"ກິ໊ກ" ອ່ອຍສຸດຂີດພ້ອມຮັບຕຳແໜ່ງຜູ້ຈັດການ "ທັອບຟີ້ - ຈິ້ງຈອກ" ແລ້ວ



ໄລອັນ ກິ໊ກ ຕຳນານນັກເຕະ ແມນເຊດເຕີ້ ຢູໄນເຕັດ ໄດ້ອອກມາຢືນຢັນວ່າ ພ້ອມທີ່ຈະຮັບຕຳແໜ່ງຜູ້ຈັດການຂອງທັງ ເລສເຕີ້ ຊິຕີ້ ແລະ ເອຟເວີຕັ້ນ ທີ່ກຳລັງວ່າງຢູ່

"ຂ້າພະເຈົ້າວ່າຫາກວ່າໄປສອງທີມນີ້ກໍ່ຈະເຫັນໄດ້ວ່າ ເລສເຕີ້ ຊິຕີ້ ຫາກໍ່ເປັນແຊັ້ມພີເມຍລີກ ວ່າງ 2 ປີທີ່ຜ່ານມາ ສ່ວນເອຟເວີຕັ້ນ ກໍ່ຄືສຸດຍອດສະໂມສອນທີ່ມີປະຫວິດສາດອັນຍິ່ງໃຫຍ່ " ກິ໊ກ ກ່າວວ່າ


"ສຳລັບຂ້າພະເຈົ້າທັງສອງສະໂມສອນນັ້ນໜ້າສົນໃຈຫຼາຍໆ ຢ່າງໃດກໍ່ຕາມ ຄົງມີຜູ້ຈັດການຫຼາຍທົ່ວຢູໂຣບທີ່ຕ້ອງການຕຳແໜ່ງຜູ້ຈັດການຂອງທັງຄູ່ເຊັ່ນກັນ"

"ຂ້າພະເຈົ້າເຄີຍບອກກ່ອນໜ້ານີ້ແລ້ວວ່າຕ້ອງການຍ້າຍໄປສະໂມສອນທີ່ມີຄວາມກະຕືລືລົ້ນໃນລະດັບດຽວກັນກັບໂຕເອງ ແລະ ຂ້າພະເຈົ້າກໍ່ຕ້ອງການທີ່ຈະຊ່ວຍສະໂມສອນ ແລະ ນັກເຕະໃຫ້ພັດທະນາໂຕເອງຂຶ້ນອີກ"

"ການໄດ້ເຮັດວຽກກັບສະໂມສອນໃນພີເມຍລີກນັ້ນຈະເປັນເລື່ອງທີ່ສຸດຍອດຫຼາຍໆ ແຕ່ແຊັ້ມປ້ຽນຊິບ ຫຼື ລີກ 1 ກໍ່ເປັນໂອກາດທີ່ດີເຊັ່ນກັນ"



CR: www.sanook.com

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments