ຈາກທົ່ວທຸກມູມໂລກ !! ເຜີຍລາຍຊື່ ໑໖ ພະລາດສະວົງ - ຜູ້ນໍາໃນທົ່ວໂລກ ຮ່ວມພະລາດຊະພິທີຖວາຍພະເພິງ ລັດສະການທີ່ ໙ ຂອງໄທ





ກະຊວງການຕ່າງປະເທດເປີດ ເກະຊວງການຕ່າງປະເທດເປີດເຜີຍ16ພະລາດສະວົງ , 26 ຜູ້ແທນປະເທດທົ່ວໂລກ ເຂົ້າຮ່ວມງານພະລາດຊະພິທີຖວາຍພະເພິງ ໃນຫຼວງ ລັດສະການທີ່ ໙ ຂອງໄທ

ໃນວັນທີ 24 ຕຸລາ 2560, ກົມສາລະນິເທດ ກະຊວງການຕ່າງປະເທດ ເປີດເຜີຍລາຍຊື່ພະລາດສະວົງ ແລະລາຍຊື່ບຸກຄົນສຳຄັນໃນຕ່າງປະເທດ ທີ່ຈະຂົ້າຮ່ວມງານສົບຂອງພະລາຊະວັງ ມະຫານິພົນ ອາລຸນຍະເດດ ໃນວັນທີ 26 ເດືອນຕຸລາ, ໂດຍຂໍ້ມູນຫຼ້າສຸດມີ ພະລາດສະວົງ 16 ປະເທດ ແລະບຸກຄັນສຳຄັນຈາກ 26 ປະເທດ ດັ່ງນີ້:

1. ສົມເດັດພະລາຊາທິບໍດີທູໂພທີ່ 6 ແລະສົມເດັດພະລາຊີນີ ແຫ່ງລາດຊະອານາຈັກຕອງກາ


2. ສົມເດັດພະລາຊາທິບໍດີເລດຊີທີ່ 3 ແລະສົມເດັດພະລາຊີນີ ແຫ່ງລາດຊະອານາຈັກເລໂຊໂທ


3. ສົມເດັດພະລາຊາທິບໍດີຈິກມີ ເຄເຊີ ນຳເກ ວັງຊຸກ ແລະສົມເດັດພະລາຊີນີ ແຫ່ງລາດຊະອານາຈັກ ພູຖານ


4. ສົມເດັດພະລາຊີນີໂຊເຟຍ ໃນສົມເດັດພະລາຊາທິບໍດີຄາລ໋ອດທີ່1 ແຫ່ງລາດຊະອານາຈັກສະເປນ


5. ສົມເດັດພະລາຊີນີຊິວເວຍ ແຫ່ງລາດຊະອານາຈັກສະວີເດັນ


6. ສົມເດັດພະລາຊີນີແມັກຊີມາ ແຫ່ງລາດຊະອານາຈັກເນເທີແລນ


7. ສົມເດັດພະລາຊີນີມາຕີຣົດ ສົມເດັດພະລາຊີນີແບວຍ້ຽມ


8. ຮອງສົມເດັດພະລາຊາທິບໍດີແຫ່ງມາເລເຊຍ ແລະສຸລະຕານ ແຫ່ງລັດເປຣະ ແລະພະຊາຍາ


9. ເຈົ້າຊາຍເຟເດີຣິກ ມົງກູດລາດຊະກຸມານ ແຫ່ງລາດຊະອານາຈັກເດັນມາກ


10. ເຈົ້າຊາຮາກອນ ມົງກູດລາດຊະກຸມານ ແຫ່ງລາດຊະອານາຈັກນໍເວ


11. ແກຣນຍຸກກີໂຍມ ນ໋ອງ ໂນເຊບ ມາຮີ ລັດຊະທາຍາດ ແຫ່ງລາດຊະລັກແຊມເບຣິກ


12. ເຈົ້າຊາຍອະກິຊິໂນະ ແລະພະຊາຍາ ແຫ່ງລາດຊະວົງຢີ່ປຸ່ນ


13. ເຈົ້າຊາຍຄໍລີຟະ ບິນ ຊຳນາມ ອັດ ຄໍລີຟະ ນາຍຍົກລັດຖະມົນຕີ ແຫ່ງລາດຊະອານາຈັກບາເຣນ

14. ເຈົ້າຊາຍທານີ ບິນ ຮາມັດ ບິນ ຄໍລິຟະ ອັດ ທານີ ພະອະນຸຊາຂອງເຈົ້າຜູ້ຄອງລັດ ແຫ່ງລັດສະການຕາ


15. ເຈົ້າຍິງມາຣກາເຮຕາ ແຫ່ງລາດຊະລິກເຈັນສະໄຕ

16. ເຈົ້າຊາຍແອນດູ ຍຸກແຫ່ງຍອກ


ບຸກຄົນຕ່າງປະເທດທີ່ມີລາຍຊື່ໃນ 26 ປະເທດ
1. ເຊີປີເຕີ ຄອດໂກດ ຜູ້ສຳເລັດລາດຊະການແທນພະອົງ ແຫ່ງເຄືອລັດອັອດສະເຕເລຍ ແລະພະຮິຍາ
2. ນາງຈູລີ ພາແຍັດ ຜູ້ສຳເລັດລາດຊະການແທນພະອົງ ແຫ່ງແຄນາດາ
3. ນາງຮາລິມາດ ຍາຄອບ ປະທານະທິບໍດີ ສາທາລະນະລັດສິງກະໂປ ແລະຄູ່ສົມຣົດ
4. ນາຍຖິ່ນ ຈໍ ປະທານະທິບໍດີ ແຫ່ງສາທາລະນະລັດສະຫະພາບມຽນມາ ແລະພັນລະຍາ
5. ພ.ອ ບຸນຍັງ ວໍລະຈິດ ປະທານປະເທດ ສສປປລາວ 
6. ທ່ານໂຈເຊບ ໄດສ ອະດີດປະທານະທິບໍດີ ແຫ່ງສະມາພັນລັດສະວິດ
7. ທ່ານຄິດສຕຽນ ວູດ ອະດີດປະທານະທິບໍດີ ແຫ່ງສະມາພັນສາທາລະນະລັດເຢຍລະມັນ
8. ທ່ານດັ່ງ ຖິ ຫງອກ ຖິງ ຮອງປະທານະທິບໍດີ ແຫ່ງສາທາລະນະລັດສັງຄົມຫວຽດນາມ
9. ສົມເດັດອັດຄອນ ມະຫາເສນາບໍດີເດໂຊ ຮຸນ ເຊັນ ນາຍຍົກລັດທະມົນຕີແຫ່ງລາດຊະອານາຈັກກຳປູຊາ
10. ທ່ານບານາບັດ ຊີບູຊີໂຊ ດຣາທີນີ ນາຍຍົກລັດທະມົນຕີແຫ່ງລາດຊະອານາຈັກສະວາຊິແລນ
11. ທ່ານໝ໋ອງ-ມາດ ອາຍໂຣດ ອະດີດນາຍຍົກລັດທະມົນຕີ ແຫ່ງສາທາລະນະລັດຝຮັ່ງ ແລະພັນລະຍາ
12. ທ່ານພາດສ ຈູ ຊອນ ຮອງປະທານລັດສະພາ ສາທາລະນະລັດເກົາຫຼີ
13. ທ່ານເຈມ ເອັມ ແມັດທິດ ສາທາລະນະລັດວ່າການກະຊວງກະລາໂຫມ ສະຫະລັດອາເມລິກາ
14. ທ່ານອາລັນ ປີເຕີ ເອສ ຄາເຍຕາໂນ ລັດທະມົນຕີວ່າການກະຊວງການຕ່າງປະເທດ
15. ທ່ານທິລັກ ມາຮາພານາ ລັດທະມົນຕີວ່າການກະຊວງການຕ່າງປະເທດ ແລະກະຊ່ວງນະໂຍບາຍແລະແຜນ ສາທາລະນະລັດສັງຄົມນິຍົມປະຊາທິປະໄຕສີລັງກາ ແລະພັນລະຍາ
16. ທ່ານອາວາອິດ ອາເໝັດ ຂ່ານ ເລກາຮີ ລັດທະມົນຕີວ່າການກະຊວງພະລັງງານ ສາທາລະນະລັດອິສະລາມປາກີສະຖານ
17. ທ່ານເອັມ. ເຈ. ອັກບານ ລັດທະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ
18. ທ່ານອາກບິຊອບ ກິອຳບັດສຕາ ດີຄວັດໂຕ ເອກອັກຄະລະສະທູດນະຄອນລັດວາຕິກັນ ປະຈຳສາທາລະນະລັດອິນເດຍ ແລະສະຫະພັນສາທາລະນະລັດປະຊາທິປະໄຕເນປານ
19. ນາງເມກາວາຕີ ຊູການໂນບູຕີ ອະດີດປະທານະທິບໍດີ ແຫ່ງສາທາລະນະລັດອິນໂດເນເຊຍ
20.​ ທ່ານເຈມ ບີ ໂບເຈີ ອະດີດນາຍຍົກລັດທະມົນຕີ ນິວຊີແລນ
21. ທ່ານຈາງ ເກົາລີ່ ຮອງນາຍຍົກລັດທະມົນຕີ ແຫ່ງສາທາລະນະລັດປະຊາຊົນຈີນ
22. ທ່ານຟີກີຣ ອິສິກ ຮອງນາຍຍົກລັດທະມົນຕີ ແຫ່ງສາທາລະນະລັດຕຸລະກີ
23. ນາງໂອລະກາ ອີພິຟາໂນວາ ຮອງປະທານສະພາດູມາ ແຫ່ງສະຫະພັນທະລັດຣັດເຊຍ
24.​ ເປຮິນ ດາໂຕ໊ະ ລິມ ຈ໊ອກ ເຊັງ ລັດທະມົນຕີປະຈຳສຳນັກນາຍຍົກລັດທະມົນຕີວ່າການກະຊວງການຕ່າງປະເທດແລະການຄ້າ ຄົນທີ 2 ແຫ່ງເນກາຮາບູໄນດາຮຸຊາລສມ
25. ທ່ານພິມເສັນ ດາສ ປາດານ ລັດທະມົນຕີກະຊວງກະລາໂຫມ ແຫ່ງສະຫະພັນສາທາລະນະລັດປະຊາທິປະໄຕເນປານ ແລະພັນລະຍາ
26. ທ່ານໂມຮາເໝັດ ຊາຮິອາດ ລັດທະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແຫ່ງສາທາລະນະລັດປະຊາຊົນບັງກະລາເທດ

Cr: Siam News
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments