ສ້າງຄວາມເຂົ້າໃຈຕໍ່ລະບຽບໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ອ່ານຕໍ່




ທ່ານ ລັດຕະນະມະນີ ຄູນ​ນີ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ໂຍທາ​ທິການ ແລະ ຂົນສົ່ງ ຫົວໜ້າ​ຄະນະຄຸ້ມ​ຄອງ​ໂຄງການ​ກໍ່ສ້າງ​ທາງ​ລົດໄຟ ລາວ-ຈີນ ເປັນ​ປະທານ​ເປີດເຝິກອົບຮົມ​ບັນດາ​ລະບຽບ​ການ ​ທີ່ກ່ຽວຂ້ອງ​ກັບ​ການຈັດຕັ້ງ​ປະຕິບັດໂຄງການ​
ກໍ່ສ້າງ​ທາງ​ລົດໄຟ ລາວ-ຈີນ ທີ່​ຈັດ​ຂຶ້ນ​ວັນ​ທີ 25-26 ຕຸລາ 2017 ຢູ່​ກະຊວງ ​ຍທຂ ມີ​ສຳມະ​ນາ​ກອນຈາກ​ແຂວງ​ວຽງ​ຈັນ ຫຼວງ​ພະ​ບາງ ອຸດົມ​ໄຊ ຫຼວງ​ນ້ຳທາ ແລະ ນະຄອນຫຼວງ​ວຽງ​ຈັນ ເຂົ້າ​ຮ່ວມ.


ການ​ຈັດ​ອົບຮົມ ເພື່ອ​ເຜີຍແຜ່ລະບຽບ​ການ​ຕ່າງໆ ແລະ ການຈັດ​ຕັ້ງ​ປະຕິບັດ​ຂອງ​ບັນດາ​ຂະແໜງ​ການ​ທີ່​ກ່ຽວຂ້ອງ​ກັບ​ໂຄງການ​ກໍ່ສ້າງ​ທາງ​ລົດໄຟ ລາວ-ຈີນ ປະກອບ​ມີ 7 ພາກສ່ວນ ຄື: ພະແນກ​ຊັບພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງແວດລ້ອມ ພະ​ແນກ​ພະລັງ​ງານ ແລະ ບໍ່​ແຮ່ ພະແນກການ​ຕ່າງປະເທດ ພະ​ແນກ ​ຍທຂ ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ຫ້ອງການ​ປະສານງານ​ໂຄງການ​ກໍ່ສ້າງ​ທາງ​ລົດໄຟ ລາວ-ຈີນ ຂອງ 5 ແຂວງ.



ໂຄງການ​ກໍ່ສ້າງ​ທາງ​ລົດໄຟ ລາວ-ຈີນ ໄດ້​ລົງມື​ຈັດ​ຕັ້ງ​ປະຕິບັດແລ້ວ ແຕ່​ການ​ຄຸ້ມ​ຄອງ​ຕາມ​ຂະແໜງ​ການ​ຍັງ​ເຮັດ​ບໍ່​ທັນ​ໄດ້​ດີ​ເທົ່າທີ່​ຄວນ ມີ​ປາກົດການ​ທັກ​ທ້ວງ ວ່າການຈັດຕັ້ງ​ປະຕິບັດ​ໂຄງການ​ບໍ່​ໄດ້​ເອົາໃຈໃສ່ ​ດຳເນີນ​ຕາມລະບຽບ​ການ​ຂອງ​ຂະແໜງການ ເຊັ່ນ: ມີ​ການ​ທັກ​ທ້ວງ​ສົງ​ໃສ​ວ່າມີ​ແຮ່​ທາດ​ໃນ​ອຸ​ໂມງ​ນ້ຳ​ທີ່​ໄຫຼ​ອອກຈາກ​ຈຸດ​ເຈາະ​ອຸ​ໂມງ ຈຸດ​ຖິ້ມ​ດິນຂຸດ​ຈາກ​ອຸ​ໂມງ ການ​ຄຸ້ມ​ຄອງແຮງ​ງານ ແລະ ອື່ນໆ ຕໍ່​ກັບ​ບັນຫາ​ນີ້ ເຫັນ​ວ່າສາເຫດ​ແມ່ນ​ຍ້ອນຜູ້​ຮັບ​ເໝົາ​ບໍ່​ທັນ​ໄດ້​ຮັບ​ການ​ເຜີຍແຜ່​ລະບຽບ​ການ ​ຂອງ​ແຕ່​ລະ​ຂະແໜງ​ການ​ກ່ຽວ​ກັບ​ການ​ດຳເນີນຂັ້ນ​ຕອນ​ຕ່າງໆ​ ໃນ​ການ​ປະຕິບັດໂຄງການ.
ສຳລັບ​ເອກະສານ​ທີ່​ນຳ​ມາເຜີຍແຜ່​ຄັ້ງ​ນີ້ ປະກອບ​ມີ: ລະບຽບ​ການ​ຄຸ້ມ​ຄອງ​ສິ່ງແວດລ້ອມ ການ​ຄຸ້ມ​ຄອງ​ແຮ່​ທາດ ການ​ຄຸ້ມຄອງ​ແຮງ​ງານ ແລະ ການ​ຄຸ້ມຄອງ​ຄົນ​ຕ່າງປະເທດ ທັງ​ນີ້ກໍ່ເພື່ອ​ໃຫ້​ຜູ້​ເຂົາ​ຮ່ວມ​ມີ​ຄວາມ​ເຂົ້າໃຈ​ຢ່າງ​ຈະແຈ້ງ​ຕໍ່​ເນື້ອທີ່​ລະບຽບການ​ດັ່ງກ່າວ ເພື່ອ​ຈະ​ໄດ້​ນຳ​ເອົາໄປ​ເຜີຍແຜ່​ໃຫ້​ພະນັກງານ ແລະ ປະຊາຊົນ​ບັນດາເຜົ່າ​ຢູ່​ພາຍ​ໃນແຂວງ​ຂອງ​ຕົນ​ ໄດ້​ມີ​ຄວາມ​ເຂົ້າໃຈ​ຕື່ມ​ຕໍ່​ບັນຫາ​ນີ້ ແລະ ເຮັດ​ໃຫ້ການຈັດຕັ້ງ​ປະຕິບັດ​ໂຄງການດຳເນີນ​ໄປ​ດ້ວຍ​ດີ ​ສາມາດ​ຕີ​ຖອຍປາກົດການ​ຫຍໍ້ທໍ້​ຕ່າງໆ.


ຂໍ້ມູນຈາກ VTNS
----------------------------------
ລາວຮ໋ອດຮິດ See New. Hear New. Feel New.





Comments