຫລະທີ່ເຂົາ ເອີ້ນວ່າແຟຊັ່ນຫລືສິລະປະການແຕ່ງຕົວທີ່ຕ້ອງຄ່ອຍໆຝົນຝົນກັນໄປບໍ່ມີໃຜເກີດມາບໍ່ເຄີຍແຕ່ງຕົວຜິດດອກແທ້ຈິງນະຕ້ອງລອງຜິດລອງຖືກກັນໄປເພື່ອເປັນປະສົບການມ່ວນ ໆ ຂອງຊີວິດເມື່ອລາວເຈີສິ່ງທີ່ແມ່ນແລ້ວຄວາມໝັ້ນໃຂກໍ່ຕາມມານັ້ນເອງ
ຂໍ້ມູນແລະພາບ Dek-d.com
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.

Comments
Post a Comment