ໂຕໂຢຕ້າຄາສສິກ ສະໜັບສະໜູນການສຶກສາ ແລະ ເດັກດ້ອຍໂອກາດ



ການສະແດງ​ສິລະ​ປະການກຸສົນ ໂຕ​ໂຢ​ຕ້າ​ຄາສ​ສິກ ປີ 2017 ເປັນ​ການສະແດງ​ຄັ້ງ​ທີ 28 ທີ່​ຈັດຢູ່​ປະເທດ​ບຣູ​ໄນ ກຳປູເຈຍ ລາວ ມາ​ເລ​ເຊຍ ໄທ ແລະ ປະເທດຫວຽດນາມ ຕະຫຼອດ​ໄລຍະເດືອນ​ຕຸລາ ຫາເດືອນ​ພະຈິກ ເຊິ່ງ​ນັບ​ແຕ່​ເລີ່ມ​ຈັດ​ງານ​ປີ 1990-2016 ໄດ້​ລະດົມ​ທຶນ​ລວມ​ເປັນມູນ​ຄ່າ​ປະມານ 9 ລ້ານ​ໂດ​ລາສະຫະລັດ ຫຼື ປະມານ 76 ຕື້​ກີບ ເພື່ອ​ອົງ​ກອນ​ການ​ກຸສົນ​ທ້ອງຖິ່ນ ທົ່ວ​ພາກ​ພື້ນ​ອາຊີ.



ວັນ​ທີ 24 ຕຸລາ 2017 ບໍລິສັດ ໂຕ​ໂຢ​ຕ້າ​ມໍ​ເຕີ້​ປະເທດ​ໄທ ຈຳກັດ ຮ່ວມ​ກັບບໍລິສັດ ໂຕ​ໂຢ​ຕ້າ​ມໍ​ເຕີ້ເອ​ເຊຍ​ປາ​ຊີ​ຟິກ ຈຳກັດ ແລະ ຕົວ​ແທນ​ຈຳໜ່າຍໂຕ​ໂຢ​ຕ້າ ​ສປປ ລາວ ຈັດ​ການສະແດງ​ສິລະ​ປະການ​ກຸສົນ ໂຕ​ໂຢ​ຕ້າ​ຄາສ​ສິກ 2017 ຂຶ້ນ ທີ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ ມີທ່ານ ບໍ່​ແສງ​ຄຳ ວົງ​ດາລາ ລັດຖະ​ມົນຕີ​ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ບັນດາ​ທ່ານ​ລັດຖະມົນຕີ ທ່ານ ມິ​ຈິ​ໂນ​ບຸ ຊຶ​ງາ​ຕະ ກຳມະການ​ຜູ້ຈັດການ​ໃຫຍ່ ພ້ອມ​ດ້ວຍ​ຜູ້​ບໍ​ລິຫານ​ລະດັບ​ສູງ​ຈາກ​ບໍລິສັດ ​ໂຕ​ໂຢຕ້າ​ມໍ​ເຕີ້​ປະເທດ​ໄທ ຈຳກັດ ແລະ ຕົວ​ແທນ​ຈຳໜ່າຍ​ໂຕ​ໂຢ​ຕ້າ​ໃນລາວ ແລະ ແຂກ​ຖືກ​ເຊີນ.



ໂຕ​ໂຢ​ຕ້າ ມີ​ຄວາມ​ຕັ້ງໃຈ​ເປັນສ່ວນ​ໜຶ່ງ​ໃນ​ການ​ສ້າງ​ຄວາມສຸກ ແລະ ຮອຍ​ຍິ້ມໃນ ​ສປປ ລາວ ພາຍ​ໃຕ້​ນະໂຍບາຍ​ໂຕ​ໂຢ​ຕ້າ​ໄປໃສ​ໄປ​ນຳ​ກັນ ເປັນ​ອົງ​ກອນ​ທີ່​ດີ ມີ​ຈິດ​ສຳນຶກ​ຮັບຜິດຊອບ​ຮ່ວມ​ພັດທະ​ນາ​ສັງຄົມ​ລາວ ໂດຍ​ການ​ສະໜັບ​ສະ​ໜູນ​ທາງ​ດ້ານ​ການ​ສຶກສາ ແລະ ຍົກ​ລະດັບ​ຊີວິດ​ການເປັນ​ຢູ່​ໃຫ້​ແກ່​ຜູ້​ດ້ອຍ​ໂອກາດ ການສະແດງ​ຄັ້ງ​ນີ້ ແມ່ນ​ຮ່ວມ​ມືກັບ​ວົງ​ອໍ​ເຄສ​ຕ້າ ຊື່​ດັງ​ລະດັບ​ໂລກ ພາຍ​ໃຕ້​ອຳນວຍ​ການ​ເພງ​ຂອງແອນ​ໂທ​ນີ່​ວີ​ເດນ ແລະ ນັກ​ດ່ຽວໄວ​ໂອ​ລີນ ເດ​ວິດ ຈູ​ລິດ ເຊິ່ງ​ລາຍການ​ເພງ​ປີ​ນີ້​ເຕັມ​ໄປ​ດ້ວຍ​ຄວາມອ່ອນ​ຫວານ ໂລ​ແມນ​ຕິກ ຈາກເພງ​ທີ່​ຂຽນ​ຂຶ້ນ ເພື່ອ​ສະແດງ​ທີ່ໂຮງ​ອຸປະ​ລະ​ກອນ ລະຄອນ​ເວທີ ງານ​ພິເສດ ເຊັ່ນ: ດົນຕີ​ນ້ຳຂອງຮານ​ເດລ ຈາກ​ຄວາມ​ຕ້ອງການຂອງ​ພະ​ເຈົ້າ ຕອນ​ທີ 1 ເພື່ອ​ສະແດງ​ຢູ່​ເທິງ​ເຮືອ​ບັນທຸກ​ເຄື່ອງ​ຂະນະ​ທີ່​ລ່ອງ​ເຮືອ​ໃນ​ແມ່ນ້ຳ​ເທມ ແລະ ຊາ​ລຸດ​ເດ ອາ​ເມີຂອງ​ເອວ ການເປັນ​ຂອງຂວັນ​ໃຫ້​ແກ່​ຄູ່​ໝັ້ນຂອງ​ຕົນ​ເອງ ນອກ​ນີ້ ຍັງ​ມີ​ບົດເພງ​ອຳ​ມະຕະ​ຂອງ​ລາວ ທີ່​ຮຽບຮຽງ​ຂຶ້ນ​ສຳລັບ​ການສະແດງ​ພິເສດ​ໃນ​ລາວ​ເທົ່າ​ນັ້ນ ແນໃສ່​ສົ່ງເສີມ​ໃຫ້​ປະຊາຊົນ​ລາວ​ ມີ​ໂອກາດຮັບ​ຟັງ​ການສະແດງ​ຂອງ​ວົງ​ດົນຕີລະດັບ​ໂລກ ນອກ​ນັ້ນ ຍັງ​ໄດ້​ເຊີນນັກຮຽນ​ຈາກ​ໂຮງຮຽນ​ສິລະ​ປະດົນຕີ​ແຫ່ງ​ຊາດ ເຂົ້າ​ຮ່ວມ​ຊົມງານ​ໂດຍ​ບໍ່​ເສຍ​ຄ່າ ເພື່ອ​ເປັນ​ປະໂຫຍດ​ໃຫ້​ກັບ​ເຍົາວະ​ຊົນ​ຕື່ມ​ອີກ ແລະ ພາຍ​ໃນ​ງານ ບໍລິສັດ ໂຕໂຢ​ຕ້າ​ມໍ​ເຕີ້ ປະເທດ​ໄທ ຈຳກັດ ຍັງ​ໄດ້​ມອບ​ລາຍ​ໄດ້​ຈາກ​ການ​ຈັດງານ​ຄັ້ງ​ນີ້ ຈຳນວນ 250 ລ້ານກີບ ໃຫ້​ແກ່​ສະມາຄົມ​ສິລະ​ປິນ ການສະແດງ ກະຊວງ ຖວທ ແລະ ສູນ​ພິການ​ຕາ (ທົ່ງ​ປົ່ງ) ກ່າວ​ມອບ​ໂດຍ​ທ່ານ ມິ​ຈິ​ໂນ​ບຸ ຊຶງາ​ຕະ ແລະ ຕາງໜ້າ​ຮັບ​ໂດຍທ່ານ ບົວ​ເງິນ ຊາ​ພູ​ວົງ ຮອງ​ລັດຖະ​ມົນຕີ ກະຊວງຖະແຫຼງ​ຂ່າວ ​ວັດ​ທະນະ​ທຳ ແລະ ທ່ອງ​ທ່ຽວ.

ຂໍ້ມູນຈາກ VTNs
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.









Comments